ສະພາການຄ້າ ແລະ ອຸດສາຫະກຳ ເຢຍລະມັນ (AHK) ແລະ ບໍລິສັດຫຸ້ນສ່ວນ Viet Duc Aspiration (VGEC) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືການຮັບນັກສຶກສາໄປຮຽນວິຊາຊີບຢູ່ ເຢຍລະມັນ ແລະ ປ່ຽນໃບປະກາດສະນີຍະບັດໃຫ້ບັນດາຄົນງານມີສີມືແຮງງານສູງໄປເຮັດວຽກຢູ່ ເຢຍລະມັນ.
ເຂົ້າຮ່ວມພິທີລົງນາມໂດຍທ່ານ Marko Walde, ຫົວໜ້າຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳ ເຢຍລະມັນ ປະຈຳ ຫວຽດນາມ, ທ່ານ ຟ້າມກວາງມິງ, ຜູ້ອຳນວຍການໃຫຍ່ VGEC. ເປັນພະຍານໂດຍ: ນາງ Christina Wegner: ທີ່ປຶກສາ; ສະພາ VIIB5; BMWK; ນາງ Anine Linder, ນາງ Carolin Ruppert: ຜູ້ຈັດການໂຄງການ "Hand in Hand for International Talents", DIHK; ທ່ານ Marcel Fernandes: ທີ່ປຶກສາໂຄງການ "Hand in Hand for International Talents", DIHK.
ທ່ານ ຟ້າມກວາງມິງ, ຜູ້ອຳນວຍການໃຫຍ່ VGEC ແລະ ທ່ານ Marko Walde, ຫົວໜ້າຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳ ເຢຍລະມັນ ປະຈຳ ຫວຽດນາມ ໄດ້ເຂົ້າຮ່ວມພິທີລົງນາມ.
ທີ່ພິທີລົງນາມ, ຜູ້ຕາງໜ້າ AHK ໃຫ້ຮູ້ວ່າ: “AHK, ໃນຖານະເປັນຂົວຕໍ່ລະຫວ່າງບັນດາວິສາຫະກິດ ເຢຍລະມັນ ແລະ ຫວຽດນາມ, ໄດ້ຜັນຂະຫຍາຍຫຼາຍໂຄງການທົດລອງກັບ ລັດຖະບານ ເຢຍລະມັນ, ໃນນັ້ນມີບັນດານັກພອນສະຫວັນສາກົນ.
ຈາກນັ້ນ, ພວກຂ້າພະເຈົ້າໄດ້ຮັບຮູ້ວ່າ ບັນດາຄຸນຄ່າໃໝ່ ແລະ ການປະຕິບັດແບບຍືນຍົງໄດ້ຮັບຜົນປະໂຫຍດຢ່າງແທ້ຈິງໃຫ້ແກ່ຄົນງານ ຫວຽດນາມ ແລະ ບັນດາວິສາຫະກິດ ເຢຍລະມັນ. ຄຽງຄູ່ກັບນັ້ນ, ບັນດາອົງການທີ່ເຂົ້າຮ່ວມວຽກງານນີ້ຕ້ອງມີກຽດສັກສີຢ່າງພຽງພໍ, ມີກຳລັງແຮງ, ມີວິໄສທັດອັນໃຫຍ່ຫຼວງ ແລະ ປາດຖະໜາຢາກສ້າງຄຸນຄ່າແບບຍືນຍົງໃຫ້ແກ່ປະຊາຄົມ. ແລະຂ້າພະເຈົ້າເຊື່ອວ່າ VGEC ແມ່ນອົງການຈັດຕັ້ງດັ່ງກ່າວ."
ຜູ້ຕາງໜ້າ VGEC ຢືນຢັນວ່າ: “ດ້ວຍພາລະກິດບຳລຸງສ້າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, VGEC ພວມປະຕິບັດໂຄງການຮັບສະໝັກ ແລະ ຝຶກອົບຮົບພາສາເຢຍລະມັນ ໃຫ້ແກ່ຜູ້ອອກແຮງງານ ແລະ ນັກຮຽນວິຊາຊີບທີ່ຮ່ຳຮຽນຢູ່ ເຢຍລະມັນ ຢູ່ ຫວຽດນາມ. VGEC ຍາມໃດກໍ່ມານະພະຍາຍາມນຳບັນດາວິທີແກ້ໄຂແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບ, ສ້າງບັນດາຄຸນຄ່າອັນດີງາມໃຫ້ແກ່ປະຊາຄົມ”.
ໃນສະພາບການທີ່ສອງປະເທດດຳເນີນການຮ່ວມມືຢ່າງກວ້າງຂວາງໃນຫຼາຍຂົງເຂດ, ການຮ່ວມມືລະຫວ່າງ VGEC ແລະ AHK ແມ່ນມີຄວາມໝາຍສຳຄັນໃນການສ້າງສະພາບແວດລ້ອມ ແຫ່ງການສຶກສາ ແລະ ບຳລຸງສ້າງວິຊາຊີບ, ປະກອບສ່ວນແກ້ໄຂບັນຫາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຂອງທັງເຢຍລະມັນ ແລະ ຫວຽດນາມ.
ເຢຍລະມັນແມ່ນຕະຫຼາດແຮງງານຄຸນນະພາບສູງສຸດໃນເອີຣົບສະເຫມີໄປມີເງື່ອນໄຂການເຮັດວຽກທີ່ດີແລະຜົນປະໂຫຍດສັງຄົມ. ຄຽງຂ້າງນັ້ນ, ດ້ວຍບັນດາຄຸນນະພາບຄື: ຄວາມພາກພຽນ, ເຮັດວຽກໜັກແໜ້ນ, ມີຫົວຄິດປະດິດສ້າງໃນການຮ່ຳຮຽນ, ເຮັດວຽກ, ຄົນງານ ຫວຽດນາມ ໄດ້ກາຍເປັນແຫຼ່ງຊັບພະຍາກອນມະນຸດທີ່ມີທ່າແຮງທີ່ວິສາຫະກິດ ເຢຍລະມັນ ມຸ່ງໄປເຖິງ. ປະຈຸບັນ, ບັນດາວິສາຫະກິດ ເຢຍລະມັນ ໄດ້ຮັບເອົາຄົນງານຫວຽດນາມ ໂດຍຜ່ານ 2 ຮູບແບບຕົ້ນຕໍຄື: ບຳລຸງສ້າງວິຊາຊີບຢູ່ຕ່າງປະເທດ ແລະ ການປ່ຽນໃບປະກາດສະນີຍະບັດໃຫ້ຜູ້ອອກແຮງງານມີສີມືແຮງງານສູງ.
ການຝຶກອົບຮົມວິຊາຊີບໃນເຢຍລະມັນແມ່ນໂຄງການຝຶກອົບຮົມວິຊາຊີບທີ່ມີຄຸນນະພາບສູງໃນປະເທດເຢຍລະມັນ, ເຊິ່ງນັກຮຽນຈະມີໂອກາດໃນການປັບປຸງແລະປະຕິບັດທັກສະວິຊາຊີບເຊັ່ນດຽວກັນກັບຄວາມຮູ້ດ້ານວິຊາຊີບ. ສຳລັບຜູ້ອອກແຮງງານທີ່ມີຄວາມສາມາດສູງ (ມີໃບປະກາດສະນີຍະບັດ ແລະ ປະສົບການເຮັດວຽກ) ຢູ່ ຫວຽດນາມ ທີ່ຢາກໄປເຮັດວຽກຢູ່ ເຢຍລະມັນ, ການປ່ຽນໃບປະກາດສະນີຍະບັດແມ່ນຄວາມຮຽກຮ້ອງຕ້ອງການທີ່ສຳຄັນເພື່ອຮັບປະກັນຄວາມຖືກຕ້ອງ ແລະ ການຮັບຮູ້ຄວາມຊຳນານຂອງຕົນຢູ່ປະເທດນີ້.
ມິນອານ
ເປັນປະໂຫຍດ
ອາລົມ
ສ້າງສັນ
ເປັນເອກະລັກ
ພຣະພິໂລດ
ທີ່ມາ






(0)