ຕອນບ່າຍວັນທີ 17/10, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ To Lam ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອັງກິດ ປະຈຳ ຫວຽດນາມ Iain Frew.
ທີ່ການພົບປະ, ທ່ານເລຂາທິການໃຫຍ່ To Lam ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນລະຫວ່າງສອງປະເທດໃນໄລຍະມໍ່ໆມານີ້; ຢືນຢັນວ່າ ການພົວພັນລະຫວ່າງສອງປະເທດໄດ້ພັດທະນາຢ່າງຕັ້ງໜ້າ ແລະ ມີປະສິດທິຜົນໃນທຸກຂົງເຂດ, ແທດເໝາະກັບລະດັບການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດ; ແລະ ຕີລາຄາສູງບົດບາດຂອງທ່ານເອກອັກຄະລັດຖະທູດ ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນບັນດາໝາກຜົນແຫ່ງການຮ່ວມມືລະຫວ່າງສອງປະເທດ.
ທ່ານເລຂາທິການໃຫຍ່ To Lam ຕ້ອນຮັບທ່ານເອກອັກຄະລັດຖະທູດ Iain Frew
ພາບ: TTXVN
ສະແດງຄວາມເພິ່ງພໍໃຈຕໍ່ໝາກຜົນແຫ່ງການຮ່ວມມືລະຫວ່າງສອງປະເທດ, ທ່ານເລຂາທິການໃຫຍ່ To Lam ຕີລາຄາວ່າ: ການພົວພັນລະຫວ່າງ 2 ປະເທດຍັງມີທ່າແຮງພັດທະນາຫຼາຍຢ່າງ, ໂດຍສະເພາະແມ່ນຂົງເຂດປ້ອງກັນປະເທດ - ຄວາມໝັ້ນຄົງ, ການເງິນ - ເງິນຕາ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ, ແຮງງານ, ການຫັນປ່ຽນພະລັງງານ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ພິເສດແມ່ນດ້ານວັດທະນະທຳ, ກິລາ ແລະ ການແລກປ່ຽນປະຊາຊົນ, ໄດ້ເປີດກ້ວາງການຮ່ວມມືໃນຂົງເຂດອື່ນໆ.
ທ່ານເລຂາທິການໃຫຍ່ To Lam ຢືນຢັນວ່າ ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ເອົາໃຈໃສ່ເປັນພິເສດເຖິງການເພີ່ມທະວີ ແລະ ນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດ ເຂົ້າສູ່ໄລຍະພັດທະນາໃໝ່, ຕອບສະໜອງຄວາມຄາດໝາຍຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
2 ຝ່າຍກໍ່ເນັ້ນໜັກເຖິງຄວາມສຳຄັນຂອງບັນດາເສົາຄ້ຳຂອງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ປະຈຸບັນ, ອັງກິດ ແມ່ນຄູ່ຮ່ວມມືການຄ້າທີ່ສຳຄັນຂອງຫວຽດນາມ ຢູ່ເອີລົບ ແລະ ແມ່ນນັກລົງທຶນໃຫຍ່ອັນດັບ 15 ໃນຈຳນວນ 152 ປະເທດ ແລະ ເຂດແຄ້ວນທີ່ລົງທຶນເຂົ້າຫວຽດນາມ. ຫວຽດນາມແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບສອງຂອງອັງກິດໃນອາຊຽນ.
ທ່ານເອກອັກຄະລັດຖະທູດອັງກິດ Iain Frew ໄດ້ຂອບໃຈທ່ານເລຂາທິການໃຫຍ່ To Lam ທີ່ໄດ້ສະລະເວລາມາຮັບທ່ານ; ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງການພົວພັນສອງຝ່າຍ, ພິເສດແມ່ນໃນສະພາບການທີ່ສອງປະເທດໄດ້ສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ; ຢືນຢັນວ່າ ອັງກິດ ຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ, ຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດຂອງ ອັງກິດ ໃນພາກພື້ນ. ທ່ານເອກອັກຄະລັດຖະທູດ Iain Frew ເຊື່ອໝັ້ນວ່າ ການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ ຈະສ້າງກຳລັງແຮງຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່, ພິເສດແມ່ນໃນຂົງເຂດປ້ອງກັນປະເທດ - ປ້ອງກັນຄວາມສະຫງົບ, ວິທະຍາສາດ - ເຕັກໂນໂລຢີ, ປະດິດສ້າງ, ພັດທະນາສູນການເງິນສາກົນ, ເຕີບໂຕຂຽວ, ພັດທະນາແບບຍືນຍົງ, ການທ່ອງທ່ຽວ ແລະ ການແລກປ່ຽນປະຊາຊົນ.
2 ຝ່າຍຢືນຢັນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຮ່ວມມື 2 ຝ່າຍ ແລະ ຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນຢູ່ສະຫະປະຊາຊາດ; ຮ່ວມກັນຊຸກຍູ້ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະການຮ່ວມມືໃນພາກພື້ນ; ແລະ ນຳການພົວພັນຄູ່ຮ່ວມມືຍຸດທະສາດເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ, ສອດຄ່ອງກັບຜົນປະໂຫຍດຂອງ 2 ປະເທດ.
ທີ່ມາ: https://thanhnien.vn/dua-quan-he-viet-anh-sang-giai-doan-phat-trien-moi-185251017222236613.htm
(0)