
ໂດຍໄດ້ຈັບມືຢ່າງອົບອຸ່ນ ແລະ ສົ່ງຄວາມອວຍພອນອັນດີງາມມາຍັງກົງສຸນໃຫຍ່ ກູບາ, ລາວ ແລະ ກຳປູເຈຍ ປະຈຳນະຄອນ ໂຮ່ຈີມິນ , ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ເຈີ່ນແອງຕ໋ວນ ໄດ້ສະແດງຄວາມຊົມເຊີຍ ແລະ ເປັນກຽດເມື່ອມາຢ້ຽມຢາມ ແລະ ເຮັດວຽກຢູ່ ກວາງນາມ. ພ້ອມກັນນັ້ນ, ທ່ານຢືນຢັນວ່າ, ນີ້ແມ່ນໂອກາດເພື່ອໃຫ້ແຂວງ ກວາງນາມ ເພີ່ມທະວີການຮ່ວມມື ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ຊຸກຍູ້ການພົວພັນແລກປ່ຽນ ແລະ ການເຄື່ອນໄຫວເຊື່ອມຕໍ່ກັບບັນດາທ້ອງຖິ່ນ ແລະ ວິສາຫະກິດ ກູບາ, ລາວ ແລະ ກຳປູເຈຍ ຜ່ານສະຖານກົງສຸນໃຫຍ່ 3 ປະເທດປະຈຳນະຄອນ ໂຮ່ຈີມິນ.

ທ່ານ ເຈີ່ນແອງຕວນ ໄດ້ແນະນຳຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ທີ່ຕັ້ງພູມສາດ, ປະເພນີປະຕິວັດ, ວັດທະນະທຳ, ປະຊາຊົນ ແລະ ບັນດາຈຸດພົ້ນເດັ່ນ ດ້ານເສດຖະກິດ - ສັງຄົມຂອງ ກວາງນາມ ໃນຊຸມປີມໍ່ໆມານີ້.
ປະຈຸບັນ, ກວາງນາມ ມີ 198 ໂຄງການ FDI ທີ່ຖືກຕ້ອງ, ດ້ວຍຍອດຈຳນວນທຶນຈົດທະບຽນ 6,2 ຕື້ USD. ໃນ 6 ເດືອນຕົ້ນປີ 2024, ແຂວງໄດ້ອອກໃບອະນຸຍາດລົງທຶນ FDI ສະບັບໃໝ່ 7 ສະບັບ ດ້ວຍຍອດຈຳນວນທຶນຈົດທະບຽນ 124,24 ລ້ານ USD.

ນອກຈາກນັ້ນ, ແຂວງກວາງນາມ ພວມດຶງດູດ 40 ອົງການບໍ່ຂຶ້ນກັບລັດຖະບານ ສ້າງຕັ້ງການພົວພັນ, ຮ່ວມມື, ລົງທຶນ, ດ້ວຍແຫຼ່ງເງິນລົງທຶນສະເລ່ຍແຕ່ລະປີແມ່ນປະມານ 200 ຕື້ດົ່ງ. ກ່ຽວກັບການເຄື່ອນຍ້າຍແຮງງານໄປຍັງຕະຫຼາດພາກພື້ນ ແລະ ໂລກ, ນັບແຕ່ຕົ້ນປີມານີ້, ໄດ້ມີແຮງງານຈາກແຂວງໄປຕ່າງປະເທດເກືອບ 1.000 ຄົນ.
ກ່ຽວກັບການຮ່ວມມືສາກົນ, ກວາງນາມ ມີການພົວພັນຮ່ວມມືກັບ 11 ພາກພື້ນ ແລະ ເຂດແຄ້ວນໃນໂລກ. ພິເສດ, ກວາງນາມ ໄດ້ສ້າງການພົວພັນພີ່ນ້ອງຊາຍກັບແຂວງເຊກອງ (ລາວ). ບັນດາອົງການ, ພະແນກການ, ທ້ອງຖິ່ນຕ່າງໆໃນແຂວງ ກໍ່ໄດ້ສ້າງຕັ້ງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອກັບບັນດາທ້ອງຖິ່ນ, ຫົວໜ່ວຍຂອງແຂວງເຊກອງ. ແຕ່ລະປີ, 2 ຝ່າຍໄດ້ຈັດຕັ້ງຄະນະຜູ້ແທນເຮັດວຽກມາຢ້ຽມຢາມ, ແລກປ່ຽນປະສົບການ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ຊຸກຍູ້ການເຄື່ອນໄຫວຮ່ວມມື ແລະ ການລົງທຶນ.

ທ່ານນາງ Feo Labrada Ariadne, ກົງສຸນໃຫຍ່ກູບາ ປະຈຳນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ, ໃນຂົງເຂດຮ່ວມມື ແລະ ແລກປ່ຽນກັບ 35 ແຂວງ, ນະຄອນ, ໃນນັ້ນມີ ກວາງນາມ, ການພົບປະກັບການນຳທ້ອງຖິ່ນ ແລະ ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແມ່ນສຳຄັນທີ່ສຸດ.
[VIDEO] - ກົງສຸນໃຫຍ່ ກູບາ, ລາວ, ກຳປູເຈຍ ປະຈຳນະຄອນ ໂຮ່ຈີມິນ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບ ແຂວງ ກວາງນາມ:
ທ່ານ Chan Sorykan - ກົງສຸນ ກຳປູເຈຍ ປະຈຳ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ໃນຊຸມປີມໍ່ໆມານີ້, ບັນດາການເຄື່ອນໄຫວຕິດຕໍ່ພົວພັນລະຫວ່າງບັນດາວິສາຫະກິດຂອງ 2 ປະເທດນັບມື້ນັບມີປະສິດທິຜົນ, ສົ່ງອອກຜະລິດຕະພັນກະເສດຂອງ ຫວຽດນາມ ໄປຍັງ ກຳປູເຈຍ ເປັນຈຳນວນຫຼາຍ ແລະ ກົງກັນຂ້າມ. ໃນເດືອນຕຸລາ, ສະຖານກົງສຸນກຳປູເຈຍປະຈຳນະຄອນໂຮ່ຈິມິນຈະຈັດຕັ້ງໂຄງການກ່ຽວກັບການນຳເຂົ້າ ແລະ ສົ່ງອອກຜະລິດຕະພັນກະເສດຂອງສອງປະເທດ. ບັນດາວິສາຫະກິດ ກວາງນາມ ທີ່ມີຄວາມສົນໃຈ ຫຼື ມີຄວາມຕ້ອງການໃນດ້ານນີ້ ຈະໄດ້ຮັບການອຳນວຍຄວາມສະດວກໃຫ້ເຂົ້າຮ່ວມ.

ສືບຕໍ່ຊຸກຍູ້ການເຄື່ອນໄຫວແລກປ່ຽນ ແລະ ການຮ່ວມມືຜ່ານຄຳແນະນຳຂອງກົງສຸນໃຫຍ່ ກູບາ, ລາວ ແລະ ກຳປູເຈຍ, ທ່ານ ເຈີ່ນດ້າຍກວາງ ໄດ້ມອບໝາຍໃຫ້ກົມການຕ່າງປະເທດ ກວາງນາມ ສົມທົບກັບກະຊວງການຕ່າງປະເທດ ນະຄອນ ໂຮ່ຈີມິນ ມີບັນດາການເຄື່ອນໄຫວສະເພາະໃນບັນດາເວທີປາໄສໃຫຍ່ກ່ວາອີກ, ພິເສດແມ່ນຂົງເຂດສົ່ງອອກກະສິກຳ, ບຳລຸງສ້າງຊັບພະຍາກອນມະນຸດ ແລະ ການເຮັດວຽກ. ຜ່ານນັ້ນ, ຊອກຫາກາລະໂອກາດໃໝ່ໃນການເຊື່ອມໂຍງ ແລະ ພັດທະນາເສດຖະກິດ - ສັງຄົມຂອງແຂວງ.

ທີ່ມາ: https://baoquangnam.vn/quang-nam-thuc-day-quan-he-hop-tac-voi-cuba-lao-va-campuchia-3140047.html
(0)