
ທ່ານເລຂາທິການໃຫຍ່ To Lam ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງການນຳວິສາຫະກິດນ້ຳມັນ Murphy ໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງສາຍພົວພັນຫວຽດນາມ - ອາເມລິກາ ເປັນປົກກະຕິ. ຕີລາຄາສູງການລົງທຶນ ແລະ ດຳເນີນທຸລະກິດໄລຍະຍາວຂອງວິສາຫະກິດຢູ່ຫວຽດນາມ ດ້ວຍບັນດາໝາກຜົນອັນດີງາມ, ທ່ານເລຂາທິການໃຫຍ່ To Lam ໄດ້ຊົມເຊີຍວິສາຫະກິດໃນການຜັນຂະຫຍາຍ ແລະ ເພີ່ມທະວີການລົງທຶນຂຸດຄົ້ນນ້ຳມັນເຊື້ອໄຟຢູ່ ຫວຽດນາມ ໃນໄລຍະຈະມາເຖິງ.
ທ່ານເລຂາທິການໃຫຍ່ To Lam ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນການພົວພັນກັບ ອາເມລິກາ ແລະ ປາດຖະໜາວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ຝ່າຍຈະສືບຕໍ່ພັດທະນາ, ໃນນັ້ນ ການຮ່ວມມືດ້ານພະລັງງານແມ່ນໜຶ່ງໃນບັນດາຈຸດສຸມຂອງການພົວພັນລະຫວ່າງ 2 ປະເທດ, ເພື່ອຜົນປະໂຫຍດຂອງວິສາຫະກິດ ແລະ ປະຊາຊົນສອງປະເທດ, ສັນຕິພາບ , ສະຖຽນລະພາບ ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ແບ່ງປັນວິໄສທັດ ແລະຍຸດທະສາດພັດທະນາຂະແໜງພະລັງງານຫວຽດນາມ ເພື່ອບັນລຸເປົ້າໝາຍພັດທະນາຮອດປີ 2030 ແລະ 2045 ດ້ວຍບັນດາຂໍ້ກຳນົດກ່ຽວກັບການຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຂງ, ນຳໃຊ້ແຫຼ່ງຊັບພະຍາກອນຢ່າງມີປະສິດທິຜົນ, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານເລຂາທິການໃຫຍ່ To Lam ສະແດງຄວາມເຫັນໃນແງ່ດີກ່ຽວກັບຄວາມສາມາດບົ່ມຊ້ອນພັດທະນາຂອງ ຫວຽດນາມ, ໃນນັ້ນມີຂະແໜງອຸດສາຫະກຳນ້ຳມັນ ແລະ ອາຍແກັສໃນຊຸມປີຕໍ່ໜ້າ.

ທ່ານເລຂາທິການໃຫຍ່ ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດລົງທຶນ ແລະ ດຳເນີນທຸລະກິດຂອງບັນດາວິສາຫະກິດຕ່າງປະເທດຢູ່ ຫວຽດນາມ ໃນຂົງເຂດພະລັງງານ, ໃນນັ້ນມີອາເມລິກາ; ພ້ອມທັງຮຽກຮ້ອງໃຫ້ບໍລິສັດນ້ຳມັນ Murphy ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ສາຂາ ແລະ ບັນດາຄູ່ຮ່ວມມືຫວຽດນາມ ເພື່ອຜັນຂະຫຍາຍບັນດາໂຄງການນ້ຳມັນອາຍແກສຢູ່ ຫວຽດນາມ, ປະຕິບັດບັນດາເຕັກໂນໂລຢີ, ຖ່າຍທອດຄວາມຮູ້ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາການພົວພັນ ຫວຽດນາມ - ອາເມລິກາ.
ປະທານສະພາບໍລິຫານ ແລະ CEO ຂອງ ບໍລິສັດ Murphy Oil Corporation Eric Hambly ສະແດງຄວາມເປັນກຽດທີ່ມີທ່ານເລຂາທິການໃຫຍ່ To Lam ໃຊ້ເວລາໃນການຕ້ອນຮັບຄະນະຜູ້ແທນ. ທ່ານ Eric Hambly ໄດ້ແບ່ງປັນກ່ຽວກັບຍຸດທະສາດດຳເນີນທຸລະກິດຂອງວິສາຫະກິດໃນໂລກ, ໃນນັ້ນ ຫວຽດນາມ ສືບຕໍ່ແມ່ນຄູ່ຮ່ວມມືສຳຄັນ.

ການນຳບໍລິສັດນ້ຳມັນ Murphil ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຝ່າຍຫວຽດນາມ ທີ່ໄດ້ສ້າງເງື່ອນໄຂສະດວກ, ໃຫ້ການສົມທົບກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນຂອງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກຸ່ມອຸດສາຫະກຳພະລັງງານແຫ່ງຊາດໃນການເຄື່ອນໄຫວຂຸດຄົ້ນ ແລະ ຂຸດຄົ້ນນ້ຳມັນອາຍແກັສຂອງກຸ່ມບໍລິສັດໃນຊຸມປີມໍ່ໆມານີ້. ດ້ວຍບັນດາໝາກຜົນທີ່ບັນລຸໄດ້ ແລະ ເຊື່ອໝັ້ນຕໍ່ຄວາມສາມາດບົ່ມຊ້ອນການເຕີບໂຕຢ່າງແຂງແຮງຂອງຫວຽດນາມ ໃນຊຸມປີຕໍ່ໜ້າ, ທ່ານ Eric Hambly ຢືນຢັນວ່າ ກຸ່ມບໍລິສັດນ້ຳມັນ Murphil ໃຫ້ຄຳໝັ້ນສັນຍາເພີ່ມທະວີການລົງທຶນຢູ່ ຫວຽດນາມ, ພ້ອມກັບ ຫວຽດນາມ ພັດທະນາອຸດສາຫະກຳນ້ຳມັນອາຍແກັສ, ຖ່າຍທອດເຕັກໂນໂລຢີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຕາມການຊີ້ນຳຂອງທ່ານເລຂາທິການໃຫຍ່ To Lam./.
ທີ່ມາ: https://baotintuc.vn/thoi-su/tong-bi-thu-to-lam-tiep-lanh-dao-tap-doan-murphy-oil-20251015181125754.htm
(0)