ທ່ານຮອງຜູ້ວ່າການລັດ Pham Thanh Ha ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ ກ່ຽວກັບການເຄື່ອນໄຫວທະນາ ຄານແຫ່ງລັດ ໃນ 6 ເດືອນຕົ້ນປີ 2025. |
ທີ່ການປະຊຸມຂ່າວແຈ້ງໃຫ້ຊາບກ່ຽວກັບໝາກຜົນການເຄື່ອນໄຫວຂອງທະນາຄານໃນ 6 ເດືອນຕົ້ນປີ 2025 ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 18 ກໍລະກົດ, ທະນາຄານແຫ່ງລັດ ຫວຽດນາມ (SBV) ໃຫ້ຮູ້ວ່າ: ມາຮອດວັນທີ 30 ມິຖຸນານີ້, ວົງເງິນສິນເຊື່ອ ດ້ານເສດຖະກິດ ບັນລຸກວ່າ 17,2 ລ້ານດົ່ງ, ເພີ່ມຂຶ້ນ 9,9% ເມື່ອທຽບໃສ່ຮອດທ້າຍປີ 2024.
ຕີລາຄາການເຕີບໂຕດ້ານສິນເຊື່ອໃນ 6 ເດືອນຕົ້ນປີ, ທ່ານ ຟ້າມຈີກວາງ, ຫົວໜ້າກົມນະໂຍບາຍການເງິນໃຫ້ຮູ້ວ່າ, ນີ້ແມ່ນລະດັບເຕີບໂຕສູງ, ເພີ່ມຂຶ້ນ 2,5 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024 ດ້ວຍຈຳນວນສິນເຊື່ອຫຼາຍຢ່າງໃຫ້ເສດຖະກິດ.
ຕາມທ່ານ ກວາງຫງາຍ ແລ້ວ, ທຶນແມ່ນເລືອດເນື້ອຂອງເສດຖະກິດ, ສະນັ້ນ ເພື່ອໃຫ້ເສດຖະກິດຫວຽດນາມ ບັນລຸລະດັບເຕີບໂຕ 8% ໃນປີນີ້ ແລະ ເພີ່ມຂຶ້ນເປັນສອງຕົວເລກໃນຊຸມປີຕໍ່ໄປ, ສິນເຊື່ອແມ່ນກຳລັງໜູນທີ່ຂາດບໍ່ໄດ້.
ພ້ອມກັນນັ້ນ, ທ່ານຍັງກ່າວວ່າ, ດ້ວຍເປົ້າໝາຍເງິນເຟີ້ຂອງປີນີ້ໃຫ້ຢູ່ປະມານ 4,5%, ສູງກວ່າປີ 2024, ທະນາຄານແຫ່ງລັດຍັງມີຊ່ອງຫວ່າງຫຼາຍໃນການເຕີບໂຕດ້ານສິນເຊື່ອ. ແນວໃດກໍດີ, ຄຽງຄູ່ກັບການຊຸກຍູ້ການເຕີບໂຕດ້ານສິນເຊື່ອ, ລະບົບທະນາຄານຍັງເອົາໃຈໃສ່ເຖິງການຄວບຄຸມໜີ້ເສຍ, ຮັບປະກັນຄວາມປອດໄພຂອງລະບົບ, ປະກອບສ່ວນເຂົ້າໃນການຄວບຄຸມໄພເງິນເຟີ້ ແລະ ສະຖຽນລະພາບຂອງເສດຖະກິດມະຫາພາກ.
ໂດຍຊີ້ແຈງເຖິງເຫດຜົນຂອງການເຕີບໂຕສິນເຊື່ອຢ່າງວ່ອງໄວ, ທ່ານ ຫງວຽນຊວນບັກ, ຮອງຫົວໜ້າກົມນະໂຍບາຍເງິນຕາ, SBV ໃຫ້ຮູ້ວ່າ, ໂດຍໄວ, ປະຕິບັດຕາມຄາດໝາຍການເຕີບໂຕເສດຖະກິດ ແລະ ໄພເງິນເຟີ້ປີ 2025 ທີ່ ສະພາແຫ່ງຊາດ ແລະ ລັດຖະບານວາງອອກ, SBV ໄດ້ກຳນົດບັນດາຄາດໝາຍເຕີບໂຕສິນເຊື່ອໃຫ້ທະນາຄານນັບແຕ່ຕົ້ນປີ, ປະກາດໃຊ້ຢ່າງຕັ້ງໜ້າ ແລະ ໂປ່ງໃສ.
ພ້ອມກັນນັ້ນ, ທະນາຄານແຫ່ງລັດ ຊີ້ນຳບັນດາສະຖາບັນສິນເຊື່ອໃຫ້ເປັນປົກກະຕິ ຊຸກຍູ້ການເຕີບໂຕສິນເຊື່ອ ຄຽງຄູ່ກັບການຮັບປະກັນຄວາມປອດໄພສິນເຊື່ອ, ສຸມໃສ່ສິນເຊື່ອເຂົ້າໃນຂະແໜງການຜະລິດ ແລະ ທຸລະກິດ, ຂະແໜງການບຸລິມະສິດ ແລະ ຊຸກຍູ້ການເຕີບໂຕເສດຖະກິດຕາມນະໂຍບາຍຂອງ ລັດຖະບານ ; ຄວບຄຸມສິນເຊື່ອຢ່າງເຂັ້ມງວດສໍາລັບຂະແໜງການທີ່ມີຄວາມສ່ຽງ; ສືບຕໍ່ປະຕິບັດວິທີແກ້ໄຂເພື່ອສ້າງຄວາມສະດວກໃຫ້ລູກຄ້າເຂົ້າເຖິງທຶນສິນເຊື່ອຂອງທະນາຄານ.
ພ້ອມກັນນັ້ນ, ຂະແໜງການທະນາຄານໄດ້ຜັນຂະຫຍາຍບັນດາໂຄງການສິນເຊື່ອຄື: ໂຄງການກູ້ຢືມທຶນເພື່ອສັງຄົມ, ເຮືອນຢູ່ຄົນງານ, ສ້ອມແປງ ແລະ ກໍ່ສ້າງອາພາດເມັນເກົ່າຕາມມະຕິ 33/NQ-CP (ໃນປະຈຸບັນ 145.000 ຕື້ດົ່ງ); ແຜນງານສິນເຊື່ອ 500.000 ຕື້ດົ່ງ ເພື່ອໃຫ້ກູ້ຢືມທຶນກໍ່ສ້າງພື້ນຖານໂຄງລ່າງ ແລະ ເຕັກໂນໂລຊີດີຈີຕອນ ເພື່ອຜັນຂະຫຍາຍບັນດາໂຄງການສຳຄັນຂອງຊາດໃນຂົງເຂດຄົມມະນາຄົມ, ໄຟຟ້າ ແລະ ເຕັກໂນໂລຊີດີຈີຕອນຕາມບັນຊີລາຍຊື່ຂອງກະຊວງ, ສາຂາ; ບ້ວງເງິນກູ້ຢືມໃຫ້ແກ່ຂົງເຂດກະສິກຳ, ປ່າໄມ້ ແລະ ການປະມົງ (ເພີ່ມທະວີວົງເງິນໃຫ້ໄດ້ 100.000 ຕື້ດົ່ງ)...
ຂໍ້ມູນຂອງທະນາຄານແຫ່ງລັດ ໃຫ້ຮູ້ວ່າ: ສິນເຊື່ອໃຫ້ແກ່ຂະແໜງກະສິກຳ ແລະ ຊົນນະບົດ ກວມເອົາ 23%, ຂະແໜງກໍ່ສ້າງ ກວມ 5,53%, ຂາຍສົ່ງ ແລະ ຂາຍຍ່ອຍ ກວມ 23,74%, ທຸລະກິດອະສັງຫາລິມະຊັບ ກວມເອົາ 18,47%...
ໃນເຄິ່ງປີທີ 2, ທ່ານຮອງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ທ່ານ Pham Thanh Ha ໃຫ້ຮູ້ວ່າ: ທະນາຄານແຫ່ງລັດ ຫວຽດນາມ ຈະສືບຕໍ່ປະຕິບັດບັນດາມາດຕະການແກ້ໄຂການຄຸ້ມຄອງສິນເຊື່ອໃຫ້ສອດຄ່ອງກັບການພັດທະນາເສດຖະກິດມະຫາພາກ, ອັດຕາເງິນເຟີ້ ແລະ ຄວາມສາມາດດູດຊຶມທຶນຂອງເສດຖະກິດເພື່ອປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດ. ຊີ້ນຳບັນດາອົງການສິນເຊື່ອເພີ່ມທະວີການເຕີບໂຕສິນເຊື່ອຢ່າງປອດໄພ ແລະ ມີປະສິດທິຜົນ, ຊີ້ນຳສິນເຊື່ອໃຫ້ແກ່ຂະແໜງການຜະລິດ ແລະ ທຸລະກິດ, ຂະແໜງການບຸລິມະສິດ ແລະ ການຊຸກຍູ້ການເຕີບໂຕເສດຖະກິດຕາມທິດທາງຂອງລັດຖະບານ ແລະ ນາຍົກລັດຖະມົນຕີ; ຄວບຄຸມສິນເຊື່ອຢ່າງເຂັ້ມງວດໃນຂະແໜງການທີ່ມີຄວາມສ່ຽງ.
ທີ່ມາ: https://baodautu.vn/tin-dung-tang-gap-25-lan-cung-ky-cho-vay-kinh-doanh-bat-dong-san-chiem-1847-d325874.html
(0)