.jpg)
ເຂົ້າຮ່ວມກອງປະຊຸມມີວິສາຫະກິດ 14 ແຂວງ Gunma ດຳເນີນທຸລະກິດໃນຂົງເຂດອຸດສາຫະກຳຜະລິດ, ຜະລິດຊິ້ນສ່ວນລົດຍົນ, ອຸປະກອນ ການແພດ , ອາຫານ, ການອອກແບບພາຍໃນ... ພ້ອມກັບວິສາຫະກິດດ່ານັງ 20 ກວ່າແຫ່ງ.
ກອງປະຊຸມລວມມີ 2 ກອງປະຊຸມຄື: ແນະນຳສະພາບແວດລ້ອມແຫ່ງການລົງທຶນຢູ່ນະຄອນ ດ່ານັງ ແລະ ເຊື່ອມໂຍງ ແລະ ແລກປ່ຽນການຮ່ວມມືກັບບັນດາວິສາຫະກິດແຂວງ Gunma.
ທ່ານຫົວໜ້າກົມການຕ່າງປະເທດ ຫງວຽນຊວນບິ່ງ ເນັ້ນໜັກວ່າ Gunma ແມ່ນໜຶ່ງໃນບັນດາສູນພັດທະນາອຸດສາຫະກຳແຖວໜ້າຂອງ ຍີ່ປຸ່ນ, ແບ່ງປັນຫຼາຍຈຸດຄ້າຍຄືກັນກັບນະຄອນ ດ່ານັງ ໃນດ້ານຄວາມສາມາດ, ກຳລັງແຮງ, ທິດພັດທະນາ.
ນີ້ແມ່ນຄັ້ງທີ 2 ທີ່ກອງປະຊຸມ “ການພົບປະກັບວິສາຫະກິດແຂວງ Gunma” ຖືກຈັດຂຶ້ນຢູ່ນະຄອນ ດ່ານັງ, ໄດ້ຢືນຢັນການພົວພັນຮ່ວມມືລະຫວ່າງ 2 ທ້ອງຖິ່ນຢ່າງເລິກເຊິ່ງກ່ວາອີກ.
ຕາມທ່ານ ຫງວຽນຊວນບິ່ງ ແລ້ວ, ກອງປະຊຸມແມ່ນໂອກາດເພື່ອໃຫ້ນະຄອນແນະນຳໃຫ້ບັນດາວິສາຫະກິດ ຍີ່ປຸ່ນ ເປີດກ້ວາງສະພາບແວດລ້ອມແຫ່ງການລົງທຶນ ແລະ ບັນດານະໂຍບາຍບຸລິມະສິດຢູ່ເຂດການຄ້າເສລີ, ສວນເຕັກໂນໂລຊີສູງ ແລະ ສວນອຸດສາຫະກຳ.
ພ້ອມກັນນັ້ນ, ກໍ່ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດນະຄອນ ດ່ານັງ ແລະ ແຂວງ Gunma ໄດ້ພົບປະແລກປ່ຽນຂໍ້ມູນຂ່າວສານໂດຍກົງ, ເພື່ອແນໃສ່ສ້າງຕັ້ງການພົວພັນຄູ່ຮ່ວມມື, ເປີດກວ້າງຕະຫຼາດນຳເຂົ້າ ແລະ ສົ່ງອອກ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບລະຫວ່າງນະຄອນ ດ່ານັ້ງ - Gunma ເວົ້າລວມ ແລະ ຫວຽດນາມ - ຍີ່ປຸ່ນ ເວົ້າລວມ.
.jpg)
ຕາມທ່ານ Fukai Akihiko, ຜູ້ຕາງຫນ້າທະນາຄານ Gunma ແລ້ວ, ນະຄອນ ດ່າໜັງ ພວມກາຍເປັນແຫຼ່ງລົງທຶນທີ່ມີທ່າແຮງ, ດຶງດູດຄວາມສົນໃຈຂອງບັນດາວິສາຫະກິດຢູ່ແຂວງ Gunma ຍ້ອນອັດຕາການເຕີບໂຕ ເສດຖະກິດ ທີ່ປະທັບໃຈ, ພື້ນຖານໂຄງລ່າງອຸດສາຫະກຳທັນສະໄໝ ແລະ ສະຖານທີ່ຕັ້ງພູມສາດທີ່ສະດວກ.
ທ່ານ Fukai Akihiko ໃຫ້ຮູ້ວ່າ: ປະຈຸບັນມີວິສາຫະກິດ Gunma ປະມານ 60 ວິສາຫະກິດລົງທຶນຢູ່ ຫວຽດນາມ; ຫຼາຍແຫ່ງພວມຊອກຫາກາລະໂອກາດຜັນຂະຫຍາຍໄປພາກກາງ, ພິເສດແມ່ນນະຄອນ ດ່າໜັງ.
ທ່ານ Fukai Akihiko ເນັ້ນໜັກວ່າ: “ດ້ວຍພາລະກິດເຊື່ອມຕໍ່ກຳລັງມະນຸດເພື່ອສ້າງອະນາຄົດຂອງປະຊາຄົມ, ພວກຂ້າພະເຈົ້າປາດຖະໜາຢາກພ້ອມກັບນະຄອນ ດ່ານັ້ງ ໃນການຊຸກຍູ້ການຮ່ວມມືສອງປະເທດ, ປະກອບສ່ວນເພີ່ມທະວີການພົວພັນດ້ານເສດຖະກິດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ຢ່າງມີປະສິດທິຜົນ.
ທີ່ມາ: https://baodanang.vn/mo-rong-hop-tac-dau-tu-ket-noi-doanh-nghiep-da-nang-va-gunma-nhat-ban-3308018.html
(0)