ຕອນບ່າຍວັນທີ 17 ກໍລະກົດ, ຢູ່ຮ່າໂນ້ຍ, ຕາງໜ້າໃຫ້ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO), ທ່ານປະທານ VUFO ຫງວຽນເຟືອງງາ ໄດ້ມອບຫຼຽນກາ “ເພື່ອ ສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາປະເທດ” ໃຫ້ແກ່ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ຝຣັ່ງ ປະຈຳ ຫວຽດນາມ Nicolas Warnery ເນື່ອງໃນໂອກາດສິ້ນສຸດອາຍຸການຂອງທ່ານເອກອັກຄະລັດຖະທູດ.
ນີ້ແມ່ນລາງວັນອັນສະຫງ່າລາສີທີ່ສຸດຂອງ VUFO ເພື່ອຮັບຮູ້ ແລະ ເຊີດຊູບັນດາການປະກອບສ່ວນອັນລ້ຳຄ່າຂອງທ່ານເອກອັກຄະລັດຖະທູດ Nicolas Warnery ໃນການເພີ່ມທະວີ ແລະ ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ - ຝລັ່ງ.
ທ່ານປະທານ VUFO ຫງວຽນເຟືອງງາ ໃຫ້ຮູ້ວ່າ, ທ່ານເອກອັກຄະລັດຖະທູດ Nicolas Warnery ໄດ້ສົມທົບກັນຢ່າງຕັ້ງໜ້າເພື່ອຈັດຕັ້ງບັນດາການຢ້ຽມຢາມຂັ້ນສູງສອງຝ່າຍຢ່າງມີປະສິດທິຜົນ, ຊຸກຍູ້ການບຳລຸງສ້າງບັນດາກົນໄກແລກປ່ຽນຫຼາຍຢ່າງໃນບັນດາຂົງເຂດສຳຄັນ, ປະກອບສ່ວນເພີ່ມທະວີການພົວພັນ ດ້ານການເມືອງ ອັນດີງາມລະຫວ່າງ 2 ປະເທດ.
ທ່ານປະທານສະພາແຫ່ງຊາດ ຫງວຽນຟຸ໋ຈ້ອງ ໄດ້ມອບຫຼຽນໄຊ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາປະເທດ” ໃຫ້ທ່ານເອກອັກຄະລັດຖະທູດ ຝລັ່ງ ປະຈຳ ຫວຽດນາມ Nicolas Warnery. |
ໃນໄລຍະດຳລົງຕຳແໜ່ງຂອງທ່ານເອກອັກຄະລັດຖະທູດ Nicolas Warnery, ສະຖານທູດຝຣັ່ງ ແລະ ອົງການພັດທະນາຝະລັ່ງ (AFD) ໄດ້ມີຄວາມມານະພະຍາຍາມຫຼາຍຢ່າງເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນການຫັນປ່ຽນພະລັງງານ, ການຕອບໂຕ້ການປ່ຽນແປງຂອງດິນຟ້າອາກາດ ແລະ ການເຕີບໂຕສີຂຽວ. ນອກຈາກນັ້ນ, ທ່ານເອກອັກຄະລັດຖະທູດ Nicolas Warnery ໄດ້ມີບົດບາດສຳຄັນໃນການຊຸກຍູ້ຫຼາຍໂຄງການຮ່ວມມືລະຫວ່າງ ຝະລັ່ງ ແລະ ຫວຽດນາມ ໃນຂົງເຂດຄົມມະນາຄົມໃນຕົວເມືອງ.
ທ່ານເອກອັກຄະລັດຖະທູດກໍ່ເອົາໃຈໃສ່ ແລະ ອຳນວຍຄວາມສະດວກ, ຊຸກຍູ້ການຮ່ວມມືຢູ່ທ້ອງຖິ່ນ. ປະຈຸບັນ, 38 ທ້ອງຖິ່ນທຸກຂັ້ນຂອງຝະລັ່ງ ແລະ 18 ແຂວງ, ນະຄອນຂອງຫວຽດນາມ ໄດ້ສ້າງຕັ້ງການພົວພັນກັບ 240 ໂຄງການຮ່ວມມືແບບແບ່ງແຍກ, ຕົ້ນຕໍແມ່ນຂົງເຂດສາທາລະນະສຸກ, ການສຶກສາ , ພັດທະນາປະຊາຄົມຝະລັ່ງ, ພັດທະນາຊົນນະບົດ, ພັດທະນາແບບຍືນຍົງ.
ຕາມທ່ານປະທານ VUFO ຫງວຽນເຟືອງງາ ແລ້ວ, ຍາດແຍ່ງບັນດາປັດໄຈທີ່ສະດວກສະບາຍ ເມື່ອສອງປະເທດມີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມຄ້າຍຄືກັນຫຼາຍຢ່າງ, ການຮ່ວມມືໃນຂົງເຂດອະນຸລັກຮັກສາວັດທະນະທຳ ຫວຽດນາມ - ຝລັ່ງ ແມ່ນຈຸດພົ້ນເດັ່ນໃນໄລຍະດຳລົງຕຳແໜ່ງຂອງທ່ານເອກອັກຄະລັດຖະທູດ Nicolas Warnery. ຝລັ່ງ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາໂຄງການເຊີດຊູມໍລະດົກຫໍພິພິທະພັນຫວຽດນາມ, ສ້າງເງື່ອນໄຂໃຫ້ບັນດາກຸ່ມນັກຊ່ຽວຊານຈາກຫໍພິພິທະພັນໃຫຍ່ສຸດຂອງຝະລັ່ງ ສົມທົບກັບຫໍພິພິທະພັນຫວຽດນາມ ຈຳນວນໜຶ່ງຢ່າງມີປະສິດທິຜົນ.
ທ່ານປະທານ VUFO ຫງວຽນເຟືອງງາ ແລະ ທ່ານເອກອັກຄະລັດຖະທູດ ຝຣັ່ງ ປະຈຳ ຫວຽດນາມ Nicolas Warnery ແລະ ບັນດາຜູ້ແທນໄດ້ຖ່າຍຮູບເປັນກຸ່ມ. |
ທ່ານເອກອັກຄະລັດຖະທູດ Nicolas Warnery ກໍ່ມີຄວາມສົນໃຈເປັນພິເສດເຖິງສັນຕິພາບ, ຄວາມສາມັກຄີ, ມິດຕະພາບ, ການເຄື່ອນໄຫວແລກປ່ຽນວັດທະນະທຳ, ສິລະປະລະຫວ່າງປະຊາຊົນຫວຽດນາມ - ຝລັ່ງ. ນັບແຕ່ຕົ້ນປີ 2023 ເປັນຕົ້ນມາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດສອງຝ່າຍ, ມີຫຼາຍການເຄື່ອນໄຫວທີ່ອຸດົມສົມບູນ, ຫຼາກຫຼາຍ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງປະເທດໄດ້ດຳເນີນຢູ່ຫຼາຍແຂວງ, ນະຄອນຂອງຫວຽດນາມ ແລະ ໄດ້ມີປະຊາຊົນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ, ເປັນຕົ້ນແມ່ນງານວາງສະແດງ 3 ມິຕິ ຢູ່ ກວັ໋ກຕູ໋ກມ, ງານມະໂຫລານ, ພົບປະແລກປ່ຽນປະສົບການຢູ່ຝະລັ່ງ.
ໃນໄລຍະເຮັດວຽກຢູ່ ຫວຽດນາມ, ທ່ານເອກອັກຄະລັດຖະທູດ Nicolas Warnery ບໍ່ພຽງແຕ່ເຂົ້າຮ່ວມບັນດາການເຄື່ອນໄຫວວຽກງານການຕ່າງປະເທດໂດຍ VUFO ໄດ້ຈັດຕັ້ງເທົ່ານັ້ນ, ຍາມໃດກໍ່ເອົາໃຈໃສ່ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາການເຄື່ອນໄຫວພົວພັນຕ່າງປະເທດຂອງສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝະລັ່ງ ກໍ່ຄືສະມາຄົມບັນດາສະຫາຍ ຫວຽດນາມ ຢູ່ ຝລັ່ງ.
ທ່ານປະທານ VUFO ຫງວຽນເຟືອງງາ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ບໍ່ວ່າຈະດຳລົງຕຳແໜ່ງໃດ, ທ່ານເອກອັກຄະລັດຖະທູດ Nicolas Warnery ຈະສືບຕໍ່ເອົາໃຈໃສ່ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາການເຄື່ອນໄຫວການທູດລະຫວ່າງ ຫວຽດນາມ - ຝະລັ່ງ, ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ.
ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ Nicolas Warnery ໄດ້ສະແດງຄວາມເປັນກຽດທີ່ໄດ້ຮັບຫຼຽນໄຊ VUFO “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາປະເທດ”. ທ່ານເອກອັກຄະລັດຖະທູດ Nicolas Warnery ກໍ່ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ VUFO ກໍ່ຄືບັນດາອົງການທີ່ໄດ້ໜູນຊ່ວຍທ່ານໃນໄລຍະເຮັດວຽກຢູ່ ຫວຽດນາມ. ທ່ານເອກອັກຄະລັດຖະທູດ Nicolas Warnery ມີຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນລະຫວ່າງ ຝະລັ່ງ ແລະ ຫວຽດນາມ ບັນລຸໄດ້ໝາກຜົນດີໃນຫຼາຍຂົງເຂດໃນໄລຍະມໍ່ໆມານີ້, ແລະ ເຊື່ອໝັ້ນວ່າການພົວພັນສອງຝ່າຍຈະສືບຕໍ່ພັດທະນາໃນໄລຍະຈະມາເຖິງ.
ຂ່າວ ແລະ ພາບ: ທະນູລິນ
* ກະລຸນາໄປຢ້ຽມຢາມພາກສ່ວນການເມືອງເພື່ອເບິ່ງຂ່າວແລະບົດຄວາມທີ່ກ່ຽວຂ້ອງ.
ທີ່ມາ
(0)