
ຜູ້ຕາງໜ້າພະແນກ ສາທາລະນະສຸກ ແຂວງຢາລາຍ, ດັກລັກ ແລະ ແຂວງແຄ໋ງຮ່ວາ ໄດ້ຂອບໃຈພະແນກສາທາລະນະສຸກກວາງນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງທັນການ. ປະຈຸບັນ, ບັນດາແຂວງພວມມີຄວາມຕ້ອງການຢາ chloramine B ຢ່າງໃຫຍ່ຫຼວງເພື່ອຂ້າເຊື້ອພະຍາດ ແລະ ສຸຂະອະນາໄມສິ່ງແວດລ້ອມຢູ່ເຂດປະສົບໄພນ້ຳຖ້ວມ.
ເນື່ອງຈາກຜົນກະທົບຂອງພະຍຸ ເລກ 13 , ໄດ້ເກີດ ຝົນຕົກໜັກ ຢູ່ ແຂວງ ດັກລັກ, ຈີລາຍ ແລະ ແຄ໋ງຮ່ວາ ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ ປະຊາຊົນ ແລະ ຊັບສິນ. ພະແນກສາທາລະນະສຸກແຂວງ ກວາງ ນາມ ໄດ້ໜູນຊ່ວຍ ຢາຂ້າເຊື້ອພະຍາດ, ອຸປະກອນການແພດທີ່ຈຳເປັນເພື່ອປ້ອງກັນ, ຄວບຄຸມພະຍາດ , ເບິ່ງແຍງສຸຂະພາບຂອງປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມ ຊ່ວຍໃຫ້ບັນດາທ້ອງຖິ່ນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດຢ່າງໄວ ແລະ ສະຖຽນລະພາບຊີວິດການເປັນຢູ່ຂອງປະຊາຊົນ .
ທີ່ມາ: https://quangngaitv.vn/quang-ngai-ho-tro-hoa-chat-cho-cac-tinh-nam-trung-bo-6511272.html










(0)