ຕອນບ່າຍວັນທີ 29 ຕຸລາ, ຕາມເວລາທ້ອງຖິ່ນ, ໃນຂອບເຂດເຂົ້າຮ່ວມກອງປະຊຸມຂໍ້ລິເລີ່ມການລົງທຶນໃນອະນາຄົດຄັ້ງທີ 8 (FII8) ແລະ ຢ້ຽມຢາມລາຊະອານາຈັກ Saudi Arabia, ທ່ານນາຍົກລັດຖະມົນຕີ
ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ອີຢິບ Mostafa Madbouly.
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ Pham Minh Chinh ຕີລາຄາສູງບົດບາດ ແລະ ທີ່ຕັ້ງຂອງ ອີຢິບ ຢູ່ພາກພື້ນ ແລະ ບັນດາເວທີປາໄສຫຼາຍຝ່າຍ; ຍ້ອງຍໍຄຸນຄ່າທີ່ອາລະຍະທຳນິລັນນຳມາໃຫ້ມະນຸດ. ບົນພື້ນຖານມິດຕະພາບທີ່ເປັນມູນເຊື້ອອັນດີງາມ ແລະ ຄວາມໄວ້ເນື້ອເຊື່ອໃຈ
ທາງດ້ານການເມືອງ ສູງ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ 2 ປະເທດຕັ້ງໜ້າຊຸກຍູ້ການພົວພັນຮ່ວມມືຮອບດ້ານ, ເພື່ອແນໃສ່ຍົກສູງການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ຄຳເຊີນຂອງທ່ານເລຂາທິການໃຫຍ່ To Lam, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ ເຖິງປະທານາທິບໍດີ ອີຢິບ Abdel Fattah El-Sisi ແລະ ທ່ານນາຍົກລັດຖະມົນຕີ Mostafa Madbouly ມາຢ້ຽມຢາມ ຫວຽດນາມ ໂດຍໄວ.
 |
ທ່ານນາຍົກລັດຖະມົນຕີ Pham Minh Chinh ແລະ ທ່ານນາຍົກລັດຖະມົນຕີ ອີຢິບ Mostafa Madbouly. (ພາບ: ເຢືອງ/VNA). |
ສ່ວນທ່ານນາຍົກລັດຖະມົນຕີ ອີຢິບ ຢືນຢັນວ່າ ແມ່ນໜຶ່ງໃນບັນດາປະເທດຕາເວັນອອກກາງ - ອາຟຼິກາ ແຫ່ງທຳອິດທີ່ໄດ້ສ້າງຕັ້ງການພົວພັນທາງການທູດກັບ ຫວຽດນາມ ເມື່ອປີ 1963, ອີຢິບ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ຫວຽດນາມ ແລະ ໄດ້ສະແດງຄວາມຊົມເຊີຍຢ່າງເລິກເຊິ່ງຕໍ່ປະທານ ໂຮ່ຈີມິນ. ທ່ານນາຍົກລັດຖະມົນຕີ ອີຢິບ ປາດຖະໜາຢາກຊຸກຍູ້ການພົວພັນກັບ ຫວຽດນາມ ແລະ ຢືນຢັນວ່າ ບັນດາວິສາຫະກິດ ຫວຽດນາມ ດຳເນີນທຸລະກິດ ແລະ ລົງທຶນຢູ່ ອີຢິບ ຈະໄດ້ຮັບຜົນປະໂຫຍດຈາກບັນດາສັນຍາການຄ້າເສລີລະຫວ່າງ ອີຢິບ ແລະ ບັນດາປະເທດ ອາຣັບ. ການນຳສອງທ່ານເຫັນດີເປັນເອກະສັນກັນຊຸກຍູ້ການຄົ້ນຄ້ວາ ແລະ ພິຈາລະນາບັນດາຂໍ້ຕົກລົງ ແລະ ການຈັດຕັ້ງເພື່ອສ້າງກອບກົດໝາຍໃຫ້ແກ່ການພົວພັນດ້ານການຄ້າລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີ 2 ທ່ານຖືວ່າ 2 ພື້ນຖານເສດຖະກິດມີການສົມທົບກັນຢ່າງແໜ້ນແຟ້ນ ແລະ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຂຸດຄົ້ນ; ໄດ້ເຫັນດີຈະປຶກສາຫາລືກ່ຽວກັບຄວາມສາມາດສ້າງຂອບເຂດການຮ່ວມມືດ້ານການຄ້າລະຫວ່າງສອງປະເທດ, ປະກອບສ່ວນເພີ່ມທະວີການແລກປ່ຽນດ້ານການຄ້າໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ Pham Minh Chinh ແລະ ທ່ານນາຍົກລັດຖະມົນຕີ Mostafa Madbouly ກໍ່ເຫັນດີເປັນເອກະພາບຊຸກຍູ້ບັນດາວິສາຫະກິດ 2 ປະເທດລົງທຶນເຂົ້າກັນໃນຂົງເຂດພາຫະນະໄຟຟ້າ, ຄົ້ນຄວ້າຊອບແວ, ພະລັງງານທົດແທນ, ພະລັງງານແສງຕາເວັນ, ຫັນເປັນສີຂຽວ, ຫັນເປັນດີຈີຕອນ ແລະ ອື່ນໆ; ຊຸກຍູ້ການຮ່ວມມືດ້ານການຝຶກອົບຮົມ, ແລກປ່ຽນວັດທະນະທຳ, ທ່ອງທ່ຽວ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ. 2 ຝ່າຍກໍ່ເຫັນດີເປັນເອກະສັນສືບຕໍ່ສະໜັບສະໜູນ ແລະ ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສຫຼາຍຝ່າຍ, ເປັນຂົວຕໍ່ໃຫ້ແກ່ກັນໃນການເພີ່ມທະວີການພົວພັນຮ່ວມມືກັບອາຊຽນ ແລະ ອາຣັບ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອ
ສັນຕິພາບ , ການຮ່ວມມື ແລະ ພັດທະນາຂອງສອງພາກພື້ນ.
Nhandan.vn
ທີ່ມາ: https://nhandan.vn/huong-den-nang-quan-he-viet-nam-ai-cap-len-nhung-tam-cao-moi-post839369.html
(0)