ບັນດາການນຳຂອງສະພາກໍ່ສ້າງ ແລະ ຄຸ້ມຄອງຕົວເມືອງ ໃຫ້ຮູ້ວ່າ: ພາຍຫຼັງ 3 ປີ, ໂຄງການ “ສ້າງຕັ້ງສູນຮ່ວມມື ຫວຽດນາມ - ສ.ເກົາຫຼີ ກ່ຽວກັບນະຄອນອັດສະລິຍະ ແລະ ເຕັກໂນໂລຊີກໍ່ສ້າງ” VKC ບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ, ດ້ວຍ 20 ຊຸດຝຶກອົບຮົມກ່ຽວກັບຕົວເມືອງສະຫຼາດໃນທົ່ວປະເທດ, ປະກອບສ່ວນຍົກສູງຄວາມສາມາດຄຸ້ມຄອງການພັດທະນາຕົວເມືອງສະຫຼາດແບບຍືນຍົງໃຫ້ບັນດາທ້ອງຖິ່ນຂອງຫວຽດນາມ.

ຄຽງຄູ່ກັນນັ້ນ, ທົດລອງຜັນຂະຫຍາຍການວາງແຜນຜັງຕົວເມືອງອັດສະລິຍະ/ແຜນແມ່ບົດຕົວເມືອງທີ່ສອງຝ່າຍໄດ້ຄັດເລືອກ (ເຂດຕົວເມືອງ ອານວັນດົ່ງ A ແລະ B - ນະຄອນ ເຫ້ວ ); ຖານຂໍ້ມູນ 3D ສໍາລັບເຂດຕົວເມືອງ An Van Duong A ແລະ B - Hue. ໂຄງການດັ່ງກ່າວໄດ້ເຂົ້າຫາວິທີແກ້ໄຂການວາງແຜນທີ່ກ່ຽວຂ້ອງກັບເທັກໂນໂລຍີອັດສະລິຍະ ແລະການທົດລອງການເຊື່ອມໂຍງເຂົ້າໃນແຜນກຳນົດເຂດທີ່ຖືກອະນຸມັດຢູ່ໃນຕົວເມືອງນີ້.
ໝາກຜົນຂອງໂຄງການ VKC ໄດ້ນຳມາເຊິ່ງການປະກອບສ່ວນແທດຈິງ ແລະ ມີປະສິດທິຜົນຂອງຫວຽດນາມ ເວົ້າລວມ ແລະ ກະຊວງກໍ່ສ້າງ ເວົ້າສະເພາະໃນການປະຕິບັດໂຄງການ 950 “ພັດທະນານະຄອນອັດສະລິຍະແບບຍືນຍົງຢູ່ຫວຽດນາມ ໄລຍະ 2018 – 2025 ແລະ ທິດທາງຮອດ 2030”. ໂຄງການ VKC ໄດ້ຊຸກຍູ້ການຄົ້ນຄວ້າ ແລະ ຝຶກອົບຮົມກ່ຽວກັບນະຄອນອັດສະລິຍະ ແລະ ເຕັກໂນໂລຊີກໍ່ສ້າງທີ່ກ້າວໜ້າ ເພື່ອປະກອບສ່ວນເຂົ້າໃນການພັດທະນານະຄອນອັດສະລິຍະຂອງຫວຽດນາມ; ຄ່ອຍໆຮັບຮອງເອົາບັນດານະໂຍບາຍ ແລະ ທິດທາງຂອງຫວຽດນາມ ໃນການຊຸກຍູ້ການພັດທະນາຕົວເມືອງສະຫຼາດ ແລະ ຍືນຍົງຮອດປີ 2030.
ທ່ານ ຫງວຽນຈ້ອງແທ່ງ, ຫົວໜ້າກົມຮ່ວມມືສາກົນ - ກະຊວງກໍ່ສ້າງ ເນັ້ນໜັກວ່າ: ໃນສະພາບການເຊື່ອມໂຍງເຂົ້າກັບສາກົນ, ພັກ ແລະ ລັດຖະບານ ຫວຽດນາມ ຍາມໃດກໍ່ຕັ້ງໜ້າຜັນຂະຫຍາຍບັນດາທິດພັດທະນາຕົວເມືອງສະຫຼາດແບບຍືນຍົງ, ກໍ່ສ້າງຕົວເມືອງສີຂຽວ, ຕອບສະໜອງການປ່ຽນແປງຂອງດິນຟ້າອາກາດ, ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃຫ້ທັນສະໄໝ, ປະຕິຮູບການບໍລິຫານມຸ່ງໄປເຖິງການກໍ່ສ້າງລັດຖະບານດີຈີຕອນ, ເຂົ້າຮ່ວມວິວັດການອຸດສາຫະກຳຄືນໃໝ່.
ການພັດທະນານະຄອນອັດສະລິຍະແບບຍືນຍົງແມ່ນໜຶ່ງໃນບັນດາກຳລັງຂັບເຄື່ອນທີ່ສຳຄັນເພື່ອບັນລຸເປົ້າໝາຍຫັນ ຫວຽດນາມ ກາຍເປັນປະເທດອຸດສາຫະກຳທັນສະໄໝ, ມີລາຍຮັບສູງໃນປີ 2045.
ບົນພື້ນຖານບັນດາໝາກຜົນທີ່ບັນລຸໄດ້, ກະຊວງກໍ່ສ້າງຫວຽດນາມ ແລະ ກະຊວງທີ່ດິນ, ພື້ນຖານໂຄງລ່າງ ແລະ ຂົນສົ່ງ ສ.ເກົາຫຼີ ພວມຕັ້ງໜ້າສະເໜີໃຫ້ລັດຖະບານ 2 ປະເທດຜັນຂະຫຍາຍໂຄງການ VKC ໄລຍະ 2. ກະຊວງກໍ່ສ້າງຫວັງວ່າຈະສືບຕໍ່ໄດ້ຮັບການໜູນຊ່ວຍຈາກກະຊວງທີ່ດິນ, ພື້ນຖານໂຄງລ່າງ ແລະ ຂົນສົ່ງ ສ.ເກົາຫຼີ ເພື່ອແນໃສ່ເພີ່ມທະວີການພັດທະນານະຄອນສະຫຼາດແບບຍືນຍົງຢູ່ ຫວຽດນາມ.
ທີ່ມາ: https://kinhtedothi.vn/nang-cao-nang-luc-can-bo-quan-ly-xay-dung-do-thi-thong-minh.html






(0)