ທ່ານ ຫງວຽນວັນມິງ, ຫົວໜ້າຝ່າຍການຕະຫຼາດຂອງຊຸບເປີມາເກັດ ໃຫ້ຮູ້ວ່າ: “ເພື່ອຮັບປະກັນການສະໜອງ, ຮ້ານສັບພະສິນຄ້າໄດ້ຕັ້ງໜ້າເກັບມ້ຽນເຄື່ອງຂອງທີ່ຈຳເປັນເຊັ່ນ: ເຂົ້າ, ເຂົ້າໜົມ, ໄຂ່, ຜັກ, ເຄື່ອງດື່ມ ແລະ ອື່ນໆ, ພ້ອມກັນນັ້ນ, ພວກຂ້າພະເຈົ້າກໍ່ໄດ້ເພີ່ມຈຳນວນພະນັກງານເພື່ອຮອງຮັບລູກຄ້າ, ພິເສດແມ່ນຢູ່ຮ້ານຂາຍອາຫານສົດ ເພື່ອຕອບສະໜອງໃຫ້ແກ່ລູກຄ້າເປັນຈຳນວນຫຼວງຫຼາຍໃນຕອນເຊົ້າ”.

ນອກຈາກການດຳເນີນທຸລະກິດແລ້ວ, ຫ້າງສັບພະສິນຄ້າຍັງໄດ້ຈັດພື້ນທີ່ສາກແບັດເຕີລີຟຣີເພື່ອຮັບໃຊ້ປະຊາຊົນໃນສະພາບທີ່ຫຼາຍເຂດຍັງບໍ່ທັນມີໄຟຟ້າໃຊ້. ພັດລົມ ແລະ ນ້ຳດື່ມ ຍັງໄດ້ກະກຽມສ້າງຄວາມສະດວກສະບາຍໃຫ້ແກ່ລູກຄ້າໃນເວລາລໍຖ້າ.

ການເປີດຄືນຂອງຮ້ານຊຸບເປີມາເກັດ Co.opmart ປະກອບສ່ວນຮັບປະກັນການສະໜອງສິນຄ້າ, ໜູນຊ່ວຍປະຊາຊົນໃຫ້ມີສະຖຽນລະພາບພາຍຫຼັງພາຍຸ, ສະແດງໃຫ້ເຫັນຈິດໃຈສາມັກຄີກັບປະຊາຄົມໃນຍາມຫຍຸ້ງຍາກ.
ທີ່ມາ: https://baogialai.com.vn/sieu-thi-coopmart-quy-nhon-bo-tri-noi-sac-pin-mien-phi-cho-nguoi-dan-post571605.html






(0)