ຕອນບ່າຍວັນທີ 26/2, ຢູ່ນະຄອນຫຼວງ ຮ່າໂນ້ຍ , ການພົບປະຂັ້ນສູງລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ, ໂດຍທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.
ທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ ແລະ ແຕ່ລະປະເທດ, ໃນນັ້ນມີວຽກງານກໍ່ສ້າງພັກ, ພັດທະນາ ເສດຖະກິດ - ສັງຄົມ, ປຶກສາຫາລືກ່ຽວກັບສະພາບການໂລກ ແລະ ພາກພື້ນ ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. 
ການນຳສອງປະເທດຍັງໄດ້ຕີລາຄາໝາກຜົນການຮ່ວມມືລະຫວ່າງ 2 ພັກ ແລະ 2 ປະເທດໃນໄລຍະຜ່ານມາ; ໄດ້ເຫັນດີເປັນເອກະສັນກັນກ່ຽວກັບທິດທາງສຳຄັນຂອງການຮ່ວມມືຫວຽດນາມ - ລາວ ໃນໄລຍະຈະມາເຖິງ. ການນຳສອງປະເທດສະແດງຄວາມປິຕິຊົມຊື່ນ ແລະ ຕີລາຄາສູງການພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ມີປະສິດທິຜົນຂອງການຮ່ວມມືລະຫວ່າງ ຫວຽດນາມ - ລາວ ໃນທຸກຂົງເຂດ, ໃນນັ້ນການພົວພັນ ດ້ານການເມືອງ ສືບຕໍ່ໄດ້ຮັບການເພີ່ມທະວີ; ການຮ່ວມມືດ້ານປ້ອງກັນປະເທດ - ຄວາມປອດໄພໄດ້ຮັບການຊຸກຍູ້ຢ່າງມີປະສິດທິຜົນ; ການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ການສຶກສາ, ວິທະຍາສາດ - ເຕັກໂນໂລຊີໄດ້ມີການປ່ຽນແປງໃນທາງບວກ. ການນຳ 2 ທ່ານ ຊົມເຊີຍບັນດາຜົນງານອັນສຳຄັນ ແລະ ຮອບດ້ານທີ່ປະຊາຊົນສອງປະເທດບັນລຸໄດ້ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ ກໍ່ຄືການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ; ແລະຂອບໃຈເຊິ່ງກັນແລະກັນສຳລັບການສະໜັບສະໜູນແລະການຊ່ວຍເຫຼືອຢ່າງສຸດຈິດສຸດໃຈໃນໄລຍະຜ່ານມາ. ສອງຝ່າຍໄດ້ເນັ້ນໜັກເຖິງປະເພນີປະຫວັດສາດແຫ່ງການພົວພັນທີ່ໃກ້ຊິດ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ຢືນຢັນວ່າ ການພົວພັນ ຫວຽດນາມ - ລາວ ແມ່ນຊັບສົມບັດອັນລ້ຳຄ່າຂອງປະຊາຊົນສອງປະເທດ, ແມ່ນຄວາມຈຳເປັນ, ກົດໝາຍປະຫວັດສາດ ແລະ ແມ່ນແຫຼ່ງກຳລັງແຮງອັນໃຫຍ່ຫຼວງຂອງສອງພັກ ແລະ 2 ປະເທດຕ້ອງໄດ້ຮັບການເຊີດຊູ ແລະ ສືບທອດໃຫ້ຄົນລຸ້ນຫຼັງ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າ, ຍາມໃດກໍ່ຖືການພົວພັນ ຫວຽດນາມ - ລາວ ຍາມໃດກໍ່ຖືເປັນສຳຄັນພິເສດ, ແມ່ນບຸລິມະສິດອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ; ພ້ອມກັນນັ້ນ, ໄດ້ເນັ້ນໜັກເຖິງຫຼາຍເນື້ອໃນສຳຄັນເພື່ອແນໃສ່ຮັດແໜ້ນການພົວພັນລະຫວ່າງ 2 ພັກ ແລະ 2 ປະເທດໃນໄລຍະຈະມາເຖິງ. ເຫັນດີກັບຄຳເຫັນຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຢືນຢັນຄວາມສຳຄັນ ແລະ ຄວາມໝາຍຍຸດທະສາດຂອງການພົວພັນ ຫວຽດນາມ - ລາວ ເພື່ອຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ຕີລາຄາສູງໝາກຜົນການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ, ວິທະຍາສາດ-ເຕັກໂນໂລຊີ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະສະເໜີບາງທິດທາງການຮ່ວມມືສະເພາະລະຫວ່າງສອງປະເທດໃນໄລຍະຈະມາເຖິງ. 2 ຝ່າຍເຫັນດີເປັນເອກະສັນກັນວ່າ: ໃນສະພາບການປະຈຸບັນ, ສອງພັກ ແລະ ສອງປະເທດຕ້ອງສືບຕໍ່ເສີມຂະຫຍາຍຮີດຄອງປະເພນີອັນດີງາມ, ເພີ່ມທະວີຄວາມສາມັກຄີ, ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ, ສືບຕໍ່ລົງເລິກການພົວພັນດ້ານການເມືອງ, ແມ່ນເນື້ອໃນຫຼັກໝັ້ນຂອງການຮັດແໜ້ນການພົວພັນລະຫວ່າງສອງພັກ ແລະ ສອງປະເທດ; ຊຸກຍູ້ບັນດາເສົາຄ້ຳແຫ່ງການຮ່ວມມືດ້ານປ້ອງກັນປະເທດ - ຄວາມໝັ້ນຄົງ ແລະ ການຕ່າງປະເທດ; ສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ; ຊຸກຍູ້ການຮ່ວມມືດ້ານການສຶກສາ, ວັດທະນະທຳ, ວິທະຍາສາດ-ເຕັກໂນໂລຊີ ແລະ ການແລກປ່ຽນປະຊາຊົນບົນພື້ນຖານຊຸກຍູ້ຄວາມສາມາດບົ່ມຊ້ອນ ແລະ ກຳລັງແຮງຂອງແຕ່ລະປະເທດ. ສຸມໃສ່ການຮ່ວມມືລະຫວ່າງບັນດາຄະນະພັກ, ບັນດາກະຊວງ, ອົງການ, ບັນດາອົງການສະພາແຫ່ງຊາດ, ແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງມະຫາຊົນ, ອົງການປະຊາຊົນ ແລະ ທ້ອງຖິ່ນຂອງສອງປະເທດ. 2 ຝ່າຍກໍ່ຢືນຢັນເຖິງຄວາມຮຽກຮ້ອງຕ້ອງການຊຸກຍູ້ປະສິດທິຜົນຂອງບັນດາກົນໄກທີ່ມີຢູ່ແລ້ວ, ສືບຕໍ່ປະດິດສ້າງ, ຍົກສູງປະສິດທິຜົນການຮ່ວມມືໃນທຸກຂົງເຂດ, ພ້ອມກັນກໍ່ສ້າງບັນດາກົນໄກທີ່ເໝາະສົມໃໝ່ເພື່ອແນໃສ່ເພີ່ມທະວີການພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ, ເພື່ອຜົນປະໂຫຍດຕົວຈິງຂອງປະຊາຊົນແຕ່ລະປະເທດ, ເພື່ອ ສັນຕິພາບ , ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ສາກົນ.
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະທ່ານເລຂາທິການໃຫຍ່, ປະທານປະ ເທດລາວ ທອງລຸນ ສີສຸລິດ
VNA
ສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ
ການພົບປະຂັ້ນສູງລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ
VNA
Thanhnien.vn
(0)