ວັນທີ 18 ກັນຍານີ້, ສູນການຮ່ວມມືດ້ານການນຳໃຊ້ປັນຍາທຽມ (AI) ໄດ້ເລີ່ມກໍ່ສ້າງຢ່າງເປັນທາງການ.
ຄະນະກຳມະການພັດທະນາແລະປະຕິຮູບແຫ່ງຊາດ (NDRC) ກ່າວຢູ່ທີ່ກອງປະຊຸມລັດຖະມົນຕີກ່ຽວກັບ AI ທີ່ນະຄອນໜານໜິງ ນະຄອນຫຼວງຂອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີພາກໃຕ້ຂອງຈີນໃນວັນຈັນວານນີ້.
ກອງປະຊຸມຍັງໄດ້ປະກາດຂໍ້ລິເລີ່ມ "AI Plus" ເພື່ອຊຸກຍູ້ການຮ່ວມມືຈີນ-ອາຊຽນ ແລະສ້າງກົນໄກຮ່ວມມື AI ລະດັບລັດຖະມົນຕີລະຫວ່າງຈີນກັບອາຊຽນ.
ກອງປະຊຸມເພື່ອແນໃສ່ສ້າງເວທີປຶກສາຫາລືລະດັບສູງລະຫວ່າງຈີນກັບບັນດາປະເທດອາຊຽນ, ເພີ່ມທະວີການຮ່ວມມືຕົວຈິງໃນການພັດທະນາແລະການປົກຄອງ AI, ແລະຮັບປະກັນຜົນປະໂຫຍດລວມຈາກຄວາມກ້າວໜ້າ AI./.
ທີ່ມາ: https://www.vietnamplus.vn/khoi-cong-xay-dung-trung-tam-ung-dung-ai-trung-quoc-asean-post1062684.vnp
(0)