
ກົດໝາຍສະບັບນີ້ ຊຸກຍູ້ ແລະ ສົ່ງເສີມນະວັດຕະກຳ, ການຂຸດຄົ້ນ ແລະ ພັດທະນາສິດຊັບສິນທາງປັນຍາ ດ້ວຍການສະໜັບສະໜູນດ້ານການເງິນ, ພາສີ-ອາກອນ, ສິນເຊື່ອ, ການຊ່ວຍເຫຼືອດ້ານການລົງທຶນ ແລະ ແຮງຈູງໃຈອື່ນໆ ຕາມກົດໝາຍ, ແນໃສ່ຍົກສູງກຳລັງຄວາມສາມາດແກ່ງແຍ້ງແຫ່ງຊາດ, ປະກອບສ່ວນພັດທະນາ ເສດຖະກິດ-ສັງຄົມ , ປັບປຸງຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ.

ພ້ອມກັນນັ້ນ, ຄວນໜູນຊ່ວຍສ້າງ, ປົກປັກຮັກສາ, ຂຸດຄົ້ນ, ຄຸ້ມຄອງ, ພັດທະນາສິດຊັບສິນທາງປັນຍາ, ພິເສດແມ່ນບັນດາຊົນເຜົ່າສ່ວນໜ້ອຍ; ໜູນຊ່ວຍບັນດາອົງການຈັດຕັ້ງ, ສ່ວນບຸກຄົນຂອງຫວຽດນາມ ເພື່ອກຳນົດມູນຄ່າສິດຊັບສິນທາງປັນຍາ, ນຳໃຊ້ບັນດາແບບຢ່າງໃນການໂອນ ແລະ ມອບສິດນຳໃຊ້ສິດຊັບສິນທາງປັນຍາ, ປະກອບສ່ວນທຶນຮອນໃນຮູບແບບສິດຊັບສິນທາງປັນຍາ; ແລະ ບັນດາກົນໄກຮ່ວມມື ແລະ ແບ່ງປັນສິດຊັບສິນທາງປັນຍາຄວນໄດ້ຮັບການຊຸກຍູ້ລະຫວ່າງລັດ, ບັນດານັກວິທະຍາສາດ , ອົງການວິທະຍາສາດ ແລະ ເຕັກໂນໂລຢີ ແລະ ບັນດາວິສາຫະກິດ.

ກົດໝາຍດັ່ງກ່າວຈະມີຜົນບັງຄັບໃຊ້ໃນວັນທີ 1 ເມສາ 2026.
ທີ່ມາ: https://daibieunhandan.vn/quoc-hoi-thong-qua-luat-sua-doi-bo-sung-mot-so-dieu-cua-luat-so-huu-tri-tue-10399947.html










(0)