Vietnam.vn - Nền tảng quảng bá Việt Nam

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຕວກ​ກີ

VTC NewsVTC News29/11/2023


ທີ່ການພົບປະ, ທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan ໄດ້ຕີລາຄາສູງຄວາມໝາຍປະຫວັດສາດຂອງການຢ້ຽມຢາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນ ທາງການທູດ ລະຫວ່າງ 2 ປະເທດ.

ທ່ານ​ປະທານ​ປະ​ເທດ Recep Tayyip Erdogan ຢືນຢັນ​ວ່າ Türkiye ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ຫວຽດນາມ, ​ແມ່ນ​ປະ​ເທດ​ທີ່​ມີ​ຈຸດໝາຍ​ສຳຄັນ​ພິ​ເສດ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຕວກ​ກີ Recep Tayyip Erdogan.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຕວກ​ກີ Recep Tayyip Erdogan.

ທ່ານ​ປະທານາທິບໍດີ Recep Tayyip Erdogan ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ແລະ ຕີ​ລາຄາ​ສູງ​ບັນດາ​ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ​ທີ່ ​ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ​ໄດ້​ມອບ​ໃຫ້​ປະຊາຊົນ ຕວກກີ ​ເພື່ອ​ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ແຜ່ນດິນ​ໄຫວ​ໃນ​ເດືອນ 2/2023.

ທ່ານ​ປະທານ​ປະ​ເທດ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ກະຕືລືລົ້ນ ​ແລະ ຄວາມ​ຊຳນານ​ສູງ​ຂອງ​ຄະນະ​ກູ້​ໄພ ​ໂດຍ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ກະຊວງ​ຕຳຫຼວດ ຫວຽດນາມ ສົ່ງ​ມາ​ໜູນ​ຊ່ວຍ Türkiye ​ໃນ​ຄັ້ງນີ້.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ໃນ​ການ​ຢ້ຽມ​ຢາມ​ປະ​ເທດ​ຕວກ​ກີ​ທີ່​ສວຍ​ງາມ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 100 ປີ​ແຫ່ງ​ວັນ​ຊາດ, ຊົມ​ເຊີຍ ຕວກ​ກີ ໄດ້​ບັນ​ລຸ​ຜົນ​ງານ​ອັນ​ໃຫຍ່​ຫຼວງ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ເຮັດ​ໃຫ້ ຕວກ​ກີ ເປັນ​ໜຶ່ງ​ໃນ 20 ປະ​ເທດ​ເສດ​ຖະ​ກິດ​ໃຫຍ່​ທີ່​ສຸດ​ໃນ​ໂລກ.

ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຫຼາຍ​ມາດ​ຕະ​ການ​ສະ​ເພາະ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ.

ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຫຼາຍ​ມາດ​ຕະ​ການ​ສະ​ເພາະ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ.

ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຫຼາຍ​ມາດ​ຕະ​ການ​ສະ​ເພາະ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ.

​ໃນ​ດ້ານ​ການ​ເມືອງ ​ແລະ ການ​ທູດ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ຍຸຕິ​ທຳ ​ແລະ ພັດທະນາ Türkiye (AKP) ​ເປັນ​ຕົ້ນ​ແມ່ນ​ລະຫວ່າງ​ລັດຖະບານ ​ແລະ ລັດຖະສະພາ​ຂອງ 2 ປະ​ເທດ.

2 ຝ່າຍ​ໄດ້​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ປະຕິບັດ​ກົດໝາຍ​ສາກົນ ​ແລະ ຮັບປະກັນ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ຢູ່ 2 ພາກ​ພື້ນ ​ແລະ ​ໃນ​ໂລກ.

​ໃນ​ດ້ານ​ເສດຖະກິດ, ທ່ານ​ນາຍົກລັດຖະມົນຕີ Pham Minh Chinh ​ແລະ ທ່ານ​ປະທານ​ປະ​ເທດ Recep Tayyip Erdogan ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ວ່າ ທ່າ​ແຮງ​ຂອງ​ການ​ຮ່ວມ​ມື​ຍັງ​ໃຫຍ່​ຫຼວງ​ຫຼາຍ ​ແລະ ຕ້ອງ​ໄດ້​ຮັບ​ການ​ຂຸດ​ຄົ້ນ​ໂດຍ​ສະ​ເພາະ.

ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ Türkiye ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ກັບ ຫວຽດນາມ, ວາງ​ຄາດໝາຍ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ໄດ້ 5 ຕື້ USD ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແລະ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ບັນດາ​ວິ​ສາ​ຫະກິດ ຕວກກີ ​ເຂົ້າ​ຫວຽດນາມ ປະສົບ​ຜົນສຳ​ເລັດ.

ນອກ​ນີ້, ທ່ານ​ປະທານາທິບໍດີ ຕວກກີ ຫວັງ​ວ່າ 2 ປະ​ເທດ​ຈະ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການທ່ອງທ່ຽວ, ສາທາລະນະ​ສຸກ, ພະລັງງານ ​ແລະ ອື່ນໆ.

ທ່ານ​ປະທານ​ປະ​ເທດ ຢືນຢັນ​ຈະ​ຊີ້​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ຮັບ​ການ​ຕົກລົງ​ໃນ​ໄລຍະ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກລັດຖະມົນຕີ, ​ໃນ​ນັ້ນ​ມີ​ການຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ທີ 8 ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຫວຽດນາມ - ຕວກກີ ​ແລະ ການ​ປຶກສາ​ຫາລື​ການ​ເມືອງ​ຄັ້ງ​ທີ 5 ລະຫວ່າງ 2 ກະຊວງ​ການ​ຕ່າງປະ​ເທດ ​ໃນ​ເຄິ່ງປີ 2024.

ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີໃຫ້ Türkiye ສ້າງເງື່ອນໄຂໃຫ້ບັນດາຜະລິດຕະພັນສົ່ງອອກທີ່ສຳຄັນຂອງ ຫວຽດນາມ ເຊັ່ນ: ເກີບ ໜັງ, ຜະລິດຕະພັນກະເສດ, ອາຫານທະເລ… ບຸກທະລຸບັນດາລະບົບຕ່ອງໂສ້ສັບພະສິນຄ້າ ແລະ ລະບົບຈຳໜ່າຍຂອງ ຕວກກີ, ຊົມເຊີຍບັນດາວິສາຫະກິດ, ວິສາຫະກິດ ຕວກກີ ລົງທຶນເຂົ້າໃນບັນດາຂົງເຂດຄື: ພັດທະນາໄຮໂດຣເຈນ, ພື້ນຖານໂຄງລ່າງ, ການຂົນສົ່ງ ແລະ ອື່ນໆ.

ທ່ານ​ປະທານາທິບໍດີ Recep Tayyip Erdogan ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ແລະ ຕີ​ລາຄາ​ສູງ​ບັນດາ​ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ​ທີ່​ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ​ໄດ້​ມອບ​ໃຫ້​ປະຊາຊົນ ຕວກກີ.

ທ່ານ​ປະທານາທິບໍດີ Recep Tayyip Erdogan ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ແລະ ຕີ​ລາຄາ​ສູງ​ບັນດາ​ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ​ທີ່​ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ​ໄດ້​ມອບ​ໃຫ້​ປະຊາຊົນ ຕວກກີ.

ການ​ນຳ​ສອງ​ປະ​ເທດ​ຍັງ​ເຫັນ​ດີ​ເປັນ​ເອກະສັນ​ກັນ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອື່ນໆ​ຄື​ການ​ພັດທະນາ Halal, ການທ່ອງທ່ຽວ, ກະສິກຳ, ການ​ສຶກສາ ​ແລະ ບຳລຸງ​ສ້າງ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ປະຊາຊົນ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ໄດ້​ຮຽກຮ້ອງ​ໃຫ້​ທ່ານ​ປະທານ​ປະ​ເທດ Recep Tayyip Erdogan ຊີ້​ນຳ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ ຕວກກີ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ກວ່າ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ ​ແລະ ​ເຮັດ​ວຽກ​ຢູ່ ຕວກກີ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະ​ເທດ​ເຈົ້າພາບ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ຂອງ Türkiye ກໍ່​ຄື​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ.

ກ່ຽວ​ກັບ​ບັນຫາ​ພາກ​ພື້ນ ​ແລະ ສາກົນ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ປະກາດ​ວ່າ ຫວຽດນາມ ຈະ​ປະກອບສ່ວນ 500.000 USD ຜ່ານ​ອົງການ​ໜູນ​ຊ່ວຍ ​ແລະ ​ເຮັດ​ວຽກ​ຂອງ​ສະຫະ​ປະຊາ​ຊາດ ​ເພື່ອ​ຊາວ​ອົບ​ພະຍົບ ປາ​ແລັດ​ສະ​ໄຕ (UNRWA) ​ເພື່ອ​ໜູນ​ຊ່ວຍ​ມະນຸດສະທຳ​ສຸກ​ເສີນ​ໃຫ້​ຊາວ ປາ​ແລັດ​ສະ​ໄຕ ຢູ່​ເຂດ Gaza Strip.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ໄດ້​ສົ່ງ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ Vo Van Thuong ​ເຖິງ​ປະທານາທິບໍດີ ຕວກກີ ​ເພື່ອ​ມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ປີ 2024. ທ່ານ​ປະທານາທິບໍດີ ຕວກກີ ​ໄດ້​ຮັບ​ຄຳ​ເຊີນ​ຢ່າງ​ດີ​ໃຈ ​ແລະ ຫວັງ​ວ່າ​ຈະ​ຈັດ​ຕັ້ງ​ການ​ຢ້ຽມຢາມ​ໂດຍ​ໄວ.

ຫວູ​ກູ​ຍຽນ (VOV.VN)



ທີ່ມາ

(0)

ແມ່ນຫຍັງຢູ່ໃນຊອຍ 100 ແມັດທີ່ເຮັດໃຫ້ເກີດຄວາມວຸ້ນວາຍໃນວັນຄຣິດສະມາດ?
ເຕັມ​ໄປ​ດ້ວຍ​ງານ​ແຕ່ງ​ດອງ​ທີ່​ຈັດ​ຂຶ້ນ​ເປັນ​ເວ​ລາ 7 ວັນ ແລະ ຄືນ​ຢູ່ ຝູ​ກວກ
ຂະບວນແຫ່ເຄື່ອງແຕ່ງກາຍບູຮານ: ຄວາມສຸກຮ້ອຍດອກໄມ້
Bui Cong Nam ແລະ Lam Bao Ngoc ແຂ່ງຂັນໃນສຽງສູງ

ມໍລະດົກ

ຮູບ

ທຸລະກິດ

ນັກສິລະປິນປະຊາຊົນ ຊວນບັກ ເປັນ “ເຈົ້າພິທີ” ໃຫ້ 80 ຄູ່ແຕ່ງງານຢູ່ຖະໜົນຄົນຍ່າງທະເລສາບ ຮວ່າງກຽນ.

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ

Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC