
ໃນຕົ້ນປີ 2025, ສະຫະພັນແຮງງານຫວຽດນາມ ໄດ້ມີການພົບປະກັບການນຳຂັ້ນແຂວງ ແລະ ໄດ້ເຫັນດີກ່ຽວກັບແຜນການກໍ່ສ້າງຫ້ອງແຖວ 750 ຫ້ອງໃຫ້ຄົນງານຢູ່ເຂດອຸດສາຫະກຳ VSIP, ແຕ່ມາຮອດປະຈຸບັນ, ແຜນການດັ່ງກ່າວຍັງບໍ່ທັນເປັນຈິງ. ຄົນງານຫລາຍພັນຄົນ ຢູ່ບັນດາໂຮງງານ ຢູ່ພາກເໜືອ ກວາງງາຍ ຍັງໄປເຮັດວຽກແຕ່ເຊົ້າໆ ແລະ ກັບຄືນບ້ານ ໃນຕອນແລງ ດ້ວຍພາຫະນະ ທຸກປະເພດ ເຮັດໃຫ້ການສັນຈອນ ຢູ່ທ້ອງຖິ່ນ ຕາມເສັ້ນທາງ ຫຼວງແຫ່ງຊາດ ເລກທີ 1 ໃນຊົ່ວໂມງ ເລັ່ງດ່ວນ.
ຕາມແຜນການ, ລັດຖະບານ ໄດ້ມອບໝາຍໃຫ້ ກວາງຫງາຍ ກໍ່ສ້າງເຮືອນຢູ່ສັງຄົມ 8.500 ເຮືອນຮອດປີ 2030. ຖ້າແຜນການດັ່ງກ່າວໄດ້ຮັບການຜັນຂະຫຍາຍຈະບັນລຸພຽງ 1/10 ຂອງຈຳນວນຄົນທີ່ຕ້ອງການທີ່ຢູ່ອາໄສ. ເພື່ອຜັນຂະຫຍາຍແຜນການດັ່ງກ່າວໃຫ້ສຳເລັດໂດຍໄວ, ແຂວງ ກວາງນາມ ໄດ້ອອກນະໂຍບາຍບຸລິມະສິດຫຼາຍຢ່າງເພື່ອດຶງດູດນັກລົງທຶນຄື: ແຂວງຈະຄຸ້ມຄອງການບຸກເບີກໜ້າທີ່ທັງໝົດ, ມອບ “ທີ່ດິນສະອາດ” ໃຫ້ນັກລົງທຶນ ແລະ ພ້ອມກັນນັ້ນຈະໜູນຊ່ວຍ 70% ໃນການກໍ່ສ້າງພື້ນຖານໂຄງລ່າງ. ນະໂຍບາຍບຸລິມະສິດນີ້ເມື່ອທຽບໃສ່ບັນດາແຂວງໃກ້ຄຽງແມ່ນຂ້ອນຂ້າງເປີດກວ້າງ, ດຶງດູດນັກລົງທຶນງ່າຍ.
ຕາມການລາຍງານຂອງກົມກໍ່ສ້າງ, ໄດ້ວາງແຜນກໍ່ສ້າງເຮືອນຢູ່ສັງຄົມ 19 ແຫ່ງ, ໃນເນື້ອທີ່ 271 ເຮັກຕາ. ນີ້ແມ່ນກອງທຶນທີ່ດິນທີ່ອຸດົມສົມບູນພໍສົມຄວນເພື່ອລົງທຶນກໍ່ສ້າງເຮືອນຢູ່ສັງຄົມ. ນອກຈາກນັ້ນ, 7 ໂຄງການບ້ານການຄ້າໃນເຂດຕົວເມືອງໃນແຂວງຍັງໄດ້ສະຫງວນ 20% ຂອງກອງທຶນທີ່ດິນເພື່ອການກໍ່ສ້າງທີ່ຢູ່ອາໄສສັງຄົມ.
ມາຮອດຈຸດເວລານີ້, ແຂວງ ກວາງຫງາຍ ໄດ້ສ້າງສຳເລັດ 144 ເຮືອນຢູ່ສັງຄົມຢູ່ຕາແສງຕາເວັນຕົກຂອງແຂວງ (ແຕ່ກ່ອນ ແມ່ນ ກອນຕູມ ) ແລະ ພວມກໍ່ສ້າງ 48 ຫົວໜ່ວຍ. ແຂວງກໍ່ໄດ້ມອບໝາຍໃຫ້ຜູ້ລົງທຶນໂຄງການທີ່ມີຂະໜາດ 600 ກວ່າຫົວໜ່ວຍ, ດ້ວຍຍອດຈຳນວນເງິນລົງທຶນປະມານ 600 ຕື້ດົ່ງ, ຄາດວ່າຈະເລີ່ມກໍ່ສ້າງໃນເດືອນຕຸລານີ້.
ສະນັ້ນ, ທິດທາງສ້າງສຳເລັດເຮືອນຢູ່ສັງຄົມ 8.500 ຫລັງທີ່ລັດຖະບານໄດ້ມອບໝາຍໃຫ້ແຂວງແມ່ນຈະແຈ້ງ. ນະໂຍບາຍດຶງດູດນັກລົງທຶນຂອງແຂວງຍັງໄດ້ສະແດງໃຫ້ເຫັນຢູ່ໃນເອກະສານ. ຢ່າງໃດກໍ່ຕາມ, ການຈັດຕັ້ງປະຕິບັດວຽກງານກໍ່ສ້າງເພື່ອຕອບສະໜອງຄວາມຕ້ອງການທີ່ຢູ່ອາໄສຂອງຜູ້ອອກແຮງງານ ແລະ ຜົນປະໂຫຍດຂອງຜູ້ລົງທຶນກໍ່ເປັນບັນຫາທີ່ຕ້ອງໄດ້ແກ້ໄຂໂດຍໄວ.
ຫວ່າງມໍ່ໆມານີ້, ທີ່ການພົບປະກັບບັນດາວິສາຫະກິດກໍ່ສ້າງເຮືອນຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕ້ອງຍົກອອກມາວ່າ: ລາຄາເຮືອນທີ່ນັກລົງທຶນປະກາດຂາຍແຕ່ 70 – 100 ລ້ານ/ຕາແມັດແມ່ນ “ລາຄາສູງຂຶ້ນສູງ”, ແລະ ຄົນງານທີ່ມີລາຍຮັບສະເລ່ຍບໍ່ສາມາດຊື້ໄດ້.
ດ້ວຍລາຍຮັບສະເລ່ຍຂອງຄົນງານແຂວງ ກວາງນາມ ໃນປະຈຸບັນແມ່ນ 8-10 ລ້ານດົ່ງ/ເດືອນ, ຍາກທີ່ຈະຝັນຢາກໄດ້ເຮືອນທີ່ມີມູນຄ່າ 1,5-2 ຕື້ດົ່ງ.
ທຸລະກິດຄິດເຖິງຜົນກຳໄລສະເໝີ, ແຕ່ດ້ວຍທີ່ຢູ່ອາໄສທາງສັງຄົມ, ເຮົາບໍ່ຄວນເອົາກຳໄລກ່ອນ ແຕ່ໃຫ້ຄິດເຖິງຜູ້ມີລາຍຮັບຕໍ່າ ແລະ ຫາທາງໃຫ້ເຂົາສາມາດຊື້ເຮືອນໄດ້. ນັ້ນແມ່ນສິ່ງທີ່ພວກເຮົາຄວນຈະມຸ່ງຫວັງ.
ທີ່ມາ: https://quangngaitv.vn/lo-cho-o-cho-nguoi-lao-dong-6508922.html
(0)