ພາຍຫຼັງການຮ່ວມມືແລ້ວ, ນະຄອນ ໂຮ່ຈິມິນ ຊຸດໃໝ່ໄດ້ຢືນຢັນທີ່ຕັ້ງຂອງຕົນແມ່ນທ້ອງຖິ່ນນຳໜ້າຂອງປະເທດໃນການດຶງດູດທຶນລົງທຶນຈາກຕ່າງປະເທດ. ຕາມຂໍ້ມູນໃນ 9 ເດືອນຕົ້ນປີ 2025, ຍອດຈຳນວນທຶນຈົດທະບຽນ ແລະ ເພີ່ມຂຶ້ນບັນລຸເກືອບ 7,13 ຕື້ USD, ເພີ່ມຂຶ້ນກວ່າ 37% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ເປີດກວ້າງການລົງທຶນ ແລະ ພັດທະນາໃນຕະຫຼາດຫວຽດນາມ 2 ປີກ່ອນ, ບໍລິສັດ YLF ຫວຽດນາມ - ວິສາຫະກິດອາຫານຈາກສິງກະໂປ ພວມຊອກຫາກາລະໂອກາດເປີດກວ້າງການຜະລິດ ແລະ ສ້າງຕັ້ງໂຮງງານຢູ່ທີ່ນີ້. ສະພາບແວດລ້ອມແຫ່ງການລົງທຶນທີ່ໝັ້ນຄົງ, ການພັດທະນາ ເສດຖະກິດ ຢ່າງວ່ອງໄວ ແລະ ເປັນທາງບວກ ແລະ ການເພີ່ມຂຶ້ນຂອງຊົນຊັ້ນກາງທີ່ມີຂະບວນການຜູ້ບໍລິໂພກໄວໜຸ່ມ... ແມ່ນທ່າໄດ້ປຽບຂອງຕະຫຼາດທີ່ຊ່ວຍໃຫ້ບັນດາວິສາຫະກິດຕັດສິນໃຈລົງທຶນຢ່າງກ້າຫານໃນໄລຍະຈະມາເຖິງ.
ທ່ານ Lee Yi Hong, ຜູ້ອໍານວຍການຝ່າຍຂາຍ, ບໍລິສັດ YLF ຫວຽດນາມ ໃຫ້ຮູ້ວ່າ: “ຍ້ອນພື້ນຖານໂຄງລ່າງຢູ່ຫວຽດນາມ ມີຄວາມກ້າວໜ້າ, ປອດໄພກວ່າ ແລະໄວກ່ວາບັນດາບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ໃນໄລຍະດຳເນີນການລົງທຶນຢູ່ທີ່ນີ້, ເປັນທຸລະກິດໃໝ່ເຂົ້າສູ່ຕະຫຼາດ ຫວຽດນາມ, ພວກເຮົາໄດ້ຮັບການໜູນຊ່ວຍດ້ານກົດໝາຍ ແລະ ບໍລິຫານເປັນຢ່າງດີຈາກບັນດາເຈົ້າຂອງສວນອຸດສາຫະກຳ, ໃນໄລຍະຍາວ, ພວກເຮົາຍັງມີຄວາມເຊື່ອໝັ້ນຕໍ່ທ່າແຮງເຕີບໂຕຂອງຫວຽດນາມ, ຍ້ອນວ່າຜູ້ບໍລິໂພກມັກຜະລິດຕະພັນຄຸນນະພາບສູງກ່ວາ”.
ຜູ້ຕາງໜ້າຂອງສວນອຸດສາຫະກຳແຫ່ງໜຶ່ງໃຫ້ຮູ້ວ່າ: ປີກາຍນີ້ມີການຜັນແປຫຼາຍຢ່າງທີ່ກະທົບຕໍ່ຈິດໃຈຂອງນັກລົງທຶນເຊັ່ນ: ນະໂຍບາຍອັດຕາພາສີ, ການປັບອັດຕາແລກປ່ຽນ... ເຖິງຢ່າງໃດກໍ່ຕາມ, ດ້ວຍທິດທາງທີ່ຕັ້ງໜ້າຂອງ ລັດຖະບານ ກັບບັນດາຄູ່ຮ່ວມມື ອາເມລິກາ ກໍ່ຄືບັນດາຕະຫຼາດອື່ນໆ, ຮູບພາບອັດຕາພາສີນັບມື້ນັບຈະແຈ້ງກວ່າ, ນັບແຕ່ເດືອນກໍລະກົດມາຮອດປະຈຸບັນ, ເງິນທຶນ FDI ໄດ້ກາຍເປັນທາງບວກອີກ.
ທ່ານ ດິງຮວ່າຍນາມ, ຜູ້ອຳນວຍການຝ່າຍພັດທະນາທຸລະກິດ ແລະ ການຄ້າ, SLP ຫວຽດນາມ ໃຫ້ຮູ້ວ່າ: “ເມື່ອຕົວເລກອັດຕາພາສີມີຮູບການທີ່ຈະແຈ້ງກວ່າ, ແຫຼ່ງທຶນຈາກທັດສະນະຂອງພວກເຮົາສຳລັບນັກລົງທຶນຕ່າງປະເທດໄດ້ຫັນປ່ຽນ, ເປີດກວ້າງການລົງທຶນ ກໍ່ຄືການຈົດທະບຽນໃໝ່. ສິ່ງດັ່ງກ່າວສະແດງໃຫ້ເຫັນເຖິງລູກຄ້າຢູ່ຈີນ, ສິງກະໂປ, ເຖິງແມ່ນຢູ່ເອີລົບ, ເຂົາເຈົ້າໄດ້ກັບມາໂອ້ລົມ ແລະ ມຸ່ງໝັ້ນໃໝ່ໃນການຂະຫຍາຍການຜະລິດ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ”.
ທ່ານ Yee Chung - ຊ່ຽວຊານຫວຽດນາມ Baker McKenzi ໃຫ້ຮູ້ວ່າ: “ກ່ອນນີ້, ນະໂຍບາຍພາສີໄດ້ຖືວ່າມີຜົນກະທົບຢ່າງໃຫຍ່ຫຼວງຕໍ່ການດຳເນີນທຸລະກິດ ແລະ ໂຮງງານຂອງຫວຽດນາມ ທີ່ສົ່ງອອກໄປອາເມລິກາ.
ຕາມບັນດານັກຊ່ຽວຊານແລ້ວ, ວົງເງິນລົງທຶນຍັງຄົງເປັນແງ່ດີ, ເພາະວ່າ ນະຄອນ ໂຮ່ຈີມິນ ຍັງມີທ່າໄດ້ປຽບຄື: ສະພາບແວດລ້ອມແຫ່ງການລົງທຶນຍາວນານທີ່ໝັ້ນຄົງ, ລັດຖະບານຕັ້ງໜ້າໃນການດັດແກ້ບັນດານະໂຍບາຍ, ການເຂົ້າເຖິງຄູ່ຮ່ວມມືການຄ້າໃຫຍ່, ເພີ່ມທະວີລະບຽບກົດໝາຍຢ່າງໂປ່ງໃສ, ຊຸກຍູ້ການລົງທຶນພື້ນຖານໂຄງລ່າງ... ບັນດາປັດໄຈເຫຼົ່ານີ້ບໍ່ພຽງແຕ່ຊ່ວຍໃຫ້ນະຄອນໂຮ່ຈິມິນດຶງດູດທຶນ FDI ຍຸດທະສາດໄວ້ໄດ້.
ທີ່ມາ: https://vtv.vn/tp-ho-chi-minh-thu-hut-von-dau-tu-fdi-giu-vung-tang-truong-100251125154725952.htm






(0)