ນະຄອນ ໂຮ່ຈິມິນ ແມ່ນບັນດາຈຸດໝາຍປາຍທາງທີ່ມີຄວາມຮັບຮູ້ສູງຢູ່ບັນດາຕະຫຼາດອາຊີຕາເວັນອອກສ່ຽງໃຕ້, ອົດສະຕາລີ ແລະ ສ.ເກົາຫຼີ, ແລະ ແມ່ນຈຸດໝາຍປາຍທາງທີ່ມີປະສົບການຫຼາຍດ້ານໃນພາກພື້ນ.
ນີ້ແມ່ນຂໍ້ມູນທີ່ບັນທຶກຈາກລະບົບຕິດຕາມຂໍ້ມູນນັກທ່ອງທ່ຽວ - ເຄື່ອງວັດແທກນັກທ່ອງທ່ຽວສາກົນນະຄອນໂຮ່ຈິມິນ (HCMC GTB) ໂດຍສູນສົ່ງເສີມ ການທ່ອງທ່ຽວ ນະຄອນໂຮ່ຈິມິນ ສົມທົບກັບບໍລິສັດ The Outbox - ບໍລິສັດບຸກເບີກຕະຫຼາດຄົ້ນຄວ້າ ແລະ ວິເຄາະຂໍ້ມູນໂດຍສຸມໃສ່ຂະແໜງການທ່ອງທ່ຽວ ແລະ ການຕ້ອນຮັບຢູ່ອາຊີ.
ໝາກຜົນຂອງ HCMC GTB ໄດ້ສະແດງໃຫ້ເຫັນວ່າ ນະຄອນ ໂຮ່ຈີມິນ ຖືເປັນຈຸດພົ້ນເດັ່ນໃນບັນດາຈຸດໝາຍທ່ອງທ່ຽວຂອງຕົວເມືອງໃນພາກພື້ນ, ຫລັງບັນດາສູນທ່ອງທ່ຽວໃຫຍ່ຄື ສິງກະໂປ, ບາງກອກ ຫຼື Kuala Lumpur, ປະກອບສ່ວນເພີ່ມທະວີບົດບາດຂອງ ຫວຽດນາມ ໃນຖານະເປັນຈຸດໝາຍນຳໜ້າສາກົນ.
ບາງການຄາດຄະເນຍັງສະແດງໃຫ້ເຫັນວ່າ, ຄວາມມຸ່ງຫວັງໃນການໄປທ່ອງທ່ຽວນະຄອນຈະເພີ່ມຂຶ້ນຢ່າງຕັ້ງໜ້າໃນທ້າຍປີ 2025 ແລະ ມັງກອນ 2026, ແມ່ນຈຸດເວລາສຳຄັນຂອງການເຄື່ອນໄຫວທ່ອງທ່ຽວຂອງນະຄອນ ໂຮ່ຈີມິນ ເວົ້າລວມ ແລະ ຫວຽດນາມ ເວົ້າລວມ.
ພິເສດ, 3 ເສົາຄ້ຳຕົ້ນຕໍຂອງຜະລິດຕະພັນທ່ອງທ່ຽວນະຄອນໂຮ່ຈິມິນລວມມີ: ອາຫານ, ທັດສະນີຍະພາບ ແລະ ປະສົບການລ້ວນແຕ່ໄດ້ຮັບການຕີລາຄາເທົ່າທຽມກັນ, ຜັນແປປະມານ 2,9 – 3,0 ໃນຂອບເຂດ 5 ຄະແນນ.
ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ນັກທ່ອງທ່ຽວມີຄວາມຮັບຮູ້ຢ່າງຈະແຈ້ງ ແລະ ໄດ້ຮັບການຕີລາຄາໃນແງ່ດີກ່ຽວກັບບັນດາອົງປະກອບທີ່ປະກອບດ້ວຍຕົວຕົນຂອງນະຄອນ.
ໂດຍທົ່ວໄປແລ້ວ, ນະຄອນ ໂຮ່ຈີມິນ ຍັງປະກົດວ່າເປັນນະຄອນທີ່ໜ້າສົນໃຈ, ອຸດົມສົມບູນໄປດ້ວຍວັດທະນະທຳອັນດີງາມ, ປະສົບການທີ່ເປັນເອກະລັກສະເພາະ, ພູມສັນຖານທີ່ດຶງດູດ ແລະ ແຂກຄົນເປັນເພື່ອນມິດ.
ບັນດາປັດໄຈດັ່ງກ່າວສ້າງພື້ນຖານອັນສຳຄັນໃຫ້ນະຄອນ ສືບຕໍ່ກໍ່ສ້າງຍຸດທະສາດເຄື່ອງໝາຍຈຸດໝາຍປາຍທາງທີ່ແຕກຕ່າງກັບເອກະລັກຂອງຜືນແຜ່ນດິນ, ຊຸກຍູ້ບັນດາການເຄື່ອນໄຫວໂຄສະນາບັນດາຕະຫຼາດສຳຄັນ ແລະ ປະດິດສ້າງວຽກງານໂຄສະນາສື່ສານ ເພື່ອສືບຕໍ່ຍົກສູງທີ່ຕັ້ງຂອງນະຄອນ ໂຮ່ຈີມິນ ໃນພາກພື້ນໃນໄລຍະຈະມາເຖິງ.
ທ່ານນາງ ຫງວຽນແຄມທູ, ຫົວໜ້າສູນສົ່ງເສີມການທ່ອງທ່ຽວນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: HCMC GTB ແມ່ນໂຄງການມີຄວາມໝາຍສຳຄັນພິເສດໃນການຄຸ້ມຄອງຈຸດໝາຍປາຍທາງ, ເພາະວ່ານີ້ແມ່ນຄັ້ງທຳອິດທີ່ນະຄອນມີລະບົບຕິດຕາມ ແລະ ວິເຄາະຕະຫຼາດໂດຍອີງໃສ່ຂໍ້ມູນທີ່ໄດ້ຮັບມາດຕະຖານ ແລະ ປັບປຸງຢ່າງບໍ່ຢຸດຢັ້ງ.
ຜ່ານການຮ່ວມມືກັບບັນດາຜູ້ຊ່ຽວຊານພາກພື້ນໃນຂົງເຂດຄົ້ນຄວ້າພຶດຕິກຳນັກທ່ອງທ່ຽວ ແລະ ການວິເຄາະຕະຫຼາດການທ່ອງທ່ຽວ, ສູນດັ່ງກ່າວໄດ້ສ້າງບັນດາຕົວຊີ້ວັດຕິດຕາມຕະຫຼາດທີ່ເໝາະສົມກັບລັກສະນະການທ່ອງທ່ຽວຂອງນະຄອນໂຮ່ຈິມິນ, ຮັບປະກັນຄວາມໜ້າເຊື່ອຖື ແລະ ການນຳໃຊ້ຕົວຈິງຂອງບັນດາອົງການຄຸ້ມຄອງ ແລະ ວິສາຫະກິດ.
“ໝາກຜົນໃນເບື້ອງຕົ້ນໄດ້ຊ່ວຍໃຫ້ນະຄອນເຂົ້າໃຈດີຂຶ້ນກ່ຽວກັບຄວາມແຕກຕ່າງລະຫວ່າງບັນດາຕະຫຼາດ, ໂດຍສະນັ້ນການໜູນຊ່ວຍການຊີ້ນຳຍຸດທະສາດທີ່ມີປະສິດທິຜົນ ແລະ ທັນການໃນສະພາບການຕະຫຼາດທີ່ປ່ຽນແປງຢ່າງວ່ອງໄວ.
ນອກຈາກນັ້ນ, ການຄາດຄະເນລ່ວງໜ້າຂອງໄລຍະສູງສຸດນີ້ ສ້າງເງື່ອນໄຂໃຫ້ພະແນກທ່ອງທ່ຽວນະຄອນ ກໍ່ຄືບັນດາວິສາຫະກິດມີພື້ນຖານກະກຽມຢ່າງຕັ້ງໜ້າໃນການກະກຽມແຜນການຂຸດຄົ້ນທີ່ເໝາະສົມ, ພ້ອມດຽວກັນນັ້ນກໍ່ຍົກສູງຄຸນນະພາບການບໍລິການ ແລະ ຄວາມສາມາດບົ່ມຊ້ອນຢ່າງມີປະສິດທິຜົນ”.
ຜົນການສຳຫຼວດ HCMC GTB ນີ້ແມ່ນການສຳຫຼວດຄັ້ງທຳອິດຂອງພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ ໃນເດືອນສິງຫາ ແລະ ກັນຍາ 2025 ໃນ 13 ຕະຫຼາດຫຼັກແຫຼ່ງໃນ 7 ກຸ່ມພາກພື້ນ, ດ້ວຍຂະໜາດ 3.000 ຕົວຢ່າງການສໍາຫຼວດ.
ໝາກຜົນດັ່ງກ່າວຍັງສະແດງໃຫ້ເຫັນວ່າ, ຮູບພາບຄວາມຕ້ອງການການທ່ອງທ່ຽວສາກົນໄລຍະ 2025-2026 ມີສັນຍານດີຫຼາຍຢ່າງ, ພ້ອມກັນນັ້ນກໍ່ສະໜອງຂໍ້ມູນສຳຄັນເພື່ອແນໃສ່ກຳນົດທິດຍຸດທະສາດດຶງດູດນັກທ່ອງທ່ຽວສາກົນມານະຄອນໂຮ່ຈິມິນ ໄລຍະ 2025-2026./.
ທີ່ມາ: https://www.vietnamplus.vn/thanh-pho-ho-chi-minh-diem-den-nang-dong-trai-nghiem-da-chieu-post1080707.vnp






(0)