
ບັນດາຜູ້ແທນໄດ້ຮັບຫົວຂໍ້ຄື: ໂຄງການເຄື່ອນໄຫວແຫ່ງຊາດ “ບໍ່ອຶດຫີວ” ຕິດພັນກັບການຫັນປ່ຽນລະບົບສະບຽງອາຫານທີ່ໂປ່ງໃສ, ມີຄວາມຮັບຜິດຊອບ ແລະ ຍືນຍົງຢູ່ຫວຽດນາມ ໃນສະພາບການໃໝ່; ຄວາມຕ້ອງການຫັນປ່ຽນລະບົບສະບຽງອາຫານ ແລະ ຄວາມພະຍາຍາມເຊື່ອມໂຍງເຂົ້າກັບໂຄງການຈຸດໝາຍແຫ່ງຊາດເພື່ອຫລຸດຜ່ອນຄວາມທຸກຍາກແບບຍືນຍົງ; ປະຕິບັດການເຊື່ອມໂຍງດ້ານໂພຊະນາການ ເພື່ອປະກອບສ່ວນຫັນປ່ຽນລະບົບອາຫານໃນບັນດາໂຄງການຈຸດໝາຍແຫ່ງຊາດ; ແຂວງ ເຊີນລາ ແບ່ງປັນກ່ຽວກັບຂະບວນການສ້າງແຜນການຫັນປ່ຽນລະບົບສະບຽງອາຫານຢ່າງໂປ່ງໃສ, ມີຄວາມຮັບຜິດຊອບ ແລະ ຍືນຍົງຢູ່ແຂວງ ເຊີນລາ ຮອດປີ 2030; ສະພາບການຄ້ຳປະກັນດ້ານສະບຽງອາຫານ, ການຄ້ຳປະກັນດ້ານໂພຊະນາການ ແລະ ໂພຊະນາການຂອງຄອບຄົວຢູ່ ເຊີນລາ; ແນະນຳປື້ມຄູ່ມືກໍ່ສ້າງໂຄງການພັດທະນາລະບົບສະບຽງອາຫານເພື່ອຮັບປະກັນໂພຊະນາການທີ່ພຽງພໍ ແລະ ຮັດກຸມໃນໄລຍະຈະມາເຖິງ.

ກອງປະຊຸມເພື່ອແນໃສ່ປັບປຸງຄວາມເຂົ້າໃຈທົ່ວໄປກ່ຽວກັບລະບົບສະບຽງອາຫານ ແລະ ໂຄງການພັດທະນາສະບຽງອາຫານ ເພື່ອຮັບປະກັນໂພຊະນາການໃຫ້ແກ່ເຈົ້າໜ້າທີ່ບັນດາແຂວງພາກກາງ ແລະ ພູດອຍ ໂດຍທົ່ວໄປ ແລະ ແຂວງ ເຊີນລາ ເວົ້າສະເພາະ; ຊີ້ນຳບັນດາບາດກ້າວໃນການກໍ່ສ້າງ, ການຈັດຕັ້ງປະຕິບັດ, ຕິດຕາມ ແລະ ປະເມີນໂຄງການພັດທະນາລະບົບສະບຽງອາຫານ ເພື່ອຮັບປະກັນໂພຊະນາການທີ່ພຽງພໍໃຫ້ບັນດາພາກສ່ວນກ່ຽວຂ້ອງ.
ທີ່ມາ: https://baosonla.vn/suc-khoe/tap-huan-du-an-phat-trien-he-thong-luong-thuc-thuc-pham-dam-bao-dinh-duong-S9DCUUeNR.html
(0)