ທີ່ການປະຊຸມຂ່າວເປັນປະຈຳໃນຕອນບ່າຍວັນທີ 25 ມັງກອນນີ້, ໂຄສົກກະຊວງ ການຕ່າງປະເທດຫວຽດນາມ Pham Thu Hang ໃຫ້ຮູ້ວ່າ: ນີ້ແມ່ນການຢ້ຽມຢາມຫວຽດນາມຄັ້ງທຳອິດຂອງທ່ານປະທານາທິບໍດີ Marcos ນັບແຕ່ທ່ານຂຶ້ນຮັບຕຳແໜ່ງໃນເດືອນ 6/2022.
ການພົວພັນຫວຽດນາມ - ຟີລິບປິນ ໄດ້ພັດທະນາເປັນຢ່າງດີໃນຫລາຍຂົງເຂດ. ການຮ່ວມມື ດ້ານການເມືອງ ໄດ້ຮັບການເພີ່ມທະວີດ້ວຍການຢ້ຽມຢາມຫຼາຍຄັ້ງແລະການພົບປະລະດັບສູງແລະການຕິດຕໍ່ພົວພັນ.
ການຮ່ວມມື ດ້ານເສດຖະກິດ ລະຫວ່າງສອງປະເທດໄດ້ຮັບການພັດທະນາໃນທາງບວກ. ປະຈຸບັນ, ຟີລິບປິນແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 6 ຂອງຫວຽດນາມໃນອາຊຽນ ແລະ ເປັນອັນດັບ 16 ໃນໂລກ, ແລະ ສືບຕໍ່ແມ່ນຕະຫຼາດສົ່ງອອກເຂົ້າໃຫຍ່ທີ່ສຸດຂອງຫວຽດນາມ.
ໃນເດືອນສິງຫາ 2023, ໃນຂອບເຂດການຢ້ຽມຢາມຫວຽດນາມ ຂອງທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Enrique Manalo, 2 ປະເທດມານະພະຍາຍາມເຮັດໃຫ້ວົງເງິນການຄ້າບັນລຸ 10 ຕື້ USD ໂດຍໄວ, ເນັ້ນໜັກເຖິງການຄ້າເຂົ້າສານ.
ການຮ່ວມມືໃນຂົງເຂດສຳຄັນອື່ນໆລະຫວ່າງສອງປະເທດຄື: ປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ການສຶກສາ ແລະ ບຳລຸງສ້າງ, ແຮງງານ, ວັດທະນະທຳ ແລະ ທ່ອງທ່ຽວ ສືບຕໍ່ເອົາໃຈໃສ່. ຫວຽດນາມ ແລະ ຟີລິບປິນ ຍັງຮັກສາການສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນຄື ອາຊຽນ, ສະຫະປະຊາຊາດ ແລະ APEC.
ໂຄສົກກ່າວວ່າ, ໃນຂອບເຂດການຢ້ຽມຢາມ, ທ່ານປະທານປະເທດ Ferdinand Marcos Jr. ຄາດວ່າຈະມີການເຈລະຈາກັບທ່ານປະທານປະເທດ Vo Van Thuong, ພົບປະກັບບັນດາການນຳສຳຄັນຂອງຫວຽດນາມ ກໍ່ຄືບັນດາການເຄື່ອນໄຫວສຳຄັນອື່ນໆ.
ຫວຽດນາມ ແລະ ຟີລິບປິນ ຊຸກຍູ້ການຮ່ວມມືໃນຂົງເຂດຊອກຄົ້ນ ແລະ ກູ້ໄພ, ປ້ອງກັນປະເທດ.
ຫວຽດນາມ - ຟີລິບປິນ ສູ້ຊົນໃຫ້ວົງເງິນສົ່ງອອກ 10 ຕື້ USD, ຊຸກຍູ້ການຮ່ວມມືດ້ານເສດຖະກິດດີຈີຕອນ
ທີ່ມາ
(0)