ວັນທີ 26 ມິຖຸນານີ້, ກອງທັບສ.ເກົາຫຼີປະກາດວ່າ, ສ.ເກົາຫຼີໄດ້ຍິງລູກສອນໄຟຂີປະນາວຸດທີ່ບໍ່ຮູ້ຕົວອອກສູ່ທະເລຕາເວັນອອກ.
ການມາເຖິງຂອງກຳປັ່ນບັນທຸກເຮືອບິນ USS Theodore Roosevelt ຂອງສະຫະລັດ ທີ່ນະຄອນ Busan ທາງພາກຕາເວັນອອກສຽງໃຕ້ຂອງວັນທີ 22 ມິຖຸນາ ໄດ້ເຮັດໃຫ້ເກົາຫຼີເໜືອບໍ່ພໍໃຈ. |
ອົງການຂ່າວ Yonhap ໄດ້ອ້າງຄຳເວົ້າຂອງຫົວໜ້າເສນາທິການຮ່ວມຂອງເກົາຫລີໃຕ້ ທີ່ກ່າວວ່າ ປະເທດນີ້ພວມດຳເນີນການຄົ້ນຄວ້າ, ແຕ່ບໍ່ໄດ້ໃຫ້ລາຍລະອຽດຕື່ມອີກ.
ຂະນະດຽວກັນ, ໜ່ວຍຍາມຝັ່ງຍີ່ປຸ່ນກ່າວວ່າ, ການຍິງລູກສອນໄຟດັ່ງກ່າວບໍ່ປະສົບຜົນສຳເລັດ ແລະ ວັດຖຸຂອງເກົາຫຼີເໜືອໄດ້ຕົກຢູ່ນອກເຂດ ເສດຖະກິດ ຈຳເພາະຂອງຍີ່ປຸ່ນ, ຫ່າງຈາກຝັ່ງທະເລຂອງປະເທດປະມານ 370 ກິໂລແມັດ, ບໍ່ໄດ້ສ້າງຄວາມເສຍຫາຍໃດໆ.
ການຍິງທົດລອງດັ່ງກ່າວມີຂຶ້ນນຶ່ງມື້ຫລັງຈາກເກົາຫລີເໜືອໄດ້ຕຳໜິຕິຕຽນສະຫະລັດ ທີ່ໄດ້ສົ່ງກຳປັ່ນບັນທຸກເຮືອບິນທີ່ມີພະລັງນິວເຄລຍໄປຍັງເກົາຫລີໃຕ້ ໂດຍກ່າວເຕືອນກ່ຽວກັບ "ມາດຕະການສະກັດກັ້ນຢ່າງແຂງແຮງ" ຕໍ່ "ການກະທຳທີ່ເປັນການຍຸຍົງ".
ກຳປັ່ນບັນທຸກເຮືອບິນ USS Theodore Roosevelt ຂອງສະຫະລັດ ໄດ້ເຂົ້າຈອດຢູ່ Busan ທາງພາກຕາເວັນອອກສຽງໃຕ້ຂອງເກົາຫຼີໃຕ້ ເມື່ອວັນທີ 22 ມິຖຸນາ ຍ້ອນວ່າ ພັນທະມິດ ແລະຍີ່ປຸ່ນ ວາງແຜນທີ່ຈະທຳການຊ້ອມລົບສາມຝ່າຍ ເອີ້ນວ່າ Freedom Edge ໃນທ້າຍເດືອນມິຖຸນາ.
ນີ້ແມ່ນຄັ້ງທຳອິດທີ່ກຳປັ່ນ USS Theodore Roosevelt ເຂົ້າຈອດຢູ່ເກົາຫຼີໃຕ້ ແລະຍັງເປັນຄັ້ງທຳອິດທີ່ກຳປັ່ນບັນທຸກເຮືອບິນຂອງສະຫະລັດ ໄດ້ເຂົ້າຈອດຢູ່ປະເທດອາຊີຕາເວັນອອກສຽງເໜືອໃນຮອບ 7 ເດືອນ.
ເປັນເວລາດົນນານມາແລ້ວ, ເກົາຫຼີເໜືອ ເຄີຍກ່າວປະນາມການຊ້ອມຮົບຮ່ວມລະຫວ່າງ ອາເມລິກາ ແລະ ເກົາຫຼີໃຕ້ ຕະຫຼອດຮອດ ວໍຊິງຕັນ ນຳໃຊ້ຊັບສິນຍຸດທະສາດຢູ່ແຫຼມ ເກົາຫຼີ.
ທີ່ມາ: https://baoquocte.vn/sau-canh-bao-ve-bien-phap-ran-de-manh-voi-my-han-trieu-tien-phong-ten-lua-dan-dao-276342.html
(0)