ຕາມນັ້ນແລ້ວ, ທ່ານປູຕິນກ່າວວ່າ, ກຳລັງປະກອບອາວຸດຂອງປະເທດພວມກ້າວເຂົ້າສູ່ປະເທດຢູ່ອູແກຣນເປັນປະຈໍາວັນ ແລະ ພວມປະຕິບັດຂໍ້ລິເລີ່ມກ່ຽວກັບສະໜາມຮົບ. ທ່ານ Putin ກ່າວວ່າ “ ການເຄື່ອນໄຫວບຸກໂຈມຕີຂອງອູແກຣນບໍ່ໄດ້ຮັບປະສິດທິຜົນ ແລະໃນບາງທິດທາງ, ທະຫານລັດເຊຍ ໄດ້ຄອບງຳສັດຕູຢ່າງລົ້ນເຫຼືອ ”.
ໃນຄຳປາໄສຄັ້ງທຳອິດຂອງທ່ານພາຍຫຼັງໄດ້ຮັບໄຊຊະນະການເລືອກຕັ້ງ, ທ່ານປະທານາທິບໍດີ Putin ຍັງໄດ້ສະແດງຄວາມຂອບໃຈຕໍ່ປະຊາຊົນລັດເຊຍທຸກຄົນທີ່ໄດ້ລົງຄະແນນສຽງເລືອກຕັ້ງປະທານາທິບໍດີຊຸດທີ 8.
ທ່ານປູຕິນກ່າວເນັ້ນວ່າ, " ແຫຼ່ງກຳລັງຂອງປະເທດແມ່ນປະຊາຊົນຣັດເຊຍ, ນ້ຳໃຈຮ່ວມຂອງປະຊາຊົນທົ່ວປະເທດແມ່ນສ້າງຂຶ້ນຈາກສຽງຂອງແຕ່ລະຄົນ ,".
ທ່ານປະທານາທິບໍດີລັດເຊຍ Vladimir Putin ກ່າວຄຳເຫັນທີ່ກອງປະຊຸມຂ່າວໃນຕອນຄ່ຳວັນທີ 17 ມີນາ 2024. ພາບ: RIA Novosti |
ນອກນັ້ນ, ທ່ານປະທານາທິບໍດີ Putin ຍັງຢືນຢັນວ່າ ມີເງື່ອນໄຂເພື່ອໃຫ້ລັດເຊຍ ໄປໜ້າກ່ວາອີກ, ໜັກແໜ້ນ, ເຂັ້ມແຂງ ແລະ ມີປະສິດທິຜົນ.
ທ່ານປະທານາທິບໍດີ Putin ໃຫ້ຮູ້ວ່າ: ບັນດາເຫດການທີ່ລັດເຊຍພວມປະສົບຢູ່ໃນປະຈຸບັນໄດ້ສົ່ງຜົນສະທ້ອນເຖິງຜູ້ມີສິດເລືອກຕັ້ງຢ່າງຫຼວງຫຼາຍໃນການເລືອກຕັ້ງ.
ຕາມຄະນະກຳມະການເລືອກຕັ້ງສູນກາງ (CEC), ທ່ານປະທານາທິບໍດີ Vladimir Putin ພວມດຳລົງຕຳແໜ່ງເປັນຜູ້ນຳໜ້າໃນການເລືອກຕັ້ງປະທານາທິບໍດີລັດເຊຍ 2024 ດ້ວຍຄະແນນສຽງ 87,34%. ນີ້ແມ່ນສະຖິຕິການສະໜັບສະໜູນຂອງຜູ້ນຳຣັດເຊຍ.
ໃນຂະນະດຽວກັນ, ຜູ້ສະຫມັກທີ່ຍັງເຫຼືອແມ່ນ Nikolai Kharitonov, ຜູ້ທີ່ຊະນະ 4.30% ຂອງຄະແນນສຽງ, Leonid Slutsky - 3.17% ຂອງຄະແນນສຽງ, Vladislav Davankov - 3.80% ຂອງຄະແນນສຽງ. ມາຮອດປະຈຸບັນ, ອັດຕາການນັບບັດເລືອກຕັ້ງໄດ້ບັນລຸ 98,02%.
ດ້ວຍໝາກຜົນດັ່ງກ່າວ, ທ່ານປູຕິນຈະໄດ້ຮັບເລືອກຕັ້ງເປັນສະໄໝທີ 5 ແລະ ກາຍເປັນຜູ້ນຳຣັດເຊຍໃນ 6 ປີຕໍ່ໜ້າ. ທ່ານເປັນປະທານາທິບໍດີຣັດເຊຍສະໄໝປີ 2000-2004, 2004-2008, 2012-2018, 2018-2024 ແລະດຳລົງຕຳແໜ່ງ ນາຍົກລັດຖະມົນ ຕີໄລຍະ 2008-2012. ທ່ານປູຕິນໄດ້ຮັບເລືອກຕັ້ງໃນປີ 2012 ແລະ 2018 ດ້ວຍຄະແນນສຽງ 63,6% ແລະ 76,69% ຕາມລຳດັບ.
ການເລືອກຕັ້ງປະທານາທິບໍດີລັດເຊຍ ໄດ້ຈັດຂຶ້ນໃນວັນທີ 15-17 ມີນານີ້ ດ້ວຍໜ່ວຍປ່ອນບັດຫຼາຍກວ່າ 94.000 ແຫ່ງໃນທົ່ວປະເທດ, ໃນນັ້ນມີ 4 ເຂດທີ່ລັດເຊຍ ຢຶດເອົາໃນເດືອນຕຸລາ 2022. ໃນຫຼາຍຂົງເຂດ, ຜູ້ນຳລັດເຊຍ ໄດ້ຮັບການສະໜັບສະໜູນກວ່າ 90%.
ກ່ອນໜ້ານີ້ ເວລາ 9:00 ໂມງ ຕາມເວລານະຄອນຫຼວງມົສກູໃນວັນທີ 17 ມີນານີ້ (8:00 ໂມງຕາມເວລາ Kaliningrad ຫຼື 01:00 ໂມງຕາມເວລາຮ່າໂນ້ຍ ຂອງວັນທີ 18 ມີນາ), ໜ່ວຍປ່ອນບັດສຸດທ້າຍຂອງການເລືອກຕັ້ງປະທານາທິບໍດີຣັດເຊຍຢູ່ແຂວງ Kaliningrad ຕາເວັນຕົກສຸດໄດ້ປິດລົງ, ສິ້ນສຸດການເລືອກຕັ້ງປະທານາທິບໍດີຜູ້ທີ 8 ຂອງຣັດເຊຍທີ່ແກ່ຍາວເປັນເວລາ 3 ວັນ.
ທີ່ມາ
(0)