ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສົ່ງສານຊົມເຊີຍເຖິງຄູ່ຕຳແໜ່ງ ຕວກກີ Recep Tayyip Erdogan ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງສາທາລະນະລັດ ຕວກກີ.
ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ແລະ ປະທານາທິບໍດີ ຕວກກີ Tayyip Erdogan ໄດ້ພົບປະກັນຢູ່ຂ້າງນອກຂອງກອງປະຊຸມສຸດຍອດຄັ້ງທີ 6 ຂອງກອງປະຊຸມກ່ຽວກັບການພົວພັນ ແລະ ມາດຕະການສ້າງຄວາມເຊື່ອໝັ້ນໃນອາຊີ (CICA), ທີ່ເມືອງ Astana, ປະເທດ Kazakhstan, ວັນທີ 12 ຕຸລາ 2022. (ແຫຼ່ງຂ່າວ: Reuters). |
ທ່ານປະທານາທິບໍດີລັດເຊຍ ໄດ້ສົ່ງສານຊົມເຊີຍເຖິງຄູ່ຕຳແໜ່ງ ຕວກກີ ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນປະກາດສາທາລະນະລັດ ຕວກກີ, ສະແດງຄວາມເຊື່ອໝັ້ນວ່າ ການພົວພັນລະຫວ່າງ ມົດສະກູ ກັບ Ankara ຈະສືບຕໍ່ພັດທະນາ.
ເນື້ອໃນຂອງຂໍ້ຄວາມຊົມເຊີຍທີ່ລົງໃນເວັບໄຊຂອງວັງ Kremlin ຂຽນວ່າ: “ຂ້າພະເຈົ້າເຊື່ອໝັ້ນວ່າຈະສືບຕໍ່ຂະຫຍາຍຂອບເຂດການພົວພັນສອງຝ່າຍຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດຂອງສອງປະເທດພວກເຮົາ, ມຸ່ງໄປເຖິງການສ້າງຄວາມເປັນລະບຽບຮຽບຮ້ອຍ ຂອງໂລກ ທີ່ເປັນປະຊາທິປະໄຕກວ່າ”.
ທ່ານປະທານາທິບໍດີ Putin ກ່າວວ່າ: ການພົວພັນລະຫວ່າງລັດເຊຍ - ຕວກກີ ພວມພັດທະນາບົນພື້ນຖານມິດຕະພາບ ແລະ ຄວາມເປັນບ້ານໃກ້ເຮືອນຄຽງທີ່ດີ, ເຊິ່ງໄດ້ຮັບການຢືນຢັນຢ່າງຄົບຖ້ວນຢູ່ທີ່ກອງປະຊຸມຢູ່ Sochi.
ຕາມການນຳລັດເຊຍແລ້ວ, ການຮ່ວມມືສອງຝ່າຍໃນຂົງເຂດຕ່າງໆພວມໄດ້ຮັບໝາກຜົນອັນຕັ້ງໜ້າ. ນອກນີ້, ມົດສະກູ ແລະ Ankara ຍັງສົມທົບກັນຢ່າງມີປະສິດທິຜົນໃນບັນດາຄວາມມານະພະຍາຍາມແກ້ໄຂບັນດາບັນຫາສຳຄັນໃນວາລະພາກພື້ນ ແລະ ສາກົນ.
ຕາມທ່ານປະທານາທິບໍດີ Putin ແລ້ວ, ໃນສະຕະວັດຜ່ານມາ, ຕວກກີ ໄດ້ຜ່ານຜ່າສິ່ງທ້າທາຍຫລາຍຢ່າງ ແລະ ບັນລຸຜົນສຳເລັດຫລາຍຢ່າງທີ່ໂລກໄດ້ຮັບການຮັບຮູ້ໃນຂົງເຂດ ເສດຖະກິດ , ສັງຄົມ ແລະ ຂົງເຂດອື່ນໆ. ທ່ານກ່າວເນັ້ນວ່າ, ຕວກກີແມ່ນ "ປະເທດທີ່ສົມຄວນໄດ້ຮັບຄວາມເຄົາລົບນັບຖືສູງໃນເວທີສາກົນ".
ທີ່ມາ
(0)