ຊຸກຍູ້ບັນດາວິສາຫະກິດແຂວງ Hiroshima ມາລົງທຶນຢູ່ ຫວຽດນາມ
ທີ່ການຕ້ອນຮັບທ່ານ Yuzaki Hidehiko ເຈົ້າຄອງນະຄອນ Hiroshima ໃນຕອນເຊົ້າວັນທີ 21 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຂອບໃຈນະຄອນ ເຈົ້າພາບ ກອງປະຊຸມ G7 ເປີດກວ້າງ ທີ່ໄດ້ມີແນວຄິດ, ໄມຕີຈິດ ແລະ ການຕ້ອນຮັບຢ່າງເປັນມືອາຊີບ; ສະແດງຄວາມຊົມເຊີຍຕໍ່ຄວາມມານະພະຍາຍາມ ແລະ ຄວາມມຸ່ງມາດປາດຖະໜາ ເພື່ອສັນຕິພາບ ຂອງບັນດາຜູ້ນຳ ແລະປະຊາຊົນລຸ້ນຫຼັງຂອງນະຄອນ Hiroshima ທີ່ໄດ້ຫັນ Hiroshima ຈາກສະຖານທີ່ທີ່ປະສົບກັບຜົນສະທ້ອນຢ່າງໜັກໜ່ວງຈາກສົງຄາມໂລກຄັ້ງທີ 2 ກາຍເປັນທ້ອງຖິ່ນທີ່ພັດທະນາຢ່າງແຂງແຮງ ແລະ ຮອບດ້ານ, ໃນນັ້ນມີ 10 ທ້ອງຖິ່ນພັດທະນາດີເດັ່ນຂອງຍີ່ປຸ່ນ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຕ້ອນຮັບເຈົ້າແຂວງ Hiroshima ທ່ານ Yuzaki Hidehiko.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຂງແຮງຂອງການພົວພັນຫວຽດນາມ - ຍີ່ປຸ່ນ, ການພັດທະນາຢ່າງວ່ອງໄວ ແລະແທດຈິງຂອງການຮ່ວມມື ແລະ ມິດຕະພາບລະຫວ່າງ Hiroshima ແລະ ຫວຽດນາມ; ພ້ອມທັງຮຽກຮ້ອງໃຫ້ເຈົ້າຄອງນະຄອນ Hiroshima ສືບຕໍ່ຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມ ໃນຂົງເຂດການລົງທຶນ, ການຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດ, ການພົບປະແລກປ່ຽນປະຊາຊົນ… ໃນສະພາບການທີ່ສອງຝ່າຍຫາກໍ່ປະກາດເສັ້ນທາງການບິນໂດຍກົງລະຫວ່າງ ຮ່າໂນ້ຍ ແລະ Hiroshima.
ທ່ານນາຍົກລັດຖະມົນຕີ ກໍ່ຊຸກຍູ້ບັນດາວິສາຫະກິດແຂວງ ລົງທຶນເຂົ້າຫວຽດນາມ ຕາມບັນດາຈຸດແຂງຂອງແຂວງ, ສອດຄ່ອງກັບຄວາມຕ້ອງການຂອງຫວຽດນາມ ເຊັ່ນ: ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການປຸງແຕ່ງ, ການຜະລິດ, ການນຳໃຊ້ກະສິກຳອັດສະລິຍະ, ບຳບັດນ້ຳເສຍ, ການຜະລິດອົງປະກອບເອເລັກໂຕຼນິກ ແລະ ອື່ນໆ.
ທ່ານລັດຖະມົນຕີ Yuzaki Hidehiko ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ທ່ານນາຍົກລັດຖະມົນຕີ Pham Minh Chinh ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ທີ່ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງຢູ່ Hiroshima. ເນັ້ນໜັກວ່າ: ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ເຈີ່ນ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຢ້ຽມຢາມນະຄອນ Hiroshima ແລະວາງພວງມາລາທີ່ອະນຸສອນສະຖານສັນຕິພາບ ແມ່ນການຢັ້ງຢືນການສະໜັບສະໜູນໂລກສັນຕິພາບ ໂດຍບໍ່ມີອາວຸດນິວເຄຼຍ.
ທ່ານລັດຖະມົນຕີ Yuzaki Hidehiko ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ທ່ານນາຍົກລັດຖະມົນຕີ Pham Minh Chinh ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ທີ່ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງຢູ່ Hiroshima.
ທ່ານ Yuzaki Hidehiko ໄດ້ລາຍງານຕໍ່ທ່ານນາຍົກລັດຖະມົນຕີ ກ່ຽວກັບສະພາບການຮ່ວມມືລະຫວ່າງແຂວງ Hiroshima ແລະ ຫວຽດນາມ ໃນໄລຍະມໍ່ໆມານີ້; ໃຫ້ຮູ້ວ່າ, ແຂວງດັ່ງກ່າວໄດ້ຮ່ວມມືກັບຫວຽດນາມຢ່າງຕັ້ງໜ້າ; ຢືນຢັນຄວາມປາດຖະໜາຢາກເພີ່ມທະວີການຮ່ວມມື, ລົງທຶນ ແລະ ການຄ້າກັບບັນດາທ້ອງຖິ່ນຂອງຫວຽດນາມ, ແລະ ຍິນດີຕ້ອນຮັບຊາວຫວຽດນາມ ມາຮ່ຳຮຽນ ແລະ ເຮັດວຽກຢູ່ແຂວງຕ່າງໆນັບມື້ນັບຫຼາຍຂຶ້ນ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ເຊື້ອເຊີນເຈົ້າແຂວງ Hiroshima ແລະ ການນຳແຂວງ Hiroshima ມາຢ້ຽມຢາມຫວຽດນາມ ໃນປີນີ້, ເຊິ່ງແມ່ນປີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ.
ທ່ານນາຍົກລັດຖະມົນຕີ Pham Minh Chinh ພົບປະກັບປະທານາທິບໍດີ ອາເມລິກາ Joe Biden
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 20/5, ໃນຂອບເຂດການຜັນຂະຫຍາຍຂອງກອງປະຊຸມສຸດຍອດ G7, ທ່ານນາຍົກລັດຖະມົນຕີ Pham Minh Chinh ໄດ້ມີການພົບປະກັບທ່ານປະທານາທິບໍດີ ອາເມລິກາ Joe Biden.
ທ່ານນາຍົກລັດຖະມົນຕີ Pham Minh Chinh ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden.
ທີ່ການພົບປະ, 2 ຝ່າຍໄດ້ເຫັນດີຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ. ທ່ານນາຍົກລັດຖະມົນຕີກ່າວວ່າ, ການພົວພັນລະຫວ່າງສອງປະເທດໄດ້ຮັບການພັດທະນາໃນໄລຍະຜ່ານມາ, ສຸມໃສ່ການຮ່ວມມືດ້ານເສດຖະກິດ ແລະ ການຄ້າ.
ທ່ານປະທານປະເທດ Joe Biden ຕີລາຄາສູງໝາກຜົນການໂທລະສັບກັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ.
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ ທ່ານປະທານາທິບໍດີ Joe Biden ໄດ້ປຶກສາຫາລືຫຼາຍມາດຕະການຊຸກຍູ້ການພົວພັນລະຫວ່າງສອງປະເທດ ແລະ ບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ປະທານສະພາເອີລົບ ຕີລາຄາສູງບັນດາຄວາມມານະພະຍາຍາມຕ້ານການສໍ້ລາດບັງຫຼວງຂອງ ຫວຽດນາມ
ຕອນບ່າຍວັນທີ 20/5, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ມີການພົບປະກັບທ່ານປະທານສະພາເອີລົບ Charles Michel. ຢືນຢັນວ່າ ອີຢູ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີ 2 ຝ່າຍຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ; ຮັກສາ ແລະ ຍົກສູງປະສິດທິຜົນຂອງການຮ່ວມມື ແລະ ກົນໄກເຈລະຈາໃນຂອບເຂດຂອບການຮ່ວມມື ແລະ ຄູ່ຮ່ວມມືຮອບດ້ານ ຫວຽດນາມ - EU.
ທ່ານນາຍົກລັດຖະມົນຕີ Pham Minh Chinh ແລະ ປະທານສະພາເອີຣົບ Charles Michel.
ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ປະທານສະພາເອີຣົບ ຮຽກຮ້ອງໃຫ້ບັນດາລັດຖະສະພາບັນດາປະເທດສະມາຊິກໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ (EVIPA), ສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານການລົງທຶນລະຫວ່າງສອງຝ່າຍ; ຮຽກຮ້ອງໃຫ້ສະພາເອີລົບ ມີສຽງເວົ້າ ເພື່ອໃຫ້ EC ສາມາດຖອນໃບເຫຼືອງ IUU ໃຫ້ແກ່ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ໂດຍໄວ ແລະ ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການຫັນປ່ຽນຮູບແບບພັດທະນາການປະມົງທັນສະໄໝ ແລະ ຍືນຍົງ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຫວັງວ່າ ອີຢູ ແລະ ບັນດາປະເທດສະມາຊິກຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນການດຶງດູດແຫຼ່ງກຳລັງເພື່ອປະຕິບັດຖະແຫຼງການກ່ຽວກັບຄູ່ຮ່ວມມືຫັນປ່ຽນພະລັງງານຍຸຕິທຳ (JETP), ບຸລິມະສິດແມ່ນການເງິນ, ເຕັກໂນໂລຢີ, ຄວາມສາມາດບົ່ມຊ້ອນໃນຂະບວນການຫັນປ່ຽນສີຂຽວ, ພັດທະນາພະລັງງານທົດແທນ ແລະ ອຸດສາຫະກຳໜູນຊ່ວຍ.
ແບ່ງປັນກັບທ່ານນາຍົກລັດຖະມົນຕີ Pham Minh Chinh, ປະທານສະພາເອີຣົບ Charles Michel ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຂງແຮງ ແລະກວ້າງຂວາງຂອງການພົວພັນຫວຽດນາມ - ອີຢູ ໃນຫຼາຍຂົງເຂດ, ພິເສດແມ່ນການພົວພັນແລກປ່ຽນ ແລະການພົວພັນຂັ້ນສູງ, ການຮ່ວມມືເສດຖະກິດ - ການຄ້າ ແລະການລົງທຶນ.
ທ່ານປະທານສະພາເອີລົບ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນການຕ້ານການສໍ້ລາດບັງຫຼວງ. ກ່ຽວກັບ “ບັດເຫຼືອງ” ສຳລັບອາຫານທະເລຂອງຫວຽດນາມ, ທ່ານປະທານສະພາເອີລົບ ໄດ້ຮັບຮູ້ຄວາມຄືບໜ້າເຊິ່ງ 2 ຝ່າຍໄດ້ຜັນຂະຫຍາຍໃນການແກ້ໄຂບັນຫານີ້.
ຈີ່ພັດ
ທີ່ມາ
(0)