ຫວ່າງມໍ່ໆມານີ້, ສະຖາບັນອາວຸດຍຸດໂທປະກອນ (ກົມໃຫຍ່ອຸດສາຫະກຳປ້ອງກັນຊາດ) ພ້ອມດ້ວຍບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງໄດ້ຄົ້ນຄວ້າໂຄງສ້າງ, ເຕັກນິກ, ຍຸດທະວິທີຂອງລູກປືນໃຫຍ່ອັດສະລິຍະ ແລະ ເຕັກໂນໂລຊີຫຼັກແຫຼ່ງ.

ນີ້ແມ່ນຜະລິດຕະພັນທີ່ຂະແໜງປ້ອງກັນປະເທດມີຄວາມສາມາດຄົ້ນຄ້ວາ, ຜະລິດ, ເປັນເຈົ້າການເຕັກໂນໂລຊີ ແລະ ຈັດຕັ້ງການຜະລິດທັນທີ. ດ້ວຍເຫດນີ້, ມັນສາມາດພ້ອມກັບກຳລັງແຮງທີ່ຮັບໃຊ້ພາລະກິດຝຶກອົບຮົມ, ກຽມພ້ອມສູ້ຮົບ ແລະ ປົກປັກຮັກສາປະເທດຊາດ.
ທ່ານພົນໂທ ຟ້າມຮວ່າຍນາມ ເນັ້ນໜັກວ່າ, ປືນໃຫຍ່ອັດສະລິຍະແມ່ນສົມທົບກັບຫຼາຍເຕັກໂນໂລຢີທີ່ກ້າວໜ້າ ແລະ ມີເນື້ອໃນ ວິທະຍາສາດ ສູງ.
ສະນັ້ນ, ກົມອຸດສາຫະກຳປ້ອງກັນປະເທດຕ້ອງສົມທົບກັນຢ່າງແໜ້ນແຟ້ນກັບບັນດາໜ່ວຍງານທີ່ເຂັ້ມແຂງຢູ່ພາຍໃນ ແລະ ນອກກອງທັບຄື: ວິທະຍາຄານເຕັກນິກການທະຫານ, ວິທະຍາສາດ ແລະ ເຕັກໂນໂລຊີ, ກຸ່ມອຸດສາຫະກຳການທະຫານ - ໂທລະຄົມ ( Viettel ), ວິທະຍາຄານວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີຮ່າໂນ້ຍ; ພ້ອມກັນນັ້ນ ຊຸກຍູ້ການຮ່ວມມືສາກົນໃນການຄົ້ນຄວ້າ ແລະ ຖ່າຍທອດເຕັກໂນໂລຊີ.
ທ່ານພົນໂທ ເລືອງເກື່ອງ ຮຽກຮ້ອງບັນດາອົງການ, ຫົວໜ່ວຍສືບຕໍ່ຄົ້ນຄວ້າ, ສ້າງແຜນຜັງພັດທະນາຜະລິດຕະພັນທີ່ເໝາະສົມ ແລະ ແທດຈິງ ເພື່ອປະຕິບັດວຽກງານຢ່າງມີປະສິດທິຜົນ, ບັນລຸໄດ້ຕາມຄາດໝາຍ, ລັກສະນະເຕັກນິກ, ຍຸດໂທປະກອນທີ່ອົງການມີອຳນາດການປົກຄອງໄດ້ຮັບຮອງເອົາ.
ທີ່ມາ: https://vietnamnet.vn/nghien-cuu-lam-chu-cong-nghe-che-tao-dan-phao-thong-minh-2419897.html
(0)