ໃນມະຕິເລກທີ 605, ທ່ານນາຍົກລັດຖະມົນຕີ ໄດ້ຕັດສິນໃຈຕໍ່ອາຍຸການດຳລົງຕຳແໜ່ງຂອງຮອງລັດ ຖະມົນຕີກະຊວງຍຸຕິທຳ ໃຫ້ແກ່ ທ່ານ ຫງວຽນແຄງງອກ ໄປຈົນເຖິງອາຍຸບຳນານຕາມກຳນົດ, ມີຜົນສັກສິດນັບແຕ່ວັນທີ 16 ສິງຫາ.
ທ່ານຫງອກໄດ້ຮັບການແຕ່ງຕັ້ງເປັນຮອງລັດຖະມົນຕີຄັ້ງທຳອິດໃນເດືອນສິງຫາປີ 2014 (ກ່ອນໜ້ານີ້ເປັນຫົວໜ້າກົມກົດໝາຍສາກົນ - ກະຊວງຍຸຕິທຳ). ໃນເດືອນສິງຫາ 2019, ທ່ານໄດ້ຖືກແຕ່ງຕັ້ງເປັນຮອງລັດຖະມົນຕີ.
ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ຫງວຽນແຄງງອກ (ພາບ: Quochoi)
ປະຈຸບັນ, ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ຫງວຽນແຄງງອກ ພວມປະຕິບັດໜ້າທີ່ຊ່ວຍເຫຼືອລັດຖະມົນຕີຮັບຜິດຊອບບັນດາຂົງເຂດ ແລະ ວຽກງານຄື: ກໍ່ສ້າງ ແລະ ຕິດຕາມກວດກາການປະຕິບັດກົດໝາຍສາກົນທົ່ວໄປ; ບັນທຶກສານຕັດສິນ; ການຮ່ວມມືສາກົນ; ການຄົ້ນຄວ້າ ວິທະຍາສາດ ກົດໝາຍ; ວຽກງານສະມາຄົມທະນາຍຄວາມ...
ຄຽງຂ້າງນັ້ນ, ທ່ານຍັງໄດ້ສົມທົບກັບກະຊວງຍຸຕິທຳກັບຄະນະພົວພັນຕ່າງປະເທດສູນກາງ, ກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ , ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ສະມາຄົມທະນາຍຄວາມ ຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງເຖິງບັນດາຂົງເຂດ, ວຽກງານ ແລະ ທ້ອງຖິ່ນທີ່ໄດ້ຮັບມອບໝາຍ.
ຮັບຜິດຊອບວຽກງານຕຸລາການຂອງບັນດາແຂວງ, ນະຄອນຄື: ແຄ໋ງຮ່ວາ, ລອງອານ, ດົ່ງທາບ, ຕ່ຽນຢາງ, ເບັນເຕີ, ຈ່າວິງ, ວີ້ງລອງ, ຮ່ວາງຢາງ, ຊັອກຕຸ່ງ, ບັກລຽວ, ກຽນຢາງ, ອານຢາງ, ກ່າເມົາ ແລະຫຼາຍວຽກງານອື່ນໆ.
ໃນມະຕິເລກທີ 606, ທ່ານນາຍົກລັດຖະມົນຕີ ໄດ້ຕົກລົງແຕ່ງຕັ້ງທ່ານ ເລຮົ່ງເຊີນ ໃຫ້ດຳລົງຕຳແໜ່ງເປັນຮອງຜູ້ອຳນວຍການໃຫຍ່ປະກັນສັງຄົມ ຫວຽດນາມ. ໄລຍະເວລາການແຕ່ງຕັ້ງແມ່ນ 5 ປີ. ການຕັດສິນນີ້ມີຜົນສັກສິດນັບແຕ່ວັນທີ 26 ກໍລະກົດນີ້.
(0)