ດ້ວຍຈິດໃຈ “ລືມຕົນເອງເພື່ອປະເທດ, ຮັບໃຊ້ປະຊາຊົນ”, ໃນພາລະກິດປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ພະນັກງານ, ນັກຮົບກອງບັນຊາການຕຳຫຼວດເຄື່ອນທີ່ນັບຮ້ອຍຄົນໄດ້ເສຍສະຫຼະຊີວິດເພື່ອຊາດ ແລະ ຮັບບາດເຈັບ. ບັນດາຜົນງານ, ການປະກອບສ່ວນ ແລະ ການເສຍສະຫຼະຂອງບັນດາລຸ້ນນາຍ ແລະພົນທະຫານຂອງຕຳຫຼວດເຄື່ອນທີ່ ຍາມໃດກໍ່ໄດ້ຮັບການຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຈາກພັກ, ລັດ ແລະປະຊາຊົນ; ພ້ອມກັນນັ້ນ, ກໍໄດ້ເສີມຂະຫຍາຍບັນດາເຄື່ອງໝາຍອັນສູງສົ່ງຂອງທະຫານປ້ອງກັນຄວາມສະຫງົບ, ຮີດຄອງປະເພນີອັນສະຫງ່າງາມຂອງກອງທັບປະຊາຊົນຫວຽດນາມ ທີ່ມີວິລະຊົນ.
ທີ່ມາ
(0)