ຕອນເຊົ້າວັນທີ 31/10, ໃນຂອບເຂດການຢ້ຽມຢາມກາຕາຢ່າງເປັນທາງການ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢູ່ພະລາຊະວັງ, ທ່ານນາຍົກລັດຖະມົນຕີ Pham Minh Chinh ໄດ້ມີການເຈລະຈາ ແລະ ແລກປ່ຽນຢ່າງເລິກເຊິ່ງກັບທ່ານນາຍົກລັດຖະມົນຕີ ກາຕາ Sheikh Mohamed bin Abdurahman Al Thani.

ທ່ານນາຍົກລັດຖະມົນຕີ ກາຕາ Sheikh Mohamed bin Abdurahman Al Thani ຊົມເຊີຍ ແລະ ຢືນຢັນວ່າ ການຢ້ຽມຢາມ Qatar ຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ Pham Minh Chinh ແມ່ນຂີດໝາຍສຳຄັນ, ສ້າງກຳລັງໜູນຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດຂຶ້ນສູ່ໄລຍະໃໝ່, ເລິກເຊິ່ງກວ່າອີກ. ທ່ານນາຍົກລັດຖະມົນຕີ ກາຕາ ສະແດງຄວາມຊົມເຊີຍຕໍ່ບັນດາມູນເຊື້ອອັນກ້າຫານ ແລະວິລະຊົນຂອງຊາວ ຫວຽດນາມ ໃນໄລຍະຜ່ານມາ ກໍ່ຄືບັນດາໝາກຜົນສຳຄັນ ແລະ ພູມໃຈທີ່ ຫວຽດນາມ ບັນລຸໄດ້ໃນພາລະກິດສ້າງສາ ແລະ ພັດທະນາ ເສດຖະກິດ ແລະ ສັງຄົມຂອງປະເທດຊາດໃນປະຈຸບັນ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຊົມເຊີຍ Qatar ປະສົບຜົນສຳເລັດໃນການເປັນເຈົ້າພາບຈັດກິດຈະກຳສາກົນໃຫຍ່ຄື ເຕະບານໂລກ 2022 ແລະ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 3 (ACD) ເມື່ອບໍ່ດົນມານີ້, ປະກອບສ່ວນຍົກສູງບົດບາດ, ທີ່ຕັ້ງ ແລະ ສຽງຂອງກາຕາ ໃນພາກພື້ນ ແລະໃນໂລກ. ທ່ານນາຍົກລັດຖະມົນຕີ ຕີລາຄາສູງວິໄສທັດ, ແນວຄິດ, ການປົກຄອງ ແລະ ວິທີການພັດທະນາຂອງກາຕາ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມື ຫວຽດນາມ - ກາຕາ ໃນໄລຍະຈະມາເຖິງ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.
ໃນບັນຍາກາດທີ່ເປີດເຜີຍ ແລະ ຈິງໃຈ, ທ່ານນາຍົກລັດຖະມົນຕີ 2 ທ່ານ ໄດ້ຢືນຢັນເຖິງບົດບາດ ແລະ ທີ່ຕັ້ງຂອງແຕ່ລະປະເທດຢູ່ແຕ່ລະພາກພື້ນ; ສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າອັນດີຂອງການພົວພັນສອງປະເທດໃນໄລຍະ 30 ປີທີ່ຜ່ານມາ. ເຖິງຢ່າງໃດກໍຕາມ, ການນຳສອງທ່ານກ່າວວ່າ, ການພົວພັນດ້ານເສດຖະກິດການຄ້າຍັງບໍ່ທັນສົມກັບການພົວພັນດ້ານການເມືອງທີ່ດີ ແລະ ຄວາມສາມາດບົ່ມຊ້ອນດ້ານການແຂ່ງຂັນຂອງແຕ່ລະປະເທດ.

ເຫັນດີເປັນເອກະພາບວ່າ ການພົວພັນ ຫວຽດນາມ - ກາຕາ ກ້າວເຂົ້າສູ່ໄລຍະໃໝ່, ເລິກເຊິ່ງກວ່າ ແລະ ຮອບດ້ານກວ່າອີກ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ຂຸດຄົ້ນຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງ 2 ປະເທດ, ນາຍົກລັດຖະມົນຕີ 2 ປະເທດໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບຊຸກຍູ້ການພົວພັນສອງຝ່າຍຂຶ້ນສູ່ລະດັບໃໝ່ໂດຍໄວ.
ເພື່ອບັນລຸເປົ້າໝາຍດັ່ງກ່າວ, 2 ຝ່າຍໄດ້ເຫັນດີສືບຕໍ່ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສົ່ງຄຳເຊີນຂອງທ່ານເລຂາທິການໃຫຍ່ To Lam ແລະ ທ່ານປະທານປະເທດ Luong Cuong ເຖິງ Emir Tamim Bin Hamad, ແລະ ຄຳເຊີນຂອງທ່ານປະທານສະພາແຫ່ງຊາດ Tran Thanh Man ເຖິງປະທານສະພາແຫ່ງຊາດ ກາຕາ Hassan Bin Abdulla ມາຢ້ຽມຢາມ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ກາຕາ ໄດ້ຂອບໃຈຢ່າງຈິງໃຈ ແລະ ກ່າວວ່າ Emir Tamim Bin Hamad ຈະມາຢ້ຽມຢາມຫວຽດນາມ ໃນໄວໆນີ້. ທ່ານນາຍົກລັດຖະມົນຕີ Pham Minh Chinh ໄດ້ເຊື້ອເຊີນນາຍົກລັດຖະມົນຕີ ກາຕາ Mohamed bin Abdurahman Al Thani ມາຢ້ຽມຢາມຫວຽດນາມ ໂດຍໄວ. ນາຍົກລັດຖະມົນຕີ Mohamed bin Abdurahman ໄດ້ຂອບໃຈທ່ານແລະໄດ້ຮັບການຍິນດີຮັບການເຊື້ອເຊີນ.
2 ຝ່າຍໄດ້ເຫັນດີກຳນົດການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນເປັນເສົາຄ້ຳສຳຄັນໃນການພົວພັນລະຫວ່າງສອງປະເທດ. 2 ຝ່າຍເຫັນດີເປັນເອກະພາບສົມທົບກັນ, ຜັນຂະຫຍາຍ, ເພີ່ມທະວີການແລກປ່ຽນເຊິ່ງກັນແລະກັນໃນຂົງເຂດການຄ້າຄື: ຜະລິດຕະພັນກະເສດ, ອາຫານທະເລ, ເກີບໜັງ, ແຜ່ນແພ... ຂອງຫວຽດນາມ ແລະ ພະລັງງານ ແລະ ເຄມີຂອງກາຕາ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີ Qatar ໜູນຊ່ວຍ ຫວຽດນາມ ພັດທະນາຂະແໜງອຸດສາຫະກຳ Halal, ພິເສດແມ່ນແບ່ງປັນປະສົບການ, ຖ່າຍທອດເຕັກໂນໂລຢີ, ລົງທຶນເຂົ້າໃນການຜະລິດ, ປຸງແຕ່ງ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ Qatar, ປະກອບສ່ວນເພີ່ມທະວີວົງເງິນການຄ້າລະຫວ່າງ 2 ປະເທດ; ຄົ້ນຄວ້າ ແລະ ຊຸກຍູ້ການເຈລະຈາກ່ຽວກັບສັນຍາການຄ້າເສລີສອງປະເທດກໍ່ຄືລະຫວ່າງຫວຽດນາມ ແລະ ກາຕາ ແລະ ລະຫວ່າງ ຫວຽດນາມ ແລະ ສະພາການຮ່ວມມືອ່າວ (GCC) ໃນໄລຍະຈະມາເຖິງ.
2 ຝ່າຍຢືນຢັນວ່າ ຫວຽດນາມ ແລະ ກາຕາ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືລົງທຶນ; ຕົກລົງຈະສົມທົບກັນຢ່າງແໜ້ນແຟ້ນ ແລະ ຊອກຫາກາລະໂອກາດລົງທຶນໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍ່ຕີລາຄາສູງ “ເວລາ” ແລະ “ປັນຍາຊົນ” ໂດຍປາດຖະໜາວ່າ ບັນດາແຫຼ່ງທຶນລົງທຶນຂອງ ກາຕາ ຈະເພີ່ມທະວີການລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດພື້ນຖານໂຄງລ່າງຍຸດທະສາດ, ພະລັງງານ, ທ່າເຮືອ, ຜະລິດ ແລະ ປຸງແຕ່ງສິນໃນນ້ຳ ແລະ ອື່ນໆ.

ການນຳ 2 ທ່ານເຫັນດີເປັນເອກະພາບວ່າ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ໃນນັ້ນມີຄວາມປອດໄພທາງອິນເຕີເນັດ ຄວນກາຍເປັນເສົາຄ້ຳໃນບັນດາຂົງເຂດສຳຄັນຂອງການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ, ປະກອບສ່ວນຮັກສາເອກະລາດ, ອະທິປະໄຕຂອງແຕ່ລະປະເທດ, ຮັບປະກັນສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ. ທ່ານນາຍົກລັດຖະມົນຕີ 2 ທ່ານ ກໍ່ເນັ້ນໜັກວ່າ: ເຕັກໂນໂລຢີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ, ການພັດທະນາແບບຍືນຍົງ, ການປ່ຽນແປງຂອງດິນຟ້າອາກາດ ແລະ ອື່ນໆ ແມ່ນບັນດາຂົງເຂດສຳຄັນເຊິ່ງສອງປະເທດຕ້ອງເປີດກວ້າງການຮ່ວມມືໃນໄລຍະຈະມາເຖິງ.
ການນຳສອງປະເທດໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການແລກປ່ຽນປະຊາຊົນໂດຍຜ່ານການເພີ່ມທະວີການຮ່ວມມືດ້ານວັດທະນະທຳ, ທ່ອງທ່ຽວ, ສຶກສາ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີ, ອຳນວຍຄວາມສະດວກໃຫ້ແກ່ການຂະຫຍາຍການຮ່ວມມືໃນຂົງເຂດອື່ນໆ.
ທ່ານນາຍົກລັດຖະມົນຕີ Qatar ເຫັນດີກັບຂໍ້ສະເໜີຂອງນາຍົກລັດຖະມົນຕີ ກ່ຽວກັບການເພີ່ມທຶນການສຶກສາໃຫ້ນັກຮຽນຫວຽດນາມ ໄປຮ່ຳຮຽນ ແລະ ຄົ້ນຄວ້າຢູ່ Qatar ຕື່ມອີກ, ພ້ອມນັ້ນກໍ່ສ້າງເງື່ອນໄຂສະດວກເພື່ອຮັບເອົາຄົນງານກ່ວາອີກ, ພິເສດແມ່ນຄົນງານ ຫວຽດນາມ ທີ່ມີທັກສະສູງໄປເຮັດວຽກຢູ່ Qatar.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຮຽກຮ້ອງໃຫ້ Qatar ສ້າງຄວາມສະດວກໃຫ້ປະຊາຄົມຊາວຫວຽດນາມ ອາໄສ, ຮ່ຳຮຽນ ແລະ ເຮັດວຽກຢູ່ Qatar. ສອງຝ່າຍຈະພິຈາລະນາການເຈລະຈາສັນຍາຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດນສາມັນເພື່ອອຳນວຍຄວາມສະດວກໃນການເດີນທາງລະຫວ່າງປະຊາຊົນສອງປະເທດ.
ນາຍົກລັດຖະມົນຕີ 2 ທ່ານໄດ້ປຶກສາຫາລືບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ເຫັນດີເປັນເອກະພາບການຮ່ວມມືຢ່າງແໜ້ນແຟ້ນຢູ່ບັນດາກົນໄກຫຼາຍຝ່າຍຂອງພາກພື້ນ ແລະ ສາກົນຄື: ສະຫະປະຊາຊາດ, ອາຊຽນ, ສະພາການຮ່ວມມືອ່າວ (GCC). ສອງຝ່າຍຍັງໄດ້ແບ່ງປັນວິໄສທັດຮ່ວມກັນກ່ຽວກັບການແກ້ໄຂຄວາມຂັດແຍ່ງກັນໂດຍສັນຕິວິທີຕາມກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ. ທ່ານນາຍົກລັດຖະມົນຕີ Pham Minh Chinh ໃຫ້ຮູ້ວ່າ: ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມໄກ່ເກ່ຍຂອງ Qatar ກ່ຽວກັບບັນຫາ Palestine ແລະ ຊຸກຍູ້ການແກ້ໄຂ 2 ລັດ; ປາດຖະໜາຢາກສົມທົບກັບກາຕາໃນບັນດາການເຄື່ອນໄຫວໄກ່ເກ່ຍ, ປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມລວມເພື່ອຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ພາຍຫຼັງການເຈລະຈາ, ທ່ານນາຍົກລັດຖະມົນຕີ ຟ້າມບິງມິນ ແລະ ທ່ານນາຍົກລັດຖະມົນຕີ ກາຕາ Sheikh Mohamed bin Abdurahman Al Thani ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືລະຫວ່າງບັນດາກະຊວງ, ສາຂາ ແລະ ອົງການຂອງ 2 ປະເທດ.
ທີ່ມາ
(0)