
ກອງປະຊຸມຮ່ວມມືສົ່ງເສີມ ການທ່ອງທ່ຽວ ແລະ ການຄ້າ ຮ່າໂນ້ຍ - ວຽງຈັນ 2024.
ກອງປະຊຸມຮ່ວມມືສົ່ງເສີມການທ່ອງທ່ຽວ ແລະ ການຄ້າ ຮ່າໂນ້ຍ - ວຽງຈັນ 2024 ແລະ ການເຄື່ອນໄຫວສົ່ງເສີມການທ່ອງທ່ຽວນະຄອນ ຮ່າໂນ້ຍ ແມ່ນບັນດາການເຄື່ອນໄຫວເພື່ອແນໃສ່ຜັນຂະຫຍາຍໂຄງການຮ່ວມມືລະຫວ່າງ 2 ນະຄອນ, ຊຸກຍູ້ການພັດທະນາ ເສດຖະກິດ , ຕອບສະໜອງປີທ່ອງທ່ຽວແຫ່ງຊາດລາວ.
ກອງປະຊຸມໄດ້ດຳເນີນໄປໃນວັນທີ 12/3 ຢູ່ນະຄອນຫຼວງວຽງຈັນ, ໂດຍມີການເຂົ້າຮ່ວມຂອງທ່ານກຳມະການກົມ ການເມືອງ , ເລຂາຄະນະພັກນະຄອນ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດນະຄອນ ຮ່າໂນ້ຍ ດິ່ງຕຽນຢຸງ ແລະ ຄະນະຜູ້ແທນນະຄອນຮ່າໂນ້ຍ, ວິສາຫະກິດຫວຽດນາມ ແລະ ລາວ ເປັນຈຳນວນຫລວງຫລາຍ...
ທີ່ກອງປະຊຸມ, ຄາດວ່າຈະມີພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານການໂຄສະນາ ແລະ ການທ່ອງທ່ຽວ; ຝຶກອົບຮົມ ແລະ ແນະນຳວຽກງານຫັດຖະກຳ; ການເຄື່ອນໄຫວການຄ້າ, ການເຊື່ອມຕໍ່ວິສາຫະກິດຂອງສອງປະເທດ. 2 ຝ່າຍຈະສຳຫຼວດແຫຼ່ງທ່ອງທ່ຽວຈຳນວນໜຶ່ງທີ່ສາມາດສ້າງຜະລິດຕະພັນ, ເສັ້ນທາງທ່ອງທ່ຽວ, ເສັ້ນທາງລະຫວ່າງ 2 ທ້ອງຖິ່ນ.
ພື້ນທີ່ເພື່ອສົ່ງເສີມການທ່ອງທ່ຽວ ແລະ ການຄ້າຈະປະກອບມີການວາງສະແດງຮູບພາບ, ຕົວແບບຂອງແຫຼ່ງທ່ອງທ່ຽວ ແລະ ບ້ານຫັດຖະກໍາ; ງານວາງສະແດງບັນດາຜະລິດຕະພັນການທ່ອງທ່ຽວ, ຜະລິດຕະພັນຫັດຖະກຳໝູ່ບ້ານ... ຂອງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ.
ໃນໂອກາດນີ້, ຮ່າໂນ້ຍ ຈະວາງສະແດງເຄື່ອງປັ້ນດິນເຜົາບາດຈ່າງ, ຮູບປັ້ນດ້ວຍທອງແດງ, ເຄື່ອງແກະສະຫຼັກທອງແດງ, ຜະລິດຕະພັນໄມ້ ແລະ ຫວາຍ, ຜະລິດຕະພັນເຄື່ອງປັ້ນດິນເຜົາ, ເຄື່ອງປະດັບປະດາ ແລະ ອື່ນໆ.
ທີ່ມາ
(0)