
ໄລ່ຮອດເດືອນ ກັນຍາ 2025, ຢູ່ເຂດເສດຖະກິດ ກວາງຫງາຍ ແລະ ສວນອຸດສາຫະກຳ, ມີ 446 ໂຄງການລົງທຶນທີ່ຖືກຕ້ອງ ດ້ວຍຍອດຈຳນວນທຶນຈົດທະບຽນ 19.186 ຕື້ USD. ໃນນັ້ນ, ມີ 65 ໂຄງການ FDI ແລະ 381 ໂຄງການລົງທຶນພາຍໃນ.
ໃນໄລຍະ 2025 – 2030, ແຂວງໄດ້ກຳນົດທິດສຸມໃສ່ພັດທະນາພື້ນຖານໂຄງລ່າງເຂດເສດຖະກິດ ແລະ ສວນອຸດສາຫະກຳໃຫ້ແທດເໝາະກັບຄວາມຕ້ອງການຂອງນັກລົງທຶນ. ບຸລິມະສິດບັນດາແຫຼ່ງກຳລັງເພື່ອສຳເລັດພື້ນຖານໂຄງລ່າງທີ່ຈຳເປັນໃນເຂດເສດຖະກິດ ດົ່ງກອກ, ພິເສດແມ່ນລະບົບບຳບັດນ້ຳເສຍອຸດສາຫະກຳລວມສູນ.
ພັດທະນາພື້ນຖານໂຄງລ່າງການຂົນສົ່ງທີ່ທັນສະໄໝ. ສືບຕໍ່ລົງທຶນກໍ່ສ້າງທ່າກຳປັ່ນທະເລໃຫ້ກາຍເປັນຈຸດຜ່ານແດນສາກົນຕິດພັນກັບບັນດາສູນຂົນສົ່ງສິນຄ້າພາກພື້ນຢູ່ເຂດເສດຖະກິດດົ່ງກອກຕາມແຜນການ. ຄຽງຄູ່ກັບນັ້ນ, ມີຫົວຄິດປະດິດສ້າງ, ສ້າງການປ່ຽນແປງຢ່າງແຂງແຮງ ແລະ ຊັດເຈນໃນການປະຕິຮູບລະບຽບການບໍລິຫານ, ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຮັບໃຊ້ວິສາຫະກິດ ແລະ ປະຊາຊົນ.
ທີ່ມາ: https://quangngaitv.vn/quang-ngai-tap-trung-phat-trien-ha-tang-thu-hut-nha-dau-tu-6508976.html
(0)