ກປ.ອອນໄລ - ຕອນເຊົ້າວັນທີ 5 ຕຸລາ, ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່, ປະທານ ປະເທດລາວ ເຈີ່ນດ້າຍກວາງ ໄດ້ພົບປະກັບນາຍົກລັດຖະມົນຕີ ການາດາ Justin Trudeau ແລະ ທ່ານນາຍົກລັດຖະມົນຕີ ແບນຊິກ Alexander De Croo.
ທ່ານເລຂາທິການໃຫຍ່ ແລະປະທານປະເທດ To Lam ໄດ້ມີການພົບປະສອງຝ່າຍກັບນາຍົກລັດຖະມົນຕີການາດາ Justin Trudeau. (ພາບ: TTXVN)
* ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ການາດາ Justin Trudeau, ທ່ານເລຂາທິການໃຫຍ່, ປະທານປະເທດ To Lam ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບ ການາດາ; ຫວຽດນາມ ຈະພ້ອມກັບການາດາ ສືບຕໍ່ລົງເລິກການພົວພັນນີ້ໃນທຸກຂົງເຂດ, ບົນພື້ນຖານຜົນປະໂຫຍດ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ປະກອບສ່ວນຮັກສາ ສັນຕິພາບ , ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ສາກົນ; ຂອບໃຈທ່ານນາງ Mary Simon ຜູ້ປົກຄອງລັດການາດາ ສຳລັບຈົດໝາຍສະແດງຄວາມຊົມເຊີຍໃນໂອກາດຮັບຜິດຊອບໃໝ່ຂອງທ່ານນາງ; ຂອບໃຈການາດາທີ່ໄດ້ອຸທິດ 560.000 ໂດລາການາດາ (415.000 USD) ໜູນຊ່ວຍຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລົມໄຕ້ຝຸ່ນ Yagi.
ຊົມເຊີຍ ການາດາ ດຳລົງຕຳແໜ່ງປະທານ G7, ທ່ານເລຂາທິການໃຫຍ່, ປະທານປະເທດ ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ສົມທົບກັບ ການາດາ ແລະ ບັນດາປະເທດສະມາຊິກ G7 ປະກອບສ່ວນເຂົ້າໃນບັນດາເນື້ອໃນການຮ່ວມມື G7, ໃນນັ້ນມີການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ.
ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ To Lam ສະເໜີສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ປັບປຸງປະສິດທິຜົນຂອງກົນໄກເຈລະຈາສອງຝ່າຍທີ່ມີຢູ່; ນຳໃຊ້ກາລະໂອກາດຂອງສັນຍາຄູ່ຮ່ວມມືຂ້າມປາຊີຟິກ (CPTPP) ຢ່າງຮອບດ້ານ ແລະ ກ້າວໜ້າ ເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນຢ່າງມີປະສິດທິຜົນ; ເພີ່ມທະວີການຮ່ວມມືໃນການຕອບໂຕ້ການປ່ຽນແປງດິນຟ້າອາກາດ; ສົມທົບກັນຢ່າງຕັ້ງໜ້າ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໃນນັ້ນມີອົງການສະຫະປະຊາຊາດ ແລະ ໂລກ Francophone.
ເຫັນດີກັບຂໍ້ສະເໜີຂອງທ່ານເລຂາທິການໃຫຍ່, ປະທານປະເທດ To Lam ກ່ຽວກັບທິດທາງພັດທະນາການພົວພັນສອງຝ່າຍ, ທ່ານນາຍົກລັດຖະມົນຕີ Trudeau ຢືນຢັນວ່າ ການາດາ ຖືເປັນສຳຄັນການພົວພັນຮ່ວມມືກັບ ຫວຽດນາມ ແລະ ຈະສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານໃນບັນດາຂົງເຂດບຸລິມະສິດ, ພິເສດແມ່ນການເມືອງ - ການທູດ, ເສດຖະກິດ - ການຄ້າ, ການປ້ອງກັນຊາດ, ການສຶກສາ - ບຳລຸງສ້າງ ແລະ ແລກປ່ຽນປະຊາຊົນ; ແລະ ຈະສືບຕໍ່ສະໜັບສະໜູນຫວຽດນາມ ເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ (PKO).
ທ່ານເລຂາທິການໃຫຍ່, ປະທານປະເທດ ປາດຖະໜາວ່າ ທ່ານນາຍົກລັດຖະມົນຕີ Trudeau ແລະ ລັດຖະບານ ການາດາ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ອາໄສ ແລະ ເຮັດວຽກຢູ່ ການາດາ. ສ່ວນທ່ານນາຍົກລັດຖະມົນຕີ Trudeau ຕີລາຄາສູງບົດບາດຂອງປະຊາຄົມນັກສຶກສາ ຫວຽດນາມ ຢູ່ ການາດາ ໃນການພັດທະນາການພົວພັນສອງຝ່າຍ.
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ເຊື້ອເຊີນທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ມາຢ້ຽມຢາມ ຫວຽດນາມ ໃນເວລາທີ່ເໝາະສົມ. ທ່ານນາຍົກລັດຖະມົນຕີ Justin Trudeau ໄດ້ຮັບຄຳເຊີນຢ່າງດີໃຈ ແລະ ປາດຖະໜາຢາກມາຢ້ຽມຢາມຫວຽດນາມ ໂດຍໄວ.
* ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ແບນຊິກ Alexander De Croo, ທ່ານເລຂາທິການໃຫຍ່, ປະທານປະເທດ To Lam ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມກັບ ແບນຊິກ, ສະມາຊິກສຳຄັນຂອງສະຫະພາບເອີລົບ (EU) ແລະ ປະຊາຄົມຝລັ່ງ. ທ່ານເລຂາທິການໃຫຍ່ ແລະປະທານປະເທດ ໄດ້ຂອບໃຈ ແບນຊິກ ສໍາລັບຈົດໝາຍອວຍພອນກ່ຽວກັບການຮັບໜ້າທີ່ໃໝ່; ຊົມເຊີຍເລື່ອງສະພາແຫ່ງຊາດແບນຊິກໄດ້ຮັບຮອງເອົາມະຕິກ່ຽວກັບການໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ ໃນເດືອນ 10/2023; ຫວັງວ່າ ແບນຊິກ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ພິເສດແມ່ນໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ; ຮຽກຮ້ອງ ແບນຊິກ ສຳເລັດຂັ້ນຕອນໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ - ອີຢູ (EVIPA) ໂດຍໄວ ແລະ ສະໜັບສະໜູນ EC ຍົກເລີກ “ບັດເຫຼືອງ” IUU ກ່ຽວກັບການສົ່ງອອກອາຫານທະເລຂອງ ຫວຽດນາມ ໂດຍໄວ; ເພີ່ມທະວີການຮ່ວມມືດ້ານການພັດທະນາ ແລະ ການຮ່ວມມືໃນຂົງເຂດພະລັງງານທົດແທນ, ການບໍລິການ logistics, ເຕັກໂນໂລຊີສູງ, ປັນຍາປະດິດ, ການພັດທະນາສີຂຽວ, ການສຶກສາ ແລະ ບຳລຸງສ້າງ, ແລະ ການແລກປ່ຽນວັດທະນະທຳ; ສົມທົບກັນນຳໃຊ້ສັນຍາການຄ້າເສລີ ຫວຽດນາມ - EU (EVIPA) ຢ່າງມີປະສິດທິຜົນ.
ທ່ານເລຂາທິການໃຫຍ່ ແລະປະທານປະເທດ To Lam ໄດ້ມີການພົບປະສອງຝ່າຍກັບນາຍົກລັດຖະມົນຕີ ແບນຊິກ Alexander De Croo. (ພາບ: TTXVN)
ທ່ານນາຍົກລັດຖະມົນຕີ ແບນຊິກ ແບ່ງປັນຄວາມເສົ້າສະຫຼົດໃຈຕໍ່ຄວາມເສຍຫາຍທີ່ເກີດຈາກພາຍຸໄຕ້ຝຸ່ນ Yagi ຢູ່ ຫວຽດນາມ; ໄດ້ຕີລາຄາສູງການຕອບໂຕ້ຂອງປະຊາຊົນຫວຽດນາມທີ່ມີຕໍ່ພາຍຸ; ແລະ ໄດ້ເຫັນດີກັບຂໍ້ສະເໜີຂອງທ່ານເລຂາທິການໃຫຍ່, ປະທານປະເທດ ກ່ຽວກັບການເພີ່ມທະວີການຮ່ວມມືໃນການຕອບໂຕ້ການປ່ຽນແປງຂອງດິນຟ້າອາກາດ.
ເພື່ອຮັດແໜ້ນການພົວພັນຫວຽດນາມ - ແບນຊິກ, ການນຳສອງປະເທດໄດ້ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ. ທ່ານນາຍົກລັດຖະມົນຕີ ແບນຊິກ ຖືວ່າ: ໃນໄວໆນີ້ ທ່ານຈະຢືນຢັນເຖິງເວລາທີ່ກະສັດແບນຊິກ ແລະ ພະລາຊີນີ ມາຢ້ຽມຢາມຫວຽດນາມ; ສະແດງຄວາມປາດຖະໜາຢາກມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໂດຍໄວໃນເວລາທີ່ເໝາະສົມ. 2 ຝ່າຍກໍ່ຢືນຢັນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ບັນດາອົງການຈັດຕັ້ງສາກົນ, ປະກອບສ່ວນຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ທ່ານນາຍົກລັດຖະມົນຕີ ການາດາ ແລະ ແບນຊິກ ພ້ອມກັບທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີເລື່ອງຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ເຂດຊາຍແດນ ແລະ ມະຫາສະໝຸດ, ໃນນັ້ນມີທະເລຕາເວັນອອກ; ສະໜັບສະໜູນການເຄົາລົບກົດໝາຍສາກົນ; ແລະ ແກ້ໄຂການພິພາດໂດຍສັນຕິວິທີຕາມກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 (UNCLOS).
Nhandan.vn
ທີ່ມາ: https://nhandan.vn/tong-bi-thu-chu-tich-nuoc-to-lam-gap-thu-tuong-canada-thu-tuong-bi-post835046.html
(0)