ທ່ານນາງ Fatemeh Mohajerani ໂຄສົກລັດຖະບານອີຣານ ກ່າວວ່າ ແຜນການເພີ່ມງົບປະມານດ້ານປ້ອງກັນປະເທດແມ່ນສ່ວນໜຶ່ງຂອງຂໍ້ສະເໜີທີ່ລັດຖະບານຍື່ນຕໍ່ ລັດຖະສະພາ .
ທ່ານ Mohajerani ກ່າວໃນວັນທີ 29 ຕຸລານີ້ວ່າ: ງົບປະມານດ້ານປ້ອງກັນປະເທດຂອງອີຣານຈະເພີ່ມຂຶ້ນ 200% ເຊິ່ງເປັນການເພີ່ມຂຶ້ນຢ່າງຫຼວງຫຼາຍ. ຂໍ້ສະເໜີງົບປະມານຈະໄດ້ຮັບການປຶກສາຫາລື ແລະຄາດວ່າບັນດາສະມາຊິກສະພາຂອງອີຣ່ານຈະສຳເລັດຮ່າງກົດໝາຍດັ່ງກ່າວໃນເດືອນ 3/2025.
ກອງທັບອີຣານເຂົ້າຮ່ວມການຊ້ອມຮົບຢູ່ອ່າວໂອມານໃນປີ 2020
Tehran ບໍ່ໄດ້ເປີດເຜີຍລາຍລະອຽດກ່ຽວກັບງົບປະມານປ້ອງກັນປະເທດຂອງຕົນ, ແຕ່ອີງຕາມສະຖາບັນຄົ້ນຄວ້າ ສັນຕິພາບ ສາກົນ Stockholm (SIPRI), ທີ່ຕັ້ງຢູ່ປະເທດສະວີເດນ, ລາຍຈ່າຍດ້ານການປ້ອງກັນປະເທດຂອງອີຣ່ານໃນປີ 2023 ແມ່ນປະມານ 10,3 ຕື້ໂດລາ. ຂໍ້ມູນຂອງທະນາຄານໂລກ (WB) ສະແດງໃຫ້ເຫັນວ່າ ເຕເຮຣານ ໃຊ້ງົບປະມານດ້ານປ້ອງກັນປະເທດປະມານ 6,8 ຕື້ໂດລາສະຫະລັດ ໃນປີ 2022.
CNN ລາຍງານໃນວັນທີ 29 ຕຸລານີ້ວ່າ, ກ່ອນຄຳຖະແຫຼງຂອງທ່ານນາງ Mohajerani, ປະທານາທິບໍດີ ອີຣານ Masoud Pezeshkian ໄດ້ຍື່ນຮ່າງງົບປະມານຕໍ່ລັດຖະສະພາ, ໂດຍກ່າວເຖິງການເພີ່ມລາຍຈ່າຍດ້ານ ການທະຫານ , ໂດຍອ້າງອີງເຖິງຄວາມຜັນຜວນຂອງພາກພື້ນ.
ຂໍ້ມູນດັ່ງກ່າວຖືກນຳອອກເຜີຍແຜ່ໃນສະພາບການທີ່ເກີດການປະທະກັນຢູ່ຕາເວັນອອກກາງທີ່ຮ້າຍແຮງຂຶ້ນໃນວັນທີ 26 ຕຸລານີ້, ກອງທັບອິສຣາແອນໄດ້ດຳເນີນການບຸກໂຈມຕີທາງອາກາດໃສ່ບັນດາສະຖານທີ່ການທະຫານຢູ່ອີຣານ, ເພື່ອຕອບໂຕ້ເຕຫະຣ່ານໄດ້ຍິງລູກສອນໄຟເກືອບ 200 ລູກໃສ່ອິສຣາແອນໃນວັນທີ 1 ຕຸລານີ້. ຕໍ່ມາອີຣ່ານໄດ້ຢືນຢັນວ່າຈະນຳໃຊ້ "ເຄື່ອງມືທີ່ມີທັງໝົດ" ເພື່ອຕອບໂຕ້ອິດສະຣາເອນ. ຕາມຂ່າວ CNN ແລ້ວ, ປີນີ້ຍັງເປັນຄັ້ງທຳອິດທີ່ ອິດສະຣາແອນ ແລະ ອີຣານ ບຸກໂຈມຕີເຂດດິນແດນຂອງກັນແລະກັນໂດຍກົງ.
ນອກຈາກບັນຫາປ້ອງກັນປະເທດ, ທ່ານປະທານປະເທດ Pezeshkian ໃຫ້ຮູ້ຕື່ມວ່າ: ຂໍ້ສະເໜີງົບປະມານໃໝ່ຍັງຮັບປະກັນແຜນການພັດທະນາເສດຖະກິດ, ເພີ່ມທະວີກຳລັງການຜະລິດນ້ຳມັນ, ປັບປຸງຄັງສຳຮອງຢາ, ຄຸ້ມຄອງການແຈກຢາຍນ້ຳ ແລະ ສະໜອງເຮືອນຢູ່ໃຫ້ປະຊາຊົນຜູ້ມີລາຍຮັບຕ່ຳ.
ທີ່ມາ: https://thanhnien.vn/iran-muon-tang-ngan-sach-quoc-phong-gap-3-lan-185241029205943135.htm
(0)