Vietnam.vn - Nền tảng quảng bá Việt Nam

ຫວັງ​ວ່າ​ສະພາ​ສູງ​ອິນ​ເດຍຈະ​ສືບ​ຕໍ່​ສະໜັບສະໜູນ​ການ​ຮ່ວມ​ມື​ກັບ​ຫວຽດນາມ​ໃນ​ທຸກ​ຂົງ​ເຂດ

Việt NamViệt Nam01/08/2024

ຕອນ​ບ່າຍ​ວັນ​ທີ 1/8, ຢູ່​ນະຄອນ New Delhi, ທ່ານ​ນາຍົກລັດຖະມົນຕີ Pham Minh Chinh ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ Jagdeep Dhankhar ຮອງ​ປະທານ​ສະພາ​ສູງ ອິນ​ເດຍ ​ໃນ​ໄລຍະ​ຢ້ຽມຢາມ​ທາງ​ລັດຖະກິດ​ຢູ່ ອິນ​ເດຍ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Pham Minh Chinh ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ຮອງ​ປະ​ທານ​ປະ​ເທດ ແລະ ປະ​ທານ​ສະ​ພາ​ສູງ ອິນ​ເດຍ Jagdeep Dhankhar. (ພາບ: DUONG GiANG)

ທ່ານ ​ນາ ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ທ່ານ​ຮອງ​ປະ​ທານ​ສະ​ພາ​ສູງ ແລະ ປະ​ທານ​ສະ​ພາ​ສູງ​ທີ່​ໄດ້​ສົ່ງ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຕໍ່​ການ​ເສຍ​ຊີ​ວິດ​ຂອງ​ທ່ານ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ສະ​ແດງ​ຄວາມ​ສາ​ມັກ​ຄີ​ມິດ​ຕະ​ພາບ​ທີ່​ແທ້​ຈິງ​ລະ​ຫວ່າງ 2 ປະ​ເທດ.

ທ່ານ​ຮອງ​ປະທານ​ສະພາ​ສູງ Jagdeep Dhankhar ​ໄດ້​ຫວນ​ຄືນ​ບັນດາ​ຄວາມ​ຊົງ​ຈຳ ​ແລະ ນ້ຳ​ໃຈ​ອັນ​ດີງາມ​ທີ່​ຍັງ​ຄົງ​ຮັກສາ​ໄວ້​ໃນ​ໄລຍະ​ມາ​ຢ້ຽມຢາມ ຫວຽດນາມ ​ໃນ​ປີ 2022 ​ແລະ ​ເນັ້ນ​ໜັກ​ວ່າ ຫວຽດນາມ ​ແມ່ນ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ທີ່​ສຳຄັນ​ຂອງ ອິນ​ເດຍ, ປະຊາຊົນ 2 ປະ​ເທດ​ມີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ມາ​ແຕ່​ດົນ​ນານ.

ທ່ານ​ຮອງ​ປະທານ​ສະພາ​ສູງ Jagdeep Dhankhar ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ການ​ເຈລະຈາ​ລະຫວ່າງ​ທ່ານ​ນາຍົກລັດຖະມົນຕີ Pham Minh Chinh ກັບ​ທ່ານ​ນາຍົກລັດຖະມົນຕີ Narendra Modi ​ແລະ ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ຢ່າງ​ຕັ້ງໜ້າ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ. ຫວຽດນາມ-ອິນເດຍ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Pham Minh Chinh ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ຮອງ​ປະ​ທານ​ປະ​ເທດ ແລະ ປະ​ທານ​ສະ​ພາ​ສູງ ອິນ​ເດຍ Jagdeep Dhankhar. (ພາບ: DUONG GiANG)

ທ່ານ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ປາດ​ຖະໜາ​ວ່າ ສະພາ​ສູງ ອິນ​ເດຍ ສືບ​ຕໍ່​ໜູນ​ຊ່ວຍ​ການ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ, ກ່ອນ​ອື່ນ​ໝົດ​ແມ່ນ​ບັນດາ​ເສົາ​ຄ້ຳ​ພື້ນ​ເມືອງ​ຄື: ປ້ອງ​ກັນ​ປະ​ເທດ - ຄວາມ​ໝັ້ນຄົງ, ເສດຖະກິດ - ການ​ຄ້າ, ​ໃນ​ນັ້ນ​ຜັນ​ຂະຫຍາຍ​ບັນດາ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ​ໃໝ່​ຄື: ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ຂ່າວສານ ​ແລະ ສື່ສານ, ພະລັງງານ​ທົດ​ແທນ, ​ເສດຖະກິດ​ຂຽວ, ​ເສດຖະກິດ​ດີ​ຈີ​ຕອນ, ປັນຍາ​ປະດິດ.

2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ, ​ແລກປ່ຽນ​ບົດຮຽນ​ລະຫວ່າງ​ບັນດາ​ຄະນະ​ກຳມະການ​ພິ​ເສດ ​ແລະ ລະຫວ່າງ​ບັນດາ​ຜູ້​ແທນ​ສະພາ​ແຫ່ງ​ຊາດ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ໄດ້​ຝາກ​ຄວາມ​ຢື້ຢາມ​ຖາມ​ຂ່າວ ​ແລະ ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ດ້າຍ​ກວາງ ​ເຖິງ​ທ່ານ​ຮອງ​ປະທານ​ປະ​ເທດ, ປະທານ​ສະພາ​ສູງ ​ເພື່ອ​ແນ​ໃສ່​ຈັດ​ຕັ້ງ​ການ​ຢ້ຽມຢາມ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ.


ທີ່ມາ

(0)

ວິຫານ Notre Dame ຢູ່ນະຄອນ ໂຮ່ຈີມິນ ໄດ້ສະຫວ່າງສະໄຫວເພື່ອຕ້ອນຮັບບຸນຄຣິສມາສ 2025
ເດັກຍິງຮ່າໂນ້ຍ "ແຕ່ງຕົວ" ທີ່ສວຍງາມສໍາລັບລະດູການວັນຄຣິດສະມາດ
ຫລັງ​ຈາກ​ລົມ​ພາຍຸ​ແລະ​ນ້ຳ​ຖ້ວມ, ໝູ່​ບ້ານ Tet chrysanthemum ​ເມືອງ Gia Lai ຫວັງ​ວ່າ​ຈະ​ບໍ່​ມີ​ໄຟຟ້າ​ໃຊ້​ເພື່ອ​ຊ່ວຍ​ປະ​ຢັດ​ໂຮງງານ.
ນະຄອນຫຼວງຂອງຕົ້ນຫມາກໂປມສີເຫຼືອງໃນພາກກາງໄດ້ຮັບຄວາມເສຍຫາຍຢ່າງຫນັກຫຼັງຈາກໄພພິບັດທໍາມະຊາດສອງເທົ່າ

ມໍລະດົກ

ຮູບ

ທຸລະກິດ

ຮ້ານກາເຟ ດາລາດ ເຫັນວ່າມີລູກຄ້າເພີ່ມຂຶ້ນ 300% ຍ້ອນວ່າ ເຈົ້າຂອງຫຼິ້ນລະຄອນ 'ລະຄອນສິລະປະການຕໍ່ສູ້'

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ