
ໂດຍມີແຫຼ່ງກຳລັງໜູນຊ່ວຍລວມມູນຄ່າ 1,2 ຕື້ດົ່ງ ໂດຍຄະນະຊາວໜຸ່ມສູນກາງ ແລະ ສະພາໄວໜຸ່ມສູນກາງມອບໃຫ້, ລວມມີ: ເງິນສົດ, ສິ່ງຈຳເປັນ, ອຸປະກອນຮ່ຳຮຽນ; ແລະ ທຶນຊ່ວຍເຫຼືອເພື່ອຟື້ນຟູຄອບຄົວເດັກນ້ອຍ 15 ຄອບຄົວທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ. ຄະນະປະຕິບັດງານຍັງໄດ້ລົງຢ້ຽມຢາມໂດຍກົງ ແລະ ມອບຂອງຂວັນໃຫ້ເດັກນ້ອຍ 4 ຄົນທີ່ປະສົບກັບຄວາມຫຍຸ້ງຍາກ ໂດຍສະເພາະແມ່ນຢູ່ 2 ຕາແສງ ເທກລາກ ແລະ ດົງຕຽນ; ພ້ອມກັນນັ້ນ, ໄດ້ມອບຂອງຂວັນທີ່ຍັງເຫຼືອໃຫ້ຄະນະຊາວໜຸ່ມແຂວງ ຮ່າຕິ້ງ ເພື່ອສືບຕໍ່ຈັດສັນ ແລະ ໜູນຊ່ວຍຢ່າງທັນການໃຫ້ບັນດາຄອບຄົວ ແລະ ເດັກນ້ອຍທີ່ປະສົບໄພທຳມະຊາດ.

ການເຄື່ອນໄຫວສະແດງໃຫ້ເຫັນຈິດໃຈແບ່ງປັນ, ຄວາມຮັບຜິດຊອບ ແລະຄວາມຮັກແພງຂອງຄະນະຊາວໜຸ່ມສູນກາງ, ສະພາໄວໜຸ່ມສູນກາງ, ຊາວໜຸ່ມທົ່ວປະເທດມີຕໍ່ປະຊາຊົນເຂດພາກກາງເວົ້າລວມ ແລະ ແຂວງ ຮ່າຕິ້ງ ເວົ້າສະເພາະ, ປະກອບສ່ວນຊ່ວຍປະຊາຊົນ ແລະເດັກນ້ອຍຜ່ານຜ່າຄວາມຫຍຸ້ງຍາກ, ໝັ້ນຄົງພາຍຫຼັງພາຍຸ.
ທີ່ມາ: https://baotintuc.vn/nguoi-tot-viec-tot/tham-tang-qua-nguoi-dan-va-thanh-thieu-nhi-ha-tinh-bi-anh-huong-boi-bao-so-10-20251012143145448.htm
(0)