ບ້ວງເງິນ 500 ລ້ານໂດລາສະຫະລັດຈະສະໜອງໃຫ້ໂດຍ DFC, ໂດຍອີງຕາມຜົນການຕີລາຄາ, ໃຫ້ແກ່ບັນດາໂຄງການສ້າງຕັ້ງສູນຄົ້ນຄ້ວາ, ພັດທະນາ ແລະ ຜະລິດແບັດເຕີຣີ Lithium-ion ຂອງ VinFast ຢູ່ ຫວຽດນາມ.
ນີ້ກໍ່ແມ່ນໂຄງການທຳອິດໃນບັນດາໂຄງການພັດທະນາຄົມມະນາຄົມແບບຍືນຍົງຢູ່ ຫວຽດນາມ ແລະ ໃນໂລກ ທີ່ສອງຝ່າຍພວມຜັນຂະຫຍາຍຢ່າງຕັ້ງໜ້າ.
ອົງການການເງິນເພື່ອການພັດທະນາສາກົນຂອງອາເມລິກາໄດ້ລົງນາມໃນຈົດໝາຍສະໜອງທຶນ 500 ລ້ານໂດລາໃຫ້ບໍລິສັດ VinFast.
ເພື່ອໄດ້ຮັບແຫຼ່ງທຶນ, VinFast ຈະໄດ້ຮັບການຕີລາຄາຢ່າງເລິກເຊິ່ງກ່ຽວກັບຫຼາຍມາດຖານຄື: ເປັນວິສາຫະກິດຫວຽດນາມ ທີ່ມີຄວາມສາມາດ ດ້ານເສດຖະກິດ , ການເງິນ; ປະຕິບັດຕາມ DFC ແລະຂໍ້ກໍານົດທ້ອງຖິ່ນທີ່ກ່ຽວຂ້ອງກັບການພັດທະນາ, ຜົນກະທົບຕໍ່ສິ່ງແວດລ້ອມແລະສັງຄົມ; ປະຕິບັດຕາມຂໍ້ກໍານົດດ້ານກົດໝາຍ ແລະລະບຽບການ, ແລະເງື່ອນໄຂອື່ນໆຈໍານວນຫຼາຍ.
ນອກຈາກນັ້ນ, DFC ຍັງຕີລາຄາສູງບັນດາຄວາມມານະພະຍາຍາມອັນພົ້ນເດັ່ນຂອງ VinFast ຜ່ານບັນດາໂຄງການຜະລິດລົດໄຟຟ້າ, ຜະລິດແບດເຕີຣີ່ lithium-ion, ພັດທະນາພື້ນຖານໂຄງລ່າງສະຖານີສາກໄຟໃນທົ່ວປະເທດ...
ໂດຍການໜູນຊ່ວຍວິສາຫະກິດໃນຂອບເຂດທົ່ວໂລກ, DFC ຈະປະກອບສ່ວນໂດຍກົງເຂົ້າໃນບັນດາເປົ້າໝາຍພັດທະນາແບບຍືນຍົງ, ຊຸກຍູ້ອະນາຄົດທີ່ຂຽວສົດງົດງາມຢູ່ຫວຽດນາມ ແລະ ສາກົນ.
ທ່ານນາງ ເລທິທູທູ, CEO ທົ່ວໂລກຂອງ VinFast ແບ່ງປັນວ່າ: “VinFast ມີຄວາມພາກພູມໃຈທີ່ໄດ້ເຂົ້າຮ່ວມ DFC ໃນການປະກອບສ່ວນເຂົ້າໃນອະນາຄົດຂອງການຂົນສົ່ງແບບຍືນຍົງ.
DFC ເປັນອົງການຂອງລັດຖະບານສະຫະລັດ ທີ່ຮັບຜິດຊອບໃນການສົ່ງເສີມການລົງທຶນຂອງເອກະຊົນໃນບັນດາປະເທດທີ່ກໍາລັງພັດທະນາ. DFC ສຸມໃສ່ໂຄງການທີ່ສ້າງຜົນກະທົບດ້ານການພັດທະນາໃນທາງບວກ, ປົກປັກຮັກສາສິ່ງແວດລ້ອມແລະສັງຄົມ, ສົ່ງເສີມສິດທິມະນຸດ, ແລະຮັບປະກັນສິດທິຂອງຜູ້ອອກແຮງງານ.
ກ່ອນໜ້ານີ້ VinFast, DFC ປະກາດບ້ວງເງິນລົງທຶນ 737 ລ້ານ USD ຢູ່ ຫວຽດນາມ, ແມ່ນແຫຼ່ງເງິນລົງທຶນໃຫຍ່ກວ່າໝູ່ຢູ່ຕະຫຼາດອາຊີຕາເວັນອອກສ່ຽງໃຕ້.
ແທງລຳ
ທີ່ມາ
(0)