ທີ່ໂຄງການລິເລີ່ມຄວາມຍືນຍົງຂອງບໍລິສັດ (CSI) 2025, Nestlé ຫວຽດນາມ ໄດ້ເປັນກຽດໄດ້ຮັບນາມມະຍົດ “CSI Star” ໂດຍ VCCI - ເປັນຂີດໝາຍ 5 ປີຕິດຕໍ່ກັນໃນ 10 ວິສາຫະກິດທີ່ມີຄວາມຍືນຍົງທີ່ສຸດຢູ່ຫວຽດນາມ ໃນຂະແໜງການຜະລິດ.

ທ່ານ Binu Jacob, ຜູ້ອຳນວຍການໃຫຍ່ Nestlé ຫວຽດນາມ, ປະທານຮ່ວມສະພາວິສາຫະກິດ ຫວຽດນາມ ເພື່ອການພັດທະນາແບບຍືນຍົງ (VBCSD), ກ່າວຄຳເຫັນທີ່ພິທີ. ພາບ: ອຽນຕື.
ປີ 2025 ແມ່ນປີຄົບຮອບ 10 ປີແຫ່ງການປະຕິບັດໂຄງການ CSI, ດ້ວຍຂະໜາດ ແລະ ຄຸນນະພາບນັບມື້ນັບໃຫຍ່ຫຼວງ, ຢືນຢັນທີ່ຕັ້ງແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ມີຊື່ສຽງໃນຂົງເຂດພັດທະນາແບບຍືນຍົງຢູ່ ຫວຽດນາມ. ທີ່ການເຄື່ອນໄຫວ, ດ້ວຍ 5 ປີຕິດຕໍ່ກັນໃນ 10 ວິສາຫະກິດແບບຍືນຍົງທີ່ສຸດຂອງຫວຽດນາມ ໃນຂະແໜງການຜະລິດ, Nestlé ຫວຽດນາມ ໄດ້ຮັບລາງວັນ CSI Star.
ກ່າວຄຳເຫັນນະທີ່ນີ້, ທ່ານ Ho Sy Hung, ປະທານ VCCI ເນັ້ນໜັກວ່າ: “ພວກເຮົາໄດ້ມານະພະຍາຍາມກໍ່ສ້າງ CSI ໃຫ້ກາຍເປັນລະບົບນິເວດທີ່ຊຸກຍູ້ການຫັນເປັນວິສາຫະກິດແຫ່ງຊາດແບບຍືນຍົງ, ຫັນດັດຊະນີນີ້ເປັນກຳລັງຊຸກຍູ້ການສ້າງ - ເຊິ່ງບັນດາວິສາຫະກິດບໍ່ພຽງແຕ່ໄດ້ຮັບການຮັບຮູ້ດ້ວຍຫົວຂໍ້ເທົ່ານັ້ນ, ຫາກຍັງພ້ອມກັນສ້າງອະນາຄົດແຫ່ງການພັດທະນາ ເສດຖະກິດ ຂຽວຢູ່ ຫວຽດນາມ. ຄຽງຄູ່ກັບການຜັນຂະຫຍາຍບັນດາວິສາຫະກິດຂະໜາດກາງ ແລະ ຂະໜາດໃຫຍ່ຄືປີກ່ອນ, ພວກຂ້າພະເຈົ້າຫວັງວ່າຈະສ້າງພື້ນຖານເພື່ອແຜ່ຂະຫຍາຍການພັດທະນາແບບຍືນຍົງໃຫ້ແກ່ບັນດາປະເພດວິສາຫະກິດທີ່ກວມອັດຕາສ່ວນຫຼາຍໃນໂຄງປະກອບວິສາຫະກິດແຫ່ງຊາດ.”
ໂດຍເປັນປະທານຮ່ວມຂອງສະພາວິສາຫະກິດຫວຽດນາມ ເພື່ອການພັດທະນາແບບຍືນຍົງ (VBCSD), ທ່ານ Binu Jacob, ຜູ້ອໍານວຍການໃຫຍ່ Nestlé ຫວຽດນາມ ແບ່ງປັນວ່າ: “ເມື່ອຫວຽດນາມ ມຸ່ງໄປເຖິງການກາຍເປັນປະເທດພັດທະນາດ້ວຍທິດທາງການເຕີບໂຕສີຂຽວ, Nestlé ຢືນຢັນບົດບາດເປັນຄູ່ຮ່ວມມືຍຸດທະສາດຢ່າງບໍ່ຢຸດຢັ້ງ.

Nestlé ຫວຽດນາມ ໄດ້ສົມທົບກັບ VBCSD ແລະ ບັນດາຄູ່ຮ່ວມມືປະຕິບັດໂຄງການຝຶກອົບຮົມຫຼາຍຢ່າງ, ເຜີຍແຜ່ຄວາມຮູ້ກ່ຽວກັບ ESG, ປັບປຸງກອບກົດໝາຍ ແລະ ແບ່ງປັນປະສົບການໃຫ້ແກ່ CSI 100 ແລະ ບັນດາວິສາຫະກິດໃນຕ່ອງໂສ້ການສະໜອງ. ພາບ: ອຽນຕື.
ເຊື່ອວ່າການພັດທະນາແບບຍືນຍົງພຽງແຕ່ປະສົບຜົນສຳເລັດຢ່າງແທ້ຈິງເມື່ອທຸກວິສາຫະກິດແຕ່ຂະໜາດໃຫຍ່ຫານ້ອຍໄດ້ມີໂອກາດເຂົ້າຮ່ວມ, Nestlé ຫວຽດນາມ ບໍ່ພຽງແຕ່ມຸ່ງໄປເຖິງເປົ້າໝາຍຂອງຕົນເອງເທົ່ານັ້ນ, ຫາກຍັງບຸກເບີກເຜີຍແຜ່ບັນດາການປະຕິບັດທີ່ດີຕາມດັດຊະນີ CSI, ປະກອບສ່ວນສ້າງປະຊາຄົມວິສາຫະກິດທີ່ເຂັ້ມແຂງ ປັບຕົວເຂົ້າກັບບັນດາການຜັນແປ ແລະ ປະກອບສ່ວນເຂົ້າໃນເປົ້າໝາຍແຫ່ງຊາດ.
ບົນຈິດໃຈນັ້ນ, Nestlé ຫວຽດນາມ, ສົມທົບກັບ VBCSD ແລະ ບັນດາຄູ່ຮ່ວມມື, ໄດ້ປະຕິບັດຫຼາຍໂຄງການຝຶກອົບຮົມ, ເຜີຍແຜ່ຄວາມຮູ້ກ່ຽວກັບ ESG, ປັບປຸງກອບກົດໝາຍ ແລະ ປະສົບການແລກປ່ຽນໃຫ້ແກ່ CSI 100 ແລະ ບັນດາວິສາຫະກິດໃນຕ່ອງໂສ້ການສະໜອງ. ບັນດາການເຄື່ອນໄຫວນີ້ຊ່ວຍຍົກສູງກຳລັງການແຂ່ງຂັນ, ຄວາມສາມາດເຊື່ອມໂຍງເຂົ້າກັບຕ່ອງໂສ້ມູນຄ່າທົ່ວໂລກ ແລະ ບັນລຸເປົ້າໝາຍພັດທະນາແບບຍືນຍົງຂອງຫວຽດນາມ.
3 ທົດສະວັດທີ່ມີໜ້າຢູ່ຫວຽດນາມ, Nestlé ໄດ້ຍຶດໝັ້ນໃນປັດຊະຍາ “ສ້າງມູນຄ່າແບ່ງປັນ”, ບໍ່ພຽງແຕ່ເປີດກວ້າງການລົງທຶນ, ປະກອບສ່ວນໃຫ້ແກ່ການເຕີບໂຕດ້ານເສດຖະກິດເທົ່ານັ້ນ, ຫາກຍັງຊຸກຍູ້ບັນດາຂໍ້ລິເລີ່ມຮ່ວມມືຫຼາຍຝ່າຍ. ໂດຍການຈັດວາງເປົ້າໝາຍທຸລະກິດຂອງຕົນໃຫ້ສອດຄ່ອງກັບບຸລິມະສິດແຫ່ງຊາດ, Nestlé ຢືນຢັນຫຼັກການ: ການລົງທຶນທີ່ມີຄວາມຮັບຜິດຊອບ ແລະວິໄສທັດໄລຍະຍາວທີ່ໃຫ້ຜົນປະໂຫຍດທັງທຸລະກິດ ແລະສັງຄົມ.
ທີ່ມາ: https://nongnghiepmoitruong.vn/nestle-viet-nam-tien-phong-phat-trien-ben-vung-ket-noi-cong-dong-doanhnghiep-d788012.html










(0)