ເຮືອລຳນີ້ໄດ້ຫຼົ້ມໃນຕອນບ່າຍວັນທີ 27 ກໍລະກົດນີ້ (ຕາມເວລາທ້ອງຖິ່ນ) ທີ່ທະເລສາບ Laguna, ປະມານ 37 ກິໂລແມັດທາງທິດຕາເວັນອອກສຽງໃຕ້ຂອງນະຄອນຫຼວງມານີລາຂອງຟີລິບປິນ.
ຮູບພາບທີ່ເຊື່ອກັນວ່າເປັນສາກຂອງເຮືອຫຼົ້ມ
ທະຫານຍາມຝັ່ງຟີລິບປິນ
AFP ໄດ້ອ້າງຄຳເວົ້າຂອງເຈົ້າໜ້າທີ່ກູ້ໄພ Kenneth Cirados ທີ່ກ່າວວ່າ ເຮືອໂດຍສານຂະໜາດນ້ອຍກຳລັງເດີນທາງຈາກເມືອງ Binangonan ໄປຫາເກາະ Talim ກາງທະເລສາບ ໃນເວລາເກີດເຫດ. ເຮືອໄດ້ຢູ່ຫ່າງຈາກຝັ່ງປະມານ 45 ແມັດເທົ່ານັ້ນ.
ນາຍພົນເຮືອເອກ Armando Balilo ໂຄສົກກອງຍາມຝັ່ງຟີລິບປິນ ກ່າວວ່າ ຜູ້ໂດຍສານໃນເຮືອລຳດັ່ງກ່າວ ຕື່ນຕົກໃຈ ເພາະມີລົມແຮງ ແລະແລ່ນໄປຝັ່ງຊ້າຍຂອງເຮືອ ເຮັດໃຫ້ເຮືອເສຍການດຸ່ນດ່ຽງ ແລະຈົມລົງ.
ເຈົ້າໜ້າທີ່ກູ້ໄພໄດ້ກອບກູ້ 23 ສົບ ແລະ ໄດ້ຊ່ວຍເຫຼືອອີກ 40 ຄົນ. ພວກກູ້ໄພຍັງຊອກຫາຜູ້ຫາຍສາບສູນອີກ 6 ຄົນ ຫລັງຈາກເຮືອຫຼົ້ມ.
ນ້ຳຖ້ວມຢູ່ເມືອງ Bontoc ແຂວງພູດອຍ ທາງພາກເໜືອຟີລິບປິນໃນວັນທີ 26 ກໍລະກົດ.
ນາຍພົນເຮືອເອກ Balilo ກ່າວວ່າ ອຸບັດເຫດດັ່ງກ່າວເກີດຂຶ້ນບໍ່ເທົ່າໃດຊົ່ວໂມງ ຫຼັງຈາກພະຍຸໄຕ້ຝຸ່ນ Doksuri ທີ່ມີຊື່ວ່າ Egay ໄດ້ພັດຜ່ານພາກເຫນືອຂອງຟີລິບປິນ.
ຟີລິບປິນມີເກາະດອນຫຼາຍກວ່າ 7,000 ແຫ່ງ ແລະໄດ້ຖືກລົມໄຕ້ຝຸ່ນ 20 ຄັ້ງຕໍ່ປີ. ອຸບັດເຫດທາງເຮືອແມ່ນໄດ້ເກີດຂຶ້ນເລື້ອຍໆໃນແຕ່ລະປີ. ເສັ້ນທາງເຮືອບາງແຫ່ງໄດ້ເປີດຄືນໃໝ່ໃນວັນທີ 27 ກໍລະກົດ ຫຼັງຈາກພາຍຸໄຕ້ຝຸ່ນ Doksuri ຜ່ານໄປ.
ພາຍຸດັ່ງກ່າວໄດ້ເຮັດໃຫ້ແມ່ນ້ຳໃນຟີລິບປິນໄຫລລົ້ນ ແລະປະຊາຊົນຫລາຍພັນຄົນຖືກປະຖິ້ມໄວ້ໂດຍບໍ່ມີໄຟຟ້າໃຊ້. ຢ່າງໜ້ອຍມີ 6 ຄົນເສຍຊີວິດຍ້ອນລົມພາຍຸດັ່ງກ່າວ, ອີງຕາມ AFP.
ແຫຼ່ງທີ່ມາ
(0)