ຕອນເຊົ້າວັນທີ 24/5, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ເພື່ອຮັບຟັງການລາຍງານ ແລະ ຕີລາຄາສະພາບການພາຍຫຼັງການເຈລະຈາຮອບທີ 2 ກ່ຽວກັບສັນຍາການຄ້າສອງຝ່າຍລະຫວ່າງ ຫວຽດນາມ ແລະ ອາເມລິກາ.
ການເຈລະຈາຮອບທີ 2 ກ່ຽວກັບສັນຍາການຄ້າສອງຝ່າຍລະຫວ່າງຫວຽດນາມ ແລະ ອາເມລິກາ ໄດ້ດຳເນີນແຕ່ວັນທີ 19 – 22/5 ຢູ່ ວໍຊິງຕັນ ດີຊີ, ອາເມລິກາ.
ຕອນເຊົ້າວັນທີ 24/5, ທ່ານນາຍົກລັດຖະມົນຕີ ເປັນປະທານກອງປະຊຸມເຈລະຈາການຄ້າກັບອາເມລິກາ
ພາບ: GIA HAN
ທ່ານນາຍົກລັດຖະມົນຕີ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງບັນດາກະຊວງ, ສາຂາ, ອົງການ, ທ້ອງຖິ່ນທີ່ກ່ຽວຂ້ອງໃນການກະກຽມ ແລະ ດຳເນີນການເຈລະຈາ. ໝາກຜົນຂອງການເຈລະຈາຮອບມໍ່ໆມານີ້ໄດ້ສະແດງໃຫ້ເຫັນບັນດາສັນຍານທີ່ດີ.
2 ຝ່າຍມີໂອກາດແລກປ່ຽນ, ສະໜອງ ແລະ ແບ່ງປັນຂໍ້ມູນຂ່າວສານ ແລະ ສະພາບການຂອງກັນແລະກັນ, ບົນພື້ນຖານນັ້ນເຂົ້າໃຈເຊິ່ງກັນ ແລະ ກັນກ່ວາອີກ, ເຫັນອົກເຫັນໃຈເຊິ່ງກັນ ແລະ ກັນກ່ວາອີກໃນສະພາບການປະຈຸບັນ, ໃຫ້ທິດທາງດີໃຫ້ແກ່ການເຈລະຈາຄັ້ງຕໍ່ໄປ, ມຸ່ງໄປເຖິງບັນດາໝາກຜົນທີ່ເໝາະສົມ ແລະ ດຸ່ນດ່ຽງຂອງສອງຝ່າຍ. ທ່ານນາຍົກລັດຖະມົນຕີກໍ່ສະແດງຄວາມຊົມເຊີຍຕໍ່ທ່າທີຂອງຝ່າຍອາເມລິກາ.
ນອກຈາກນັ້ນ, ບັນດາກະຊວງ, ຂະແໜງການ, ວິສາຫະກິດຫວຽດນາມ ໄດ້ສືບຕໍ່ພົວພັນ ແລະ ເຮັດວຽກກັບຝ່າຍ ອາເມລິກາ ດ້ວຍຫຼາຍຮູບຫຼາຍແບບທີ່ມີຄວາມຍືດຫຍຸ່ນ ແລະ ຫຼາກຫຼາຍ ເພື່ອປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ເວົ້າລວມ ແລະ ຊຸກຍູ້ການເຈລະຈາເວົ້າສະເພາະ.
ພິເສດ, ສືບຕໍ່ເຈລະຈາ, ຊຸກຍູ້ການຊື້-ຂາຍສິນຄ້າທີ່ ອາເມລິກາ ມີທ່າແຮງ ແລະ ຫວຽດນາມ ມີຄວາມຮຽກຮ້ອງຕ້ອງການ, ປະກອບສ່ວນສ້າງຄວາມດຸ່ນດ່ຽງດ້ານການຄ້າລະຫວ່າງ 2 ປະເທດໃຫ້ໄວເທົ່າທີ່ຈະໄວໄດ້, ເຊັ່ນ: ເຮືອບິນ Boeing, ອາຍແກັສ LNG, ຜະລິດຕະພັນກະເສດຈຳນວນໜຶ່ງ ແລະ ອື່ນໆ.
ກະຊວງການເງິນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ບັນດາກະຊວງ ແລະ ສາຂາທີ່ກ່ຽວຂ້ອງ ໄດ້ກວດກາ ແລະ ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງບັນດາໂຄງການທີ່ຝ່າຍອາເມລິກາສົນໃຈ.
ກ່ຽວກັບບັນດາບາດກ້າວຕໍ່ໄປ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ວາງແຜນການ ແລະ ມາດຕະການທີ່ເໝາະສົມ ແລະ ມີປະສິດທິຜົນ ເພື່ອສືບຕໍ່ດຳເນີນການເຈລະຈາ, ພ້ອມທັງມານະພະຍາຍາມປະກາດສິ້ນສຸດການເຈລະຈາໂດຍໄວ.
ການເຈລະຈາຕ້ອງອີງໃສ່ບັນດາໝາກຜົນທີ່ບັນລຸໄດ້, ສະພາບຕົວຈິງ, ແລະ ຄວາມສາມາດຕອບສະໜອງຂອງພວກເຮົາ; ບົນຫຼັກການຜົນປະໂຫຍດທີ່ກົມກຽວ ແລະ ຄວາມສ່ຽງຮ່ວມລະຫວ່າງສອງຝ່າຍ, ຮັບປະກັນຜົນປະໂຫຍດຫຼັກຂອງຫວຽດນາມ, ປະກອບສ່ວນເຂົ້າໃນການຮັດແໜ້ນ, ເພີ່ມທະວີ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ.
ກ່ອນໜ້ານັ້ນ, ຕາມຂໍ້ມູນຂອງກະຊວງອຸດສາຫະກຳ ແລະ ການຄ້າແລ້ວ, ພາຍຫຼັງສິ້ນສຸດການເຈລະຈາຄັ້ງທີ 2, ຫວຽດນາມ ແລະ ອາເມລິກາ ມີບາດກ້າວພັດທະນາຢ່າງຕັ້ງໜ້າ, ກຳນົດບັນດາກຸ່ມບັນດາບັນຫາທີ່ບັນລຸຄວາມເຫັນດີເຫັນພ້ອມ ຫຼື ມີທັດສະນະຄ້າຍຄືກັນ, ບັນດາກຸ່ມບັນດາບັນຫາຕ້ອງສືບຕໍ່ປຶກສາຫາລືເພື່ອບັນລຸໄດ້ຂໍ້ຕົກລົງໃນໄລຍະຈະມາເຖິງ.
ທ່ານເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າການຄ້າ ອາເມລິກາ Jamieson Greer ຕີລາຄາສູງນ້ຳໃຈ ແລະ ຄວາມມານະພະຍາຍາມຂອງ ຫວຽດນາມ ໃນການແກ້ໄຂບັນດາຄວາມເປັນຫ່ວງຂອງ ອາເມລິກາ ແລະ ຫວັງວ່າ 2 ຝ່າຍຈະສືບຕໍ່ຊຸກຍູ້ບັນດາການພົບປະແລກປ່ຽນດ້ານວິຊາການ, ໃນນັ້ນມີລະດັບລັດຖະມົນຕີໃຫ້ບັນລຸໄດ້ໝາກຜົນໂດຍໄວ.
Thanhnien.vn
ທີ່ມາ: https://thanhnien.vn/thu-tuong-dam-phan-thuong-mai-viet-nam-my-co-dau-hieu-tich-cuc-18525052415233075.htm
(0)