ຮູບພາບເຫຼົ່ານີ້ສະແດງໃຫ້ເຫັນກອງທະຫານຊັ້ນສູງ Saar ລາດຕະເວນໃກ້ທ່າກຳປັ່ນ Eilat ໃນທະເລແດງ ຊຶ່ງອິສຣາແອລເຫັນວ່າເປັນແນວໜ້າໃໝ່ໃນຂະນະທີ່ສົງຄາມຢູ່ເຂດກາຊາໄດ້ກະຕຸ້ນໃຫ້ມີການຕອບໂຕ້ຄືນຈາກກຳລັງຂອງກຸ່ມ Hamas ຢູ່ບ່ອນອື່ນໆໃນພາກພື້ນ.
ຮູບພາບ ວີດີໂອ ທີ່ພວກກະບົດ Houthi ຖືກປ່ອຍອອກມາໃນເຢເມນສະແດງໃຫ້ເຫັນການຍິງລູກສອນໄຟໃສ່ອິດສະຣາເອນ.
ກຸ່ມກະບົດ Houthi ກ່າວໃນວັນອັງຄານວານນີ້ວ່າ ຕົນໄດ້ທຳການໂຈມຕີ ເຮືອບິນບໍ່ມີຄົນຂັບ ແລະລູກສອນໄຟ 3 ຄັ້ງໃສ່ອິສຣາແອລ ນັບຕັ້ງແຕ່ສົງຄາມຮາມາສ-ອິສຣາແອລ ໄດ້ເລີ້ມຂຶ້ນໃນວັນທີ 7 ຕຸລາ.
ໃນອັນທີ່ປະກົດວ່າເປັນການໂຈມຕີຄັ້ງໃໝ່ໃນຄືນນັ້ນ, ກອງທັບອິສຣາແອລກ່າວວ່າ ຕົນໄດ້ສະກັດກັ້ນ "ໄພຂົ່ມຂູ່ທາງອາກາດ" ຢູ່ທະເລແດງ.
ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອິສຣາແອລ ທ່ານ Tzachi Hanegbi ກ່າວໃນວັນອັງຄານວານນີ້ວ່າ ການໂຈມຕີຂອງພວກ Houthi ແມ່ນເປັນທີ່ຍອມຮັບບໍ່ໄດ້, ແຕ່ປະຕິເສດທີ່ຈະໃຫ້ລາຍລະອຽດ ເມື່ອຖືກຖາມວ່າ ອິສຣາແອລຈະຕອບໂຕ້ແນວໃດ.
ກຸ່ມຫົວຮຸນແຮງ Houthi ຂອງເຢເມນໄດ້ເຂົ້າຮ່ວມການປະທະກັນລະຫວ່າງ Israel-Hamas ໂດຍການຍິງລູກສອນໄຟ ແລະເຮືອບິນ drones ຈາກທະເລແດງເຂົ້າໄປໃນດິນແດນ Israel. ຮູບພາບ: GI
ພວກ Houthis ແມ່ນສ່ວນນຶ່ງຂອງພັນທະມິດໃນພາກພື້ນກັບອີຣ່ານ, ເປັນສັດຕູກັບອິສຣາແອລ ແລະສະຫະລັດ, ຄຽງຄູ່ກັບພວກຫົວຮຸນແຮງ Hezbollah ຂອງເລບານອນ ແລະພວກທະຫານອີຣ່ານ ທີ່ໜູນຫຼັງຢູ່ໃນອີຣັກ.
ພວກນັກລົບ Houthi ປົກຄອງເຂດກວ້າງໃຫຍ່ຂອງເຢເມນ ຮວມທັງນະຄອນຫລວງ Sanaa ທີ່ຫ່າງຈາກອິສຣາແອລ ຫລາຍພັນໄມ. ລູກສອນໄຟແລະເຮືອບິນບໍ່ມີຄົນຂັບທີ່ຍິງໃສ່ອິສຣາແອນຈາກເຂດທະເລແດງນັບແຕ່ວັນທີ 7 ຕຸລາມາຮອດປະຈຸບັນໄດ້ຖືກຍິງຕົກຫຼືບໍ່ສຳເລັດ.
ໃນເຫດການໜຶ່ງໃນວັນທີ 27 ຕຸລານີ້, ອິດສະຣາແອນກ່າວວ່າ, ກອງກຳລັງ Houthi ແມ່ນຢູ່ເບື້ອງຫຼັງການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບທີ່ເຮັດໃຫ້ເກີດການລະເບີດຢູ່ 2 ເມືອງຂອງເອຢິບຢູ່ທະເລແດງ, ໂດຍກ່າວວ່າມີຈຸດປະສົງໂຈມຕີອິສຣາແອນ.
ຮວ່າງແອງ (ຕາມ Reuters)
ທີ່ມາ
(0)