ເຂົ້າຮ່ວມພິທີເລີ່ມດຳເນີນງານມີທ່ານ Ly Dai Nghia, ຮອງປະທານຄະນະກຳມະການກິລາໂອລິມປິກ ຫວຽດນາມ ພ້ອມດ້ວຍຜູ້ຕາງໜ້າບັນດາອົງການ, ກົມກອງຂອງນະຄອນ ໂຮ່ຈີມິນ.
ໂຄງການປ້ອງກັນການຈົມນ້ຳຂອງຊຸມຊົນ ມີຈຸດປະສົງເພື່ອສະໜັບສະໜູນ ແລະ ອຳນວຍຄວາມສະດວກໃຫ້ແກ່ເດັກນ້ອຍທຸກຄົນໃນການເຂົ້າເຖິງ ແລະ ຮຽນຮູ້ທັກສະການລອຍນ້ຳ, ປ້ອງກັນອຸບັດເຫດການຈົມນ້ຳຢ່າງປອດໄພ ແລະ ມີປະສິດທິພາບ.

ນອກຈາກນັ້ນ, ອົງການພັດທະນາ ກິລາ ຊຸມຊົນຫວຽດນາມ ແລະ ຄະນະກຳມາທິການ Paralympic ຫວຽດນາມ ຍັງໄດ້ລົງນາມໃນຂໍ້ຕົກລົງເພື່ອແນໃສ່ສ້າງຄວາມນິຍົມ ແລະ ສະໜອງຫຼັກສູດລອຍນ້ຳໂດຍບໍ່ເສຍຄ່າ ແລະ ເຝິກຊ້ອມປ້ອງກັນການຈົມນ້ຳ, ພິເສດແມ່ນໃຫ້ແກ່ຄົນພິການ ແລະ ເດັກນ້ອຍຜູ້ດ້ອຍໂອກາດພາຍໃຕ້ການຊີ້ນຳຂອງຊ່ຽວຊານ, ຄູ-ອາຈານ ແລະ ຄູເຝິກວິຊາຊີບ.
ໂຄງການປ້ອງກັນການຈົມນ້ຳຂອງຊຸມຊົນຍັງມີຈຸດປະສົງເພື່ອສ້າງຈິດສຳນຶກຂອງປະຊາຊົນກ່ຽວກັບການປ້ອງກັນການຈົມນ້ຳຜ່ານຊ່ອງທາງການສື່ສານ.
ພ້ອມກັນນັ້ນ, ກໍ່ສ້າງຄວາມນິຍົມຊົມຊອບການລອຍນ້ຳໂດຍບໍ່ເສຍຄ່າໃຫ້ແກ່ປະຊາຄົມ; ສະໜັບສະໜູນ ແລະ ສະໜອງມາດຕະການ ແລະ ອຸປະກອນ ເພື່ອຮັບປະກັນຄວາມປອດໄພຕໍ່ການຈົມນ້ຳ; ສ້າງເຄືອຂ່າຍປະສານສົມທົບ ແລະ ປະຕິບັດວຽກງານປ້ອງກັນເດັກຈົມນ້ຳ ຢູ່ນະຄອນໂຮ່ຈິມິນ ແລະ ທົ່ວປະເທດ.
ທີ່ມາ: https://daidoanket.vn/tphcm-ra-mat-du-an-phong-chong-duoi-nuoc-cong-dong-10283131.html







(0)