ຕອນເຊົ້າວັນທີ 26/3, ບໍລິສັດພັດທະນາຊອບແວ ກວາງຈູງ ຈຳກັດ (QTSC) ແລະ ສູນທີ່ປຶກສາ ແລະ ໜູນຊ່ວຍການຫັນເປັນດິຈິຕອລນະຄອນໂຮ່ຈິມິນ (DXCenter) ໄດ້ຈັດຕັ້ງກອງປະຊຸມສຳມະນາ “ການຜະລິດແບບຍືນຍົງມຸ່ງໄປເຖິງການເຕີບໂຕສີຂຽວ”. ກອງປະຊຸມເພື່ອແນໃສ່ຍົກສູງຄວາມຮັບຮູ້ ແລະ ແບ່ງປັນປະສົບການກ່ຽວກັບຄວາມສຳຄັນຂອງການກໍ່ສ້າງ ແລະ ປະຕິບັດຮູບແບບການຜະລິດສີຂຽວ ແລະ ພັດທະນາ ເສດຖະກິດ ແບບຍືນຍົງ.
ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ມົນລະພິດສິ່ງແວດລ້ອມ, ການສັນຈອນແອອັດ ແລະ ອື່ນໆ. ພ້ອມກັບຜົນກະທົບຮອບວຽນຂອງຂະບວນການຂະຫຍາຍຕົວຂອງການພັດທະນາ, ລັດຖະບານ ຫວຽດນາມ ພວມມານະພະຍາຍາມສ້າງໂຄງປະກອບເສດຖະກິດຄືນໃໝ່ດ້ວຍເປົ້າໝາຍ “ສີຂຽວ”, ປັບປຸງບັນດາແລວທາງດ້ານກົດໝາຍ ແລະ ນະໂຍບາຍເພື່ອຮັບໃຊ້ການຫັນເປັນສີຂຽວ. ການຕັດສິນໃຈ ແລະ ຖະແຫຼງການແມ່ນມີຂຶ້ນເພື່ອແນໃສ່ມຸ່ງໄປເຖິງຈຸດໝາຍຂອງ ຫວຽດນາມ ເປັນສູນຄາບອນໃນປີ 2050 ແລະ ທ່າອ່ຽງເສດຖະກິດ ESG (ດ້ານສິ່ງແວດລ້ອມ, ສັງຄົມ, ແລະ ການປົກຄອງ).
ພິເສດ, ການຫັນເປັນຄູ່ລວມທັງການຫັນເປັນດີຈີຕອນ ແລະ ການຫັນເປັນສີຂຽວໄດ້ກາຍເປັນເປົ້າໝາຍ, ເປັນປັດໃຈສໍາຄັນຕໍ່ກັບການພັດທະນາແບບຍືນຍົງ. ການຫັນເປັນດິຈິຕອນບໍ່ພຽງແຕ່ນໍາເອົາປະສິດທິພາບແລະຄວາມຍືດຫຍຸ່ນໃນການຄຸ້ມຄອງການຜະລິດ, ແຕ່ຍັງຊ່ວຍເພີ່ມປະສິດທິພາບຊັບພະຍາກອນແລະຫຼຸດຜ່ອນສິ່ງເສດເຫຼືອ. ພ້ອມກັນນັ້ນ, ການຫັນປ່ຽນສີຂຽວຍັງຊ່ວຍຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສ້າງຊີວິດການເປັນຢູ່ທີ່ມີສຸຂະພາບດີໃຫ້ແກ່ຊຸມຊົນ.
ທີ່ກອງປະຊຸມ, ທ່ານ ຟ້າມຮ່ວາຍຈູງ, ຫົວໜ້າຄະນະໂຄສະນາອົບຮົມ Net to Zero 2050 ໃຫ້ຮູ້ວ່າ: ຕ້ອງຫັນທຸກຂະແໜງການໄປສູ່ການຫັນເປັນສີຂຽວໄປສູ່ການພັດທະນາແບບຍືນຍົງ ບົນພື້ນຖານການສົມທົບກັນຢ່າງແໜ້ນແຟ້ນ ແລະ ກົມກຽວກັບການເຕີບໃຫຍ່ຂອງເສດຖະກິດ, ແກ້ໄຂບັນຫາສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ.
ເພື່ອເຮັດໄດ້ນັ້ນ, ຕ້ອງປະຕິບັດຕາມແຜນທີ່ກຳນົດທິດສະເພາະຄື: ໄຈ້ແຍກ, ກຳນົດທິດທາງໃຫ້ບັນດາວິສາຫະກິດຫັນເປັນການພັດທະນາແບບຍືນຍົງ, ປູກຈິດສຳນຶກໃຫ້ແກ່ວິສາຫະກິດກ່ຽວກັບການປະຢັດພະລັງງານ, ຂະຫຍາຍບັນດາຜູ້ຜະລິດ... ພ້ອມທັງນຳໃຊ້ເຕັກໂນໂລຊີທີ່ກ້າວໜ້າເພື່ອຜັນຂະຫຍາຍບັນດາຮູບແບບການພັດທະນາແບບຍືນຍົງເຊັ່ນ: ນຳໃຊ້ IoT, Bigdata, AI, Digital Twin ໃນຂະບວນການຫັນເປັນຈິງ...
ຢູ່ຫວຽດນາມ, ບັນດາຜູ້ຜະລິດນຳເຂົ້າໄດ້ຂະຫຍາຍການຜະລິດຢ່າງຕັ້ງໜ້າ, ຫັນໄປສູ່ການປະຢັດນ້ຳມັນ, ນຳໃຊ້ວັດຖຸດິບທີ່ເປັນມິດກັບສິ່ງແວດລ້ອມ ແລະ ສ້າງຕັ້ງພັນທະມິດການຫຸ້ມຫໍ່ Recycling Alliance – PRO ຫວຽດນາມ ໃນປີ 2021. ພັນທະມິດໄດ້ກຳນົດພາລະກິດພັດທະນາລະບົບນິເວດເກັບຫຸ້ມຫໍ່ພາຍໃນ ແລະ ໝູນໃຊ້ຄືນໃໝ່ຢ່າງແຂງແຮງ, ຊ່ວຍເພີ່ມອັດຕາການນຳກັບມາໃຊ້ໃໝ່ ແລະ ຫຼຸດຜ່ອນອັດຕາສິ່ງເສດເຫຼືອໃນການຫຸ້ມຫໍ່.
ໃນໄລຍະ 2 ປີຜ່ານມາ, PRO ຫວຽດນາມ ໄດ້ຍູ້ແຮງການໜູນຊ່ວຍບັນດາການເຄື່ອນໄຫວໃນຫຼາຍຂົງເຂດ, ໃນນັ້ນມີການປູກຈິດສຳນຶກຜູ້ບໍລິໂພກກ່ຽວກັບການນຳມາໃຊ້ຄືນ ແລະ ການຈັດປະເພດສິ່ງເສດເຫຼືອ, ປັບປຸງລະບົບນິເວດການເກັບຫຸ້ມຫໍ່ທີ່ມີຢູ່ແລ້ວ, ໜູນຊ່ວຍໂຄງການນຳມາໃຊ້ຄືນໂຮງງານບຳບັດ ແລະ ໂຮງງານຜະລິດວັດຖຸດິບຄືນໃໝ່ ແລະ ອື່ນໆ.
ທ່ານ Tran Huu Dung, ຜູ້ອໍານວຍການບໍລິສັດ QTSC ໃຫ້ຮູ້ວ່າ, QTSC ຍາມໃດກໍ່ຖືຕົນເອງເປັນເຂດຕົວເມືອງສີຂຽວ - ສະຫຼາດ, ມຸ່ງໄປເຖິງການຊຸກຍູ້ບັນດາການເຄື່ອນໄຫວຫັນເປັນຄູ່ ໂດຍຜ່ານບັນດາການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມ ແລະ ສັງຄົມ. ໃນນັ້ນລວມມີການລົງທຶນດ້ານເຕັກໂນໂລຊີສີຂຽວ, ກໍ່ສ້າງພື້ນຖານໂຄງລ່າງຕົວເມືອງສີຂຽວ, ປະຢັດພະລັງງານ ແລະ ຊັບພະຍາກອນ, ຊຸກຍູ້ການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ເພີ່ມທະວີການຮ່ວມມື, ແບ່ງປັນຂໍ້ມູນຂ່າວສານ ແລະ ປະສົບການກັບປະຊາຄົມວິສາຫະກິດ. ສຸມໃສ່ແກ້ໄຂເຕັກໂນໂລຊີທີ່ກ້າວໜ້າໃນບັນດາຂົງເຂດຄື: ການຄຸ້ມຄອງສະຫຼາດ, ສະພາບແວດລ້ອມສະຫຼາດ, ພະລັງງານສະຫຼາດ, ການຄົມມະນາຄົມອັດສະລິຍະ, ອາຄານອັດສະລິຍະ, ຄວາມປອດໄພສາທາລະນະ ແລະ ລະບົບນິເວດຂໍ້ມູນເປີດ...
ທ່ານ Tran Huu Dung ກ່າວຕື່ມວ່າ: “ຕົວແບບຕົວເມືອງຂຽວ-ສະຫຼາດທີ່ກ້າວໜ້າບໍ່ພຽງແຕ່ແມ່ນຕົວແບບໃນການພັດທະນາຕົວເມືອງໃນອະນາຄົດເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດເຂົ້າຮ່ວມໃນສະພາບແວດລ້ອມແຫ່ງການດຳເນີນທຸລະກິດແບບຍືນຍົງ ແລະ ດຶງດູດໃຈອີກດ້ວຍ.
ບຸຍຕວນ
ທີ່ມາ
(0)