ກປ.ອອນໄລ - ຕອນບ່າຍວັນທີ 6 ກຸມພາ, ຢູ່ຮ່າໂນ້ຍ, ສະຖານທູດ ສ.ເກົາຫຼີ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນ ທາງການທູດ ຫວຽດນາມ ແລະ ສປປ.ເກົາຫຼີ (31 ມັງກອນ 1950 – 31 ມັງກອນ 2025).
ເຂົ້າຮ່ວມລາຍການມີທ່ານ ບຸ່ຍແທງເຊີນ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ; ທ່ານ ຫງວຽນແມ້ງວູ, ຮອງລັດຖະມົນຕີກະຊວງການຕ່າງປະເທດ; ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ເກົາຫຼີ Ri Sung Guk ແລະ ຜູ້ຕາງໜ້າບັນດາກະຊວງ, ສາຂາ ແລະ ບັນດາອົງການມິດຕະພາບຫວຽດນາມ.
ທ່ານຮອງ ນາຍົກລັດຖະມົນຕີ ບຸຍແທງເຊີນ (ຊ້າຍ) ແລະ ທ່ານເອກອັກຄະລັດຖະທູດ ສ ເກົາຫຼີ Ri Sung Guk. (ພາບ: ໜັງສືພິມລັດຖະບານ) |
ກ່າວຄຳເຫັນທີ່ລາຍການ, ທ່ານ ບຸ່ຍແທງເຊີນ ເນັ້ນໜັກວ່າ: 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ ແລະ ປະຊາຊົນສອງປະເທດໄດ້ຮັບການກໍ່ສ້າງ ແລະ ບຳລຸງສ້າງໂດຍປະທານ ໂຮ່ຈີມິນ ແລະ ທ່ານປະທານ Kim Il Sung ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ທ້າທາຍ ແລະ ເສຍຫາຍໃນປະຫວັດສາດ, ໄດ້ຮັບການສືບທອດ ແລະ ເພີ່ມທະວີການນຳຂອງສອງປະເທດ.
ທ່ານ ບຸ່ຍແທງເຊີນ ຢືນຢັນຄວາມພ້ອມຂອງພັກ, ລັດຖະບານ ແລະ ປະຊາຊົນ ສ.ປ.ປ.ເກົາຫຼີ ສືບຕໍ່ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບດັ້ງເດີມລະຫວ່າງ 2 ປະເທດ, ພິເສດແມ່ນປີມິດຕະພາບຫວຽດນາມ - ສ.ປ.ປ.ເກົາຫຼີ ໃນປີ 2025.
ຕາມທ່ານເອກອັກຄະລັດຖະທູດສ.ເກົາຫຼີ Ri Sung Guk ແລ້ວ, ການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ ໃນວັນທີ 31/1/1950 ໄດ້ກາຍເປັນຂີດໝາຍປະຫວັດສາດ, ເປັນຂີດໝາຍຈຸດເລີ່ມຕົ້ນຂອງມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດ.
ບັນດາຜູ້ແທນເຂົ້າຮ່ວມງານວາງສະແດງຮູບພາບກ່ຽວກັບການພົວພັນລະຫວ່າງສອງປະເທດ ແລະ ການພົວພັນ ຫວຽດນາມ - ເກົາຫຼີ ເໜືອ. (ພາບ: QĐND) |
ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງການພົວພັນສອງຝ່າຍໃນໄລຍະ 75 ປີຜ່ານມາ, ທ່ານເອກອັກຄະລັດຖະທູດ Ri Sung Guk ຢືນຢັນວ່າ, ສ.ເກົາຫຼີ ຈະສືບຕໍ່ມານະພະຍາຍາມສົມທົບກັບຫວຽດນາມ ເພື່ອເພີ່ມທະວີ ແລະພັດທະນາສາຍພົວພັນມິດຕະພາບ ແລະການຮ່ວມມືໃນຫຼາຍຂົງເຂດລະຫວ່າງສອງປະເທດໃນໄລຍະຈະມາເຖິງ.
ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ Ri Sung Guk ປາດຖະໜາວ່າ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ສືບຕໍ່ບັນລຸໄດ້ບັນດາຜົນງານທີ່ຕັ້ງໜ້າກວ່າອີກໃນພາລະກິດສ້າງສາປະເທດຊາດສັງຄົມນິຍົມ ຫວຽດນາມ ຢ່າງອຸດົມສົມບູນ.
ທີ່ມາ: https://thoidai.com.vn/tang-cuong-hon-nua-tinh-huu-nghi-va-hop-tac-nhan-dan-viet-nam-trieu-tien-209992.html
(0)