
ໃນປີ 2025, ຮ່າໂນ້ຍໄດ້ຮັບການຈັດອັນດັບສູງຈາກວາລະສານການທ່ອງທ່ຽວ ແລະ ເວັບໄຊທ໌ທ່ອງທ່ຽວຊັ້ນນຳລະດັບ ສາກົນ , ໄດ້ຮັບລາງວັນຕ່າງໆເຊັ່ນ: ໄດ້ຮັບການຈັດອັນດັບໃຫ້ຢູ່ໃນ 50 ອັນດັບເມືອງທີ່ສວຍງາມທີ່ສຸດໃນໂລກໂດຍ Flight Network, ໜຶ່ງໃນບໍລິສັດທ່ອງທ່ຽວອອນໄລນ໌ຊັ້ນນຳຂອງການາດາ.
ຮ່າໂນ້ຍ ຍັງໄດ້ຕິດຢູ່ໃນບັນຊີລາຍຊື່ 20 ຕົວເມືອງທີ່ເປັນມິດທີ່ສຸດໃນໂລກ, ໂດຍອີງໃສ່ການສຳຫຼວດຊາວທ້ອງຖິ່ນໂດຍວາລະສານ Time Out.
ບໍ່ດົນມານີ້, ເວັບໄຊທ໌ ອາຫານ TasteAtlas ໄດ້ປະກາດ 100 ຕົວເມືອງອາຫານທີ່ດີທີ່ສຸດໃນໂລກ. ເຫວ້, ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຍັງຄົງເປັນຕົວແທນຂອງຫວຽດນາມທີ່ໄດ້ຮັບກຽດຕິຍົດໃນບັນຊີລາຍຊື່ນີ້.
(ຫວຽດນາມ+)
ແຫຼ່ງຂໍ້ມູນ: https://www.vietnamplus.vn/thanh-pho-ha-noi-va-nhung-danh-hieu-lon-cua-nam-2025-post1083105.vnp






(0)