![]() |
ສະຫາຍ ຫງວຽນດິງຫວຽດ ແບ່ງປັນຄວາມຫຍຸ້ງຍາກກັບແຂວງ ໄທ ຫງວຽນ . |
ທີ່ການຕ້ອນຮັບ, ສະຫາຍ ຫງວຽນດິງຫວຽດ ໄດ້ສະແດງຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງຕໍ່ຄວາມເສຍຫາຍທີ່ຄະນະພັກ, ລັດຖະບານ ແລະ ປະຊາຊົນແຂວງ ໄຕງວຽນ ຕ້ອງປະສົບກັບໄພນ້ຳຖ້ວມໃນໄລຍະມໍ່ໆມານີ້.
ສະຫາຍ ຫງວຽນດິງຫວຽດ ໃຫ້ຮູ້ວ່າ, ແຂວງ ເຊີນລາ ກໍ່ແມ່ນໜຶ່ງໃນບັນດາທ້ອງຖິ່ນຖືກຜົນກະທົບຢ່າງໜັກໜ່ວງຈາກພະຍຸໝາຍເລກ 10. ໃນໄລຍະທີ່ຫຍຸ້ງຍາກນັ້ນ, ເຊີນລາ ໄດ້ຮັບຄວາມເອົາໃຈໃສ່, ຊຸກຍູ້ ແລະ ໜູນຊ່ວຍຈາກທຸກຂັ້ນ, ຂະແໜງການ ແລະ ທ້ອງຖິ່ນ, ໃນນັ້ນມີແຂວງ ໄທ ຫງວຽນ. ນ້ຳໃຈເຫຼົ່ານັ້ນໄດ້ຊ່ວຍໃຫ້ ເຊີນລາ ຟື້ນຟູການຜະລິດຢ່າງວ່ອງໄວ ແລະສະຖຽນລະພາບຊີວິດຂອງປະຊາຊົນ.
![]() |
ແຂວງ ເຊີນລາ ໜູນຊ່ວຍ ໄທ ຫງວຽນ 1 ຕື້ດົ່ງ ເພື່ອຊ່ວຍແກ້ໄຂຜົນເສຍຫາຍຈາກໄພນໍ້າຖ້ວມ. |
ສະຫາຍ ຫງວຽນດິງຫວຽດ ໃຫ້ຮູ້ວ່າ: ດ້ວຍຈິດໃຈຮັກແພງເຊິ່ງກັນ ແລະ ກັນ, ຄະນະພັກ, ລັດຖະບານ ແລະ ປະຊາຊົນແຂວງ ເຊີນລາ ໄດ້ສົ່ງໃຫ້ ໄທ ຫງວຽນ 1 ຕື້ດົ່ງ ໜູນຊ່ວຍ, ຫວັງວ່າ ຂອງຂວັນ, ເຖິງວ່າບໍ່ໃຫຍ່ກໍ່ຕາມ, ແຕ່ຈະປະກອບສ່ວນແບ່ງປັນຄວາມຫຍຸ້ງຍາກ, ຊຸກຍູ້ໃຫ້ ໄທ ຫງວຽນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ຊີວິດການເປັນຢູ່ ແລະ ການຜະລິດມີສະຖຽນລະພາບ.
ກ່າວຄຳເຫັນທີ່ລາຍການ, ສະຫາຍ ຟ້າມຮ່ວາງເຊີນ ໄດ້ຂອບອົກຂອບໃຈຢ່າງຈິງໃຈຕໍ່ຄະນະພັກ, ລັດຖະບານ ແລະ ປະຊາຊົນແຂວງ ເຊີນລາ ທີ່ມີຄວາມຮັກແພງອັນຈິງໃຈ.
![]() |
ສະຫາຍ ຟ້າມຮວ່າງເຊີນ ກ່າວຄຳເຫັນທີ່ການຕ້ອນຮັບ. |
ສະຫາຍ ຟ້າມຮວ່າງເຊີນ ຢືນຢັນວ່າ, ແຂວງ ໄທ ຫງວຽນ ໄດ້ລະດົມທຸກແຫຼ່ງກຳລັງເພື່ອຟື້ນຟູພື້ນຖານໂຄງລ່າງທີ່ຈຳເປັນ, ສຸມໃສ່ໜູນຊ່ວຍປະຊາຊົນໃນການຜະລິດ, ຮັກສາຊີວິດການເປັນຢູ່ຢ່າງໝັ້ນຄົງ. ສະຫາຍ ຟ້າມຮວ່າງເຊີນ ເນັ້ນໜັກວ່າ, ບັນດາແຫຼ່ງກຳລັງໜູນຊ່ວຍແມ່ນແຂວງນຳໃຊ້ຢ່າງເໝາະສົມ, ເປີດກວ້າງ, ໂປ່ງໃສ, ມີປະສິດທິຜົນ, ມຸ່ງໄປເຖິງເປົ້າໝາຍຮັກສາສະຖຽນລະພາບຂອງຊີວິດປະຊາຊົນໂດຍໄວ.
ທີ່ມາ: https://baothainguyen.vn/thoi-su-thai-nguyen/202510/tinh-son-la-ho-tro-thai-nguyen-khac-phuc-hau-qua-bao-so-11-2d0699c/
(0)