ການພັດທະນາສີຂຽວ ແລະ ແບບຍືນຍົງ ໄດ້ກາຍເປັນທ່າອ່ຽງຂອງຍຸກສະໄໝ, ແມ່ນທິດທາງຍຸດທະສາດ ເພື່ອຮັກສາຄວາມສາມາດແກ່ງແຍ້ງ ແລະ ຮັບປະກັນການພັດທະນາ ເສດຖະກິດ ໃນໄລຍະຍາວ. ນະໂຍບາຍສຳຄັນຫຼາຍດ້ານເຊັ່ນ: ຂໍ້ຕົກລົງສີຂຽວເອີຣົບ, ກົນໄກປັບຊາຍແດນກາກບອນ (CBAM), ແຜນປະຕິບັດງານເສດຖະກິດວົງ ຫຼື ຍຸດທະສາດຊີວະນາໆພັນເຖິງປີ 2030 ພວມມີອິດທິພົນຢ່າງໃຫຍ່ຫຼວງຕໍ່ວິທີການຂະຫຍາຍຕົວ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນທົ່ວໂລກ.
ຕາມ ກະຊວງອຸດສາຫະກຳ ແລະ ການຄ້າແລ້ວ , ລະບຽບການພັດທະນາແບບຍືນຍົງແມ່ນມີມາແຕ່ກ່ອນ, ແຕ່ປະຈຸບັນໄດ້ຮັບການສ້າງມາດຕະຖານຢ່າງເຂັ້ມງວດກວ່າ, ກາຍເປັນລະບຽບການບັງຄັບຢູ່ຫຼາຍຕະຫຼາດ, ພິເສດແມ່ນເອີລົບ. ບັນດາວິສາຫະກິດປາດຖະໜາຢາກສົ່ງອອກໄປຍັງບັນດາຕະຫຼາດດັ່ງກ່າວ ຕ້ອງໄດ້ຮັບການກະກຽມຢ່າງວ່ອງໄວ ແລະ ລະມັດລະວັງ ເພື່ອສາມາດຕອບສະໜອງບັນດາຂໍ້ກຳນົດກ່ຽວກັບການຫັນເປັນສີຂຽວ. ການຫັນປ່ຽນນີ້ຊ່ວຍໃຫ້ວິສາຫະກິດຫຼຸດຜ່ອນຄວາມສ່ຽງທີ່ຈະຖືກກຳຈັດອອກຈາກຕະຫຼາດສົ່ງອອກທີ່ສຳຄັນ, ພ້ອມທັງສ້າງກາລະໂອກາດສ້າງຍີ່ຫໍ້ແບບຍືນຍົງ, ເພີ່ມມູນຄ່າຜະລິດຕະພັນ ແລະ ເຂົ້າເຖິງບັນດາກຸ່ມລູກຄ້າລະດັບສູງໃນໂລກ. ນີ້ກໍ່ແມ່ນບາດກ້າວຍຸດທະສາດເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ຮັດແໜ້ນທີ່ຕັ້ງຂອງຕົນໃນຕ່ອງໂສ້ຄຸນຄ່າ, ຫຼຸດຜ່ອນຜົນກະທົບທາງລົບຕໍ່ສິ່ງແວດລ້ອມ, ປັບປຸງຄວາມສາມາດແກ່ງແຍ້ງ, ປະກອບສ່ວນຍົກສູງທີ່ຕັ້ງແຫ່ງຊາດ, ໄດ້ຮັບຮູ້ຄຳໝັ້ນສັນຍາຂອງລັດຖະບານໃນບັນດາຈຸດໝາຍພັດທະນາແບບຍືນຍົງຂອງໂລກ.
ຕາມລະບຽບການຂອງ ລັດຖະບານ , ມີວິສາຫະກິດພາຍໃນປະເທດ 2.000 ກວ່າແຫ່ງຈະຕ້ອງໄດ້ລາຍງານກ່ຽວກັບການປ່ອຍອາຍພິດເຮືອນແກ້ວໃນເດືອນ 3/2025 ພ້ອມທັງສ້າງແຜນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ. ເຖິງຢ່າງໃດກໍຕາມ, ຕາມການສຳຫຼວດແລ້ວ, ມາຮອດຈຸດເວລານີ້, ມີວິສາຫະກິດປະມານ 10% ເທົ່ານັ້ນທີ່ມີຄວາມພ້ອມໃນດ້ານນີ້. ໃນຂະນະນັ້ນ, ນັບແຕ່ວັນທີ 1/1/2025, ບັນດາວິສາຫະກິດ ຫວຽດນາມ ປາດຖະໜາຢາກສົ່ງອອກຜະລິດຕະພັນກະເສດໄປຍັງບາງຕະຫຼາດສຳຄັນຕ້ອງພິສູດໃຫ້ເຫັນວ່າ: ສິນຄ້າບໍ່ມີການປ່ອຍອາຍພິດ. ນອກນີ້, ຍັງມີຄວາມຮຽກຮ້ອງຕ້ອງການອື່ນໆອີກຫຼາຍຢ່າງກ່ຽວກັບການຜະລິດສີຂຽວ ແລະ ຖ້າວິສາຫະກິດບໍ່ໄດ້ກະກຽມໃຫ້ດີ, ຄວາມເປັນໄປໄດ້ທີ່ຈະຖືກລົບລ້າງຈາກເກມແມ່ນສູງຫຼາຍ.
ສະນັ້ນ, ໃນໄລຍະຈະມາເຖິງ, ບັນດາວິສາຫະກິດ ຫວຽດນາມ ຕ້ອງຕັ້ງໜ້າເຂົ້າໃຈບັນດາຂໍ້ກຳນົດ, ລະບຽບການກ່ຽວກັບມາດຕະຖານສີຂຽວຂອງປະເທດອື່ນ; ຕັ້ງໜ້າຍົກສູງຄວາມສາມາດບົ່ມຊ້ອນດ້ານການເງິນສີຂຽວ ພ້ອມທັງເພີ່ມທະວີການນຳໃຊ້ເຕັກໂນໂລຊີສີຂຽວ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຫັນເປັນການຜະລິດແບບຍືນຍົງ. ບັນດາອົງການຄຸ້ມຄອງລັດຕ້ອງອອກແບບບັນດາໂຄງການໜູນຊ່ວຍດ້ານວິຊາການ ແລະ ປັບປຸງຄວາມສາມາດຂອງວິສາຫະກິດ, ສະມາຄົມໃຫ້ສອດຄ່ອງກັບລະບຽບການແຂ່ງຂັນເພື່ອພັດທະນາແບບຍືນຍົງ.
ທີ່ມາ
(0)