ຊຸດອົບຮົມມີຜູ້ເຂົ້າຮ່ວມ 30 ກວ່າຄົນເປັນພະນັກງານສົ່ງເສີມກະສິກຳ, ພະນັກງານສົ່ງເສີມປະຊາຄົມ ແລະ ພະນັກງານປະຕິບັດວຽກງານຫຼຸດຜ່ອນຄວາມທຸກຍາກໃນໂຄງການຈຸດໝາຍຫຼຸດຜ່ອນຄວາມທຸກຍາກລະດັບຊາດໄລຍະ 2021 – 2025 ຢູ່ 5 ຕາແສງຄື: ຫງວຽນເຫ້ວ, ຮ່ວາອານ, ນ້ຳຕວນ, ມິນຕື, ບັກດັງ.

ຜູ້ເຂົ້າຮ່ວມໄດ້ຮັບການຝຶກອົບຮົມກ່ຽວກັບເນື້ອໃນດັ່ງນີ້: ນະໂຍບາຍກະສິກຳກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ; ບົດບາດຂອງການສົ່ງເສີມກະສິກຳໃນການຫຼຸດຜ່ອນຄວາມທຸກຍາກ; ແນະນຳບາງຮູບແບບການດຳລົງຊີວິດໃຫ້ຜູ້ທຸກຍາກ; ສົ່ງເສີມກະສິກຳກັບການພັດທະນາຊຸມຊົນ; ບາງວິທີການ, ທັກສະ ແລະ ວິທີການສົ່ງເສີມກະສິກຳ... ນອກຈາກນັ້ນ, ບັນດານັກສຳມະນາກອນຍັງໄດ້ໄປຢ້ຽມຢາມ ແລະ ຮຽນຮູ້ກ່ຽວກັບຮູບແບບການລ້ຽງໄກ່ລ້ຽງໄຂ່ ຢູ່ ສະ ຫະກອນກະສິກຳ ແລະ ລ້ຽງສັດ ບ໋າວຮຸ່ງ; ຮູບແບບການຜະລິດຜະລິດຕະພັນກະສິກຳສະອາດຢູ່ຕາແສງ ເຈືອງຮ່າ.
ຜ່ານເນື້ອໃນການຝຶກອົບຮົມ, ນັກສຳມະນາກອນບໍ່ພຽງແຕ່ໄດ້ຮັບຄວາມຮູ້ເທົ່ານັ້ນ ຫາກຍັງໄດ້ປຶກສາຫາລື ແລະ ແບ່ງປັນປະສົບການໃນການປະຕິບັດນະໂຍບາຍຢູ່ຂັ້ນຮາກຖານ. ນີ້ແມ່ນໂອກາດເພື່ອໃຫ້ບັນດາຕາແສງໃນແຂວງໄດ້ແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ຜ່ານນັ້ນຊອກຫາວິທີແກ້ໄຂທີ່ເໝາະສົມກັບເງື່ອນໄຂສະເພາະຂອງແຕ່ລະທ້ອງຖິ່ນ, ປະກອບສ່ວນຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ມຸ່ງໄປເຖິງການເພີ່ມພູນຄູນສ້າງ ແລະ ສະຖຽນລະພາບ.
ທີ່ມາ: https://tienphong.vn/tap-huan-cong-tac-giam-ngheo-ben-vung-cho-can-bo-xa-cao-bang-post1787887.tpo






(0)