ການປະກາດຂອງທ່ານມີຂຶ້ນຫລັງຈາກພັກສະຫະປະຊາຊາດໄທທີ່ໄດ້ຮັບການສະໜັບສະໜູນໂດຍທະຫານຂອງທ່ານໄດ້ປະສົບກັບຄວາມພ່າຍແພ້ໃນການເລືອກຕັ້ງໃນວັນທີ 14 ພຶດສະພານີ້, ໄດ້ຊະນະພຽງ 36 ບ່ອນຈາກ 500 ທີ່ນັ່ງໃນສະພາຕ່ຳຂອງໄທ. ທ່ານປຣະຍຸດ ຈະເປັນ ນາຍົກລັດຖະມົນຕີ ຮັກສາການໄປຈົນກວ່າການສ້າງຕັ້ງລັດຖະບານໄທຊຸດໃໝ່.
ນາຍົກລັດຖະມົນຕີໄທ ທ່ານ ປຣະຍຸດ ຈັນໂອຊາ. ພາບ: Reuters
ທ່ານ ປຣະຍຸດ, ອະດີດນາຍພົນທະຫານ, ໄດ້ນຳພາລັດຖະບານ ທະຫານ ຈົນຮອດການເລືອກຕັ້ງໃນປີ 2019 ແລະ ໄດ້ຖືກເລືອກໂດຍລັດຖະສະພາຂອງໄທ ໃຫ້ເປັນນາຍົກລັດຖະມົນຕີອີກ 4 ປີ.
ທ່ານ Prayuth ກ່າວໃນຖະແຫຼງການສະບັບນຶ່ງວ່າ “ໃນຖານະເປັນນາຍົກລັດຖະມົນຕີ, ຂ້າພະເຈົ້າໄດ້ທຳຄວາມພະຍາຍາມຢ່າງໜັກເພື່ອປົກປັກຮັກສາປະເທດຊາດ, ສາດສະໜາ, ແລະ ລະບອບກະສັດເພື່ອຜົນປະໂຫຍດຂອງປະຊາຊົນທີ່ຮັກແພງຂອງຂ້າພະເຈົ້າ. “ຂ້າພະເຈົ້າໄດ້ພະຍາຍາມສ້າງຄວາມເຂັ້ມແຂງໃຫ້ປະເທດໃນທຸກຂົງເຂດເພື່ອສະຖຽນລະພາບ ແລະ ສັນຕິພາບ , ພ້ອມທັງຜ່ານຜ່າບັນດາອຸປະສັກພາຍໃນ ແລະ ສາກົນຫລາຍຢ່າງ.”
ການປະກາດຂອງທ່ານປຣະຍຸດ ມີຂຶ້ນໃນຂະນະທີ່ລັດຖະສະພາຊຸດໃໝ່ຂອງໄທກຽມປະຊຸມໃນວັນພະຫັດມື້ນີ້ເພື່ອລົງຄະແນນສຽງວ່າໃຜຈະເປັນນາຍົກລັດຖະມົນຕີຄົນຕໍ່ໄປ.
ຮວ່າງແອງ (ຕາມ Reuters)
ທີ່ມາ
(0)