ຕາມສະຫາຍ ເລຮ່ວາຍຈູງ ແລ້ວ, ການຢ້ຽມຢາມໄດ້ດຳເນີນພາຍຫຼັງຄະນະບໍລິຫານງານສູນກາງພັກໄດ້ເລືອກຕັ້ງສະຫາຍ To Lam ເປັນເລຂາທິການໃຫຍ່, ພັກ ແລະ ລັດ ຫວຽດນາມ ໄດ້ສຳເລັດການນຳຂັ້ນສູງຈຳນວນໜຶ່ງ. ການຢ້ຽມຢາມຄັ້ງນີ້ ໄດ້ດຳເນີນໃນສະພາບການທີ່ສອງພັກ ແລະ ສອງປະເທດ ຕັ້ງໜ້າປະຕິບັດມະຕິຂອງກອງປະຊຸມໃຫຍ່ຂອງພັກຂອງຕົນໄດ້ວາງອອກ, ພ້ອມດຽວກັນນັ້ນກໍໄດ້ກະກຽມຢ່າງຕັ້ງໜ້າໃຫ້ແກ່ບັນດາກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 12 ຂອງພັກປະຊາຊົນ ປະຕິວັດລາວ.
ທ່ານ ເລຮ່ວາຍຈູງ ເນັ້ນໜັກວ່າ ສິ່ງດັ່ງກ່າວໄດ້ຢືນຢັນເຖິງຄວາມສຳຄັນເປັນພິເສດທີ່ສອງພັກ ແລະ ສອງປະເທດເອົາໃຈໃສ່ເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.
ທົບທວນຄືນບັນດາຜົນງານທີ່ບັນລຸໄດ້ໃນການພົວພັນ ຫວຽດນາມ - ລາວ ໃນໄລຍະມໍ່ໆມານີ້, ທ່ານ ເລຮ່ວາຍຈູງ ຊີ້ແຈ້ງວ່າ, ຄວາມໄວ້ເນື້ອເຊື່ອໃຈ ທາງດ້ານການເມືອງ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງ 2 ປະເທດໄດ້ຮັບການເພີ່ມທະວີ, ຜ່ານການຢ້ຽມຢາມ ແລະ ແລກປ່ຽນຄະນະຜູ້ແທນຂັ້ນສູງໃນຫຼາຍຮູບຫຼາຍແບບ, ກໍ່ຄືຜ່ານບັນດາການປຶກສາຫາລືກ່ຽວກັບບັນດາບັນຫາຍຸດທະສາດ. ການພົວພັນດ້ານການເມືອງມີບົດບາດສຳຄັນ, ຊີ້ນຳການພົວພັນລວມລະຫວ່າງ 2 ປະເທດ.
ຕາມທ່ານ ເລຮ່ວາຍຈູງ ແລ້ວ, ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຖືວ່າແມ່ນເສົາຄ້ຳສຳຄັນໃນການພົວພັນລະຫວ່າງ 2 ປະເທດ, ສືບຕໍ່ໄດ້ຮັບການຊຸກຍູ້ ແລະ ປະຕິບັດຢ່າງມີປະສິດທິຜົນ. ການຮ່ວມມື ດ້ານເສດຖະກິດ ຍັງໄດ້ບັນລຸຜົນດີ. ການຮ່ວມມືໃນຂົງເຂດວິທະຍາສາດເຕັກໂນໂລຊີ, ການສຶກສາ ແລະ ວັດທະນະທຳລ້ວນແຕ່ພັດທະນາ.
2 ປະເທດກໍ່ຮ່ວມມືຢ່າງແໜ້ນແຟ້ນກວ່າອີກຢູ່ບັນດາເວທີປາໄສ ແລະ ບັນດາອົງການຫຼາຍຝ່າຍ. ຫວຽດນາມ ສະໜັບສະໜູນ ແລະ ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊ່ວຍໃຫ້ລາວ ປະຕິບັດບົດບາດເປັນປະທານອາຊຽນ ໃນປີ 2024 ຢ່າງສຳເລັດຜົນ.
ໃນການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ພັນລະຍາ, ການນຳຂອງສອງຝ່າຍຈະແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ ແລະ ແຕ່ລະປະເທດ; ປຶກສາຫາລືບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໂດຍສະເພາະແມ່ນໃນສະພາບການຜັນຂະຫຍາຍທີ່ສັບສົນ ແລະ ບໍ່ສາມາດຄາດຄະເນໄດ້. 2 ຝ່າຍຍັງຈະກວດກາຄືນບັນດາໝາກຜົນຂອງການຮ່ວມມືທີ່ບັນລຸໄດ້ ແລະ ສະເໜີບັນດາທິດທາງສຳຄັນໃນການຮ່ວມມືໃນໄລຍະຈະມາເຖິງ.
ຕາມທ່ານ ເລຮ່ວາຍຈູງ, ໃນຂອບເຂດການຢ້ຽມຢາມ, ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ຈະດຳເນີນກອງປະຊຸມຂັ້ນສູງ. ນີ້ແມ່ນບັນດາການເຄື່ອນໄຫວດ້ານການຕ່າງປະເທດທີ່ສຳຄັນພິເສດ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງພັກ ແລະ ປະເທດ, ຮັດແໜ້ນການພົວພັນລະຫວ່າງສອງທ່ານເລຂາທິການໃຫຍ່, ປະທານປະເທດ ແລະ ການນຳຂັ້ນສູງຂອງສອງປະເທດ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ກ່າວຕື່ມວ່າ: ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຈະມີການພົບປະເຈລະຈາກັບການນຳຂັ້ນສູງຫວຽດນາມ ໃນໄລຍະຢ້ຽມຢາມ. ທ່ານເລຂາທິການໃຫຍ່, ປະທານປະເທດລາວ ຈະພົບປະກັບອະດີດນັກຮົບອາສາສະໝັກ, ຊ່ຽວຊານຫວຽດນາມ ຢູ່ລາວ, ຊາວໜຸ່ມ ແລະນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ຫວຽດນາມ; ແລະ ຢ້ຽມຢາມ ແລະ ເຮັດວຽກຢູ່ຫຼາຍທ້ອງຖິ່ນຂອງ ຫວຽດນາມ.
ທ່ານເລຂາທິການໃຫຍ່ ເລຮ່ວາຍຈູງ ເຊື່ອໝັ້ນວ່າ: ການຢ້ຽມຢາມຈະປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ປະເທດ ແລະ ຊີ້ນຳບັນດາທິດທາງ ແລະ ມາດຕະການຍົກສູງປະສິດທິຜົນການຮ່ວມມືໃນຫຼາຍຂົງເຂດ.
ດ້ວຍຄວາມຕັດສິນໃຈຂອງສອງພັກ ແລະ ສອງປະເທດ, ບັນດາຜົນງານທີ່ບັນລຸໄດ້, ເປັນທິດທາງການຮ່ວມມືໃນໄລຍະຈະມາເຖິງ, ນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ສືບຕໍ່ບັນລຸໄດ້ບັນດາໝາກຜົນສຳຄັນ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.
(0)