ທ່ານ Pak Jong Chon ນຶ່ງໃນເຈົ້າໜ້າທີ່ ທະຫານ ສູງສຸດຂອງເກົາຫຼີເໜືອ ກ່າວວ່າ ຣັດເຊຍ “ສະຫງວນສິດທີ່ຈະເລືອກເອົາຮູບແບບການບຸກໂຈມຕີຕອບໂຕ້ໃດໆ” ໂດຍກ່າວຕື່ມວ່າ ຖ້າສະຫະລັດ ສືບຕໍ່ຂະຫຍາຍການສະໜັບສະໜູນທາງທະຫານໃຫ້ແກ່ຢູເຄຣນ ໃນຂໍ້ຂັດແຍ່ງກັບຣັດເຊຍ ມັນອາດຈະເຮັດໃຫ້ເກີດການຕອບໂຕ້ທີ່ໜັກແໜ້ນຂຶ້ນຈາກມົສກູ ແລະກໍ່ໃຫ້ເກີດ “ສົງຄາມໂລກຄັ້ງໃໝ່”.
ທ່ານໄດ້ກ່າວເຖິງຄຳເຫັນຂອງທຳນຽບຫ້າແຈໃນອາທິດແລ້ວນີ້ວ່າ ກອງກຳລັງຢູເຄຣນສາມາດນຳໃຊ້ອາວຸດທີ່ສະໜອງໃຫ້ໂດຍສະຫະລັດ ເພື່ອໂຈມຕີກອງກຳລັງຣັດເຊຍຢູ່ບ່ອນໃດກໍໄດ້ຂ້າມຊາຍແດນເຂົ້າໄປໃນຣັດເຊຍ.
ພາບປະກອບ: Reuters
ຄຳເຫັນຂອງທ່ານ Pak Jong Chon ມີຂຶ້ນພາຍຫຼັງປະທານາທິບໍດີລັດເຊຍ Vladimir Putin ໄດ້ຢ້ຽມຢາມພຽງຢາງໃນອາທິດແລ້ວນີ້. ໃນການຢ້ຽມຢາມ, ການນຳສອງທ່ານໄດ້ລົງນາມໃນສັນຍາຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອເພີ່ມທະວີການຮ່ວມມືດ້ານການທະຫານ, ໃນນັ້ນມີຄຳໝັ້ນສັນຍາດ້ານປ້ອງກັນປະເທດເພື່ອສະໜັບສະໜູນເຊິ່ງກັນແລະກັນໃນກໍລະນີເກີດການຮຸກຮານຂອງຝ່າຍຕ່າງໆ.
ທ່ານ Kim Jong Un ກ່າວວ່າ ຂໍ້ຕົກລົງດັ່ງກ່າວຈະເປີດກວ້າງການຮ່ວມມືໃນຂົງເຂດການເມືອງ, ເສດຖະກິດ ແລະ ການປ້ອງກັນປະເທດ, ໂດຍເອີ້ນມັນວ່າ “ຮັກສາ ສັນຕິພາບ ແລະ ປ້ອງກັນປະເທດຢ່າງຄົບຖ້ວນ” ແລະກ່າວຕື່ມວ່າ: ການພົວພັນລະຫວ່າງສອງປະເທດໄດ້ຮັບການຍົກສູງຂຶ້ນສູ່ລະດັບໃໝ່.
ວັງ Kremlin ຍັງໃຫ້ຂໍ້ສັງເກດວ່າ ເອກະສານສະບັບໃໝ່ນີ້ຈະປະຕິບັດຕາມບັນດາຫຼັກການພື້ນຖານຂອງກົດໝາຍສາກົນ, ຈະບໍ່ມີການປະເຊີນໜ້າ ຫຼື ມຸ່ງໄປເຖິງປະເທດໃດໜຶ່ງ ແລະ ຈະແນໃສ່ຮັບປະກັນສະຖຽນລະພາບກວ່າອີກຢູ່ອາຊີຕາເວັນອອກສ່ຽງເໜືອ.
ໃນຂະນະນັ້ນ, ບັນດານັກວິເຄາະກ່າວວ່າ ສົນທິສັນຍາຈະກຳນົດຂອບເຂດການຄ້າອາວຸດລະຫວ່າງສອງປະເທດ. ມົສກູ ແລະ ພຽງຢາງ ປະຕິເສດການໂອນອາວຸດໃດໆ.
ຫງອກແອງ (ຕາມ KCNA, Reuters)
ທີ່ມາ: https://www.congluan.vn/quan-chuc-trieu-tien-chi-trich-my-mo-rong-vien-tro-cho-ukraine-post300503.html
(0)