Vietnam.vn - Nền tảng quảng bá Việt Nam

ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອັງກິດ ​ໃຫ້​ມີ​ປະສິດທິ​ຜົນ ​ແລະ ກວ້າງຂວາງ

Việt NamViệt Nam11/05/2024

ທີ່​ການ​ໂອ້​ລົມ​ທາງ​ໂທລະສັບ​ເມື່ອ​ບໍ່​ດົນ​ມາ​ນີ້, ລັດຖະມົນຕີ ​ການ​ຕ່າງປະ​ເທດ ​ສອງ​ປະ​ເທດ​ຫວຽດນາມ ​ແລະ ອັງກິດ ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ການ​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ກວ້າງຂວາງ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອັງກິດ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້.

ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ແລະທ່ານລັດຖະມົນຕີການຕ່າງປະເທດ ແລະ ພັດທະນາ ອັງກິດ David Cameron ຖືວ່າ 2 ຝ່າຍຕ້ອງສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພິເສດແມ່ນບັນດາຄະນະຜູ້ແທນຂັ້ນສູງ, ຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນຄື: ການເຈລະຈາຍຸດທະສາດ, ການເຈລະຈານະໂຍບາຍປ້ອງກັນຊາດ, ຄະນະກຳມະການຮ່ວມມືການຄ້າ (JETCO) ແລະ ອື່ນໆ; ກໍ່ສ້າງ ​ແລະ ປະຕິບັດ​ແຜນການ​ເຄື່ອນ​ໄຫວ​ຫວຽດນາມ - ອັງກິດ ​ໄລຍະ 2024-2026 ຢ່າງ​ມີ​ປະສິດທິ​ຜົນ; ​ແລະ​ເພີ່ມ​ທະວີ​ການ​ປະສານ​ສົມທົບ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ອົງການ ​ແລະ ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ຫຼາຍ​ຝ່າຍ.

Bộ trưởng Ngoại giao Bùi Thanh Sơn.

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍ​ແທງ​ເຊີນ.

ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ທ່ານ​ລັດຖະມົນຕີ Bui Thanh Son ຢືນຢັນ​ວ່າ: ຫວຽດນາມ ສະໜັບສະໜູນ ອັງກິດ ​ເຂົ້າ​ຮ່ວມ​ສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ ​ແລະ ກ້າວໜ້າ​ຂ້າມ ​ປາຊີ​ຟິກ (CPTPP), ​ເຊື່ອ​ໝັ້ນ​ວ່າ ນີ້​ແມ່ນ​ກຳລັງ​ໜູນ​ໃໝ່​ເພື່ອ​ໃຫ້ 2 ປະ​ເທດ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ, ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ​ຢູ່​ພາກ​ພື້ນ.

ລັດຖະມົນຕີ 2 ທ່ານ​ໄດ້​ເຫັນ​ດີ​ສືບ​ຕໍ່​ປະຕິບັດ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອັງກິດ (UKVFTA) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ຈຸດໝາຍ​ພັດທະນາ ​ເສດຖະກິດ ​ຂອງ​ແຕ່ລະ​ປະ​ເທດ.

ຕີ​ລາຄາ​ສູງ​ໝາກຜົນ​ການ​ຮ່ວມ​ມື​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ທ່ານ​ລັດຖະມົນຕີ David Cameron ຢືນຢັນ​ວ່າ: ອັງກິດ ຖື​ເປັນ​ສຳຄັນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ຫວຽດນາມ; ​ເນັ້ນ​ໜັກ​ວ່າ ອັງກິດ ຈະ​ສືບ​ຕໍ່​ພ້ອມ​ກັບ ​ແລະ ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ; ພ້ອມ​ທັງ​ສະ​ເໜີ​ໃຫ້​ສອງ​ປະ​ເທດ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ​ບັນຫາ​ການ​ອົບ​ພະຍົບ, ຄຸ້ມ​ຄອງ​ຄົນ​ເຂົ້າ​ເມືອງ, ປ້ອງ​ກັນ, ຕ້ານ​ການ​ເຄື່ອນ​ຍ້າຍ​ຖິ່ນ​ຖານ​ຢ່າງ​ຜິດ​ກົດໝາຍ.

ທ່ານ​ລັດຖະມົນຕີ Bui Thanh Son ຢືນຢັນ​ວ່າ ຫວຽດນາມ ຈະ​ຕັ້ງໜ້າ​ຊຸກຍູ້​ບັນດາ​ໂຄງການ​ຮ່ວມ​ມື​ອັນ​ສຳຄັນ​ລະຫວ່າງ ອາ​ຊຽນ - ອັງກິດ ດ້ວຍ​ບົດບາດ​ເປັນ​ຜູ້​ປະສານ​ງານ​ການ​ພົວພັນ ອາ​ຊຽນ - ອັງກິດ ​ໄລຍະ 2024 – 2027.

ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, 2 ຝ່າຍ​ຢືນຢັນ​ສະໜັບສະໜູນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ເສລີ​ໃນ​ການ​ເດີນ​ເຮືອ ​ແລະ ຄວາມ​ປອດ​ໄພ​ດ້ານ​ການບິນ, ​ແກ້​ໄຂ​ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ສັນຕິ​ວິທີ, ບົນ​ພື້ນຖານ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ (UNCLOS 1982).


ທີ່ມາ

(0)

No data
No data

ໜຸ່ມ​ສາວ​ໄປ​ເຂດ​ຕາ​ເວັນ​ຕົກ​ສຽງ​ເໜືອ​ເພື່ອ​ເຊັກ​ອິນ​ໃນ​ລະດູ​ການ​ເຂົ້າ​ທີ່​ງາມ​ທີ່​ສຸດ​ຂອງ​ປີ
​ໃນ​ລະດູ​ການ 'ລ່າ' ​ເພື່ອ​ຫາ​ຫຍ້າ​ຢູ່​ບິ່ງ​ລຽວ
ຢູ່​ກາງ​ປ່າ​ຊາຍ​ເລນ Can Gio
ຊາວ​ປະ​ມົງ​ກວາງ​ຫງາຍ​ໄດ້​ເງິນ​ຫຼາຍ​ລ້ານ​ດົ່ງ​ໃນ​ແຕ່​ລະ​ມື້​ຫຼັງ​ຈາກ​ຕີ​ກຸ້ງ

ມໍລະດົກ

ຮູບ

ທຸລະກິດ

Com lang Vong - ລົດຊາດຂອງລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍ

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ